ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກຍົກຍ້າຍຖິ່ນຖານ ບອກນັກກູ້ໄພ ຢູໂຣບ ວ່າ ກຳປັ່ນ 5 ລຳ ແລ່ນກາຍເຂົາເຈົ້າ ໃນທະເລ ເມດີເທີເຣນຽນ


ພວກຍົກຍ້າຍຖິ່ນຖານ ລົງຈາກເຮືອ Open Arms ໃນເມືອງ ອາລເຈຊີຣັສ, ປະເທດ ສເປນ ຫຼັງຈາກ ໄດ້ຮັບການຊ່ວຍເຫຼືອ ໃນວັນທີ 2 ສິງຫາ 2018.
ພວກຍົກຍ້າຍຖິ່ນຖານ ລົງຈາກເຮືອ Open Arms ໃນເມືອງ ອາລເຈຊີຣັສ, ປະເທດ ສເປນ ຫຼັງຈາກ ໄດ້ຮັບການຊ່ວຍເຫຼືອ ໃນວັນທີ 2 ສິງຫາ 2018.

ກຸ່ມກູ້ໄພ ຢູໂຣບ ກຸ່ມນຶ່ງກ່າວວ່າ ພວກຍົກຍ້າຍຖິ່ນຖານທີ່ຕິດຄ້າງໃນທະເລ ເມດີເທີເຣ
ນຽນ ໄດ້ບອກເຂົາເຈົ້າວ່າ ກຳປັ່ນ 5 ລຳ ໄດ້ແລ່ນກາຍເຂົາເຈົ້າ ແລະ ໄດ້ປະຕິເສດທີ່
ຈະຊ່ວຍເຫຼືອຈົນກວ່າ ໃນທີ່ສຸດໜຶ່ງໃນກຳປັ່ນຂອງກຸ່ມນັ້ນໄດ້ໄປຮັບເອົາເຂົາເຈົ້າ ເມື່ອ
ວັນສຸກທີ່ຜ່ານມາ.

ທ່ານ ອາລອຍສ໌ ວິມາດ (Aloys Vimard) ຈາກກຸ່ມກູ້ໄພ SOS ເມດີເທີເຣນຽນ ໄດ້
ກ່າວໃນວັນອາທິດວານນີ້ວ່າ “ມັນເບິ່ງຄືວ່າ ກົດເກນໃນການໃຫ້ຄວາມຊ່ວຍເຫຼືອຕ່າງໆ
ຕໍ່ຄົນທີ່ປະສົບຄວາມລຳບາກ ໃນທະເລໃນຕອນນີ້ ແມ່ນມີຄວາມສ່ຽງ. ນະໂຍບາຍ
ຕ່າງໆທີ່ຖືກອອກແບບມາເພື່ອປ້ອງກັນຄົນຈາກການເດີນທາງເຂົ້າ ຢູໂຣບ ແມ່ນກຳລັງ
ສົ່ງຜົນໃຫ້ເກີດຄວາມທຸກທໍລະມານເພີ່ມຂຶ້ນ ແລະ ແມ່ນກະທັ້ງການເດີນທາງໄປຫາ
ຄວາມປອດໄພທີ່ມີຄວາມສ່ຽງຫຼາຍຂຶ້ນກວ່າເກົ່າ ສຳລັບຄົນຜູ້ທີ່ມີຄວາມສ່ຽງສູງຢູ່
ແລ້ວ.”

ທ່ານ ວິມາດ ໄດ້ເວົ້າວ່າ ກຳປັ່ນຕ່າງໆ ອາດປ່ອຍພວກຍົກຍ້າຍຖິ່ນຖານໄວ້ຢູ່ທະເລ
ຍ້ອນວ່າ ເຂົາເຈົ້າຢ້ານຖືກປະຕິເສດບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າຈອດຢູ່ບ່ອນທີ່ມີຄວາມ
ປອດໄພ.

ກຸ່ມ SOS ເມດີເທີເຣນຽນ, ທີ່ກຳລັງຮ່ວມມືກັບອົງການແພດໝໍບໍ່ມີພົມແດນນັ້ນ, ໄດ້
ໄປຮັບເອົາພວກຍົກຍ້າຍຖິ່ນຖານ 141 ຄົນທີ່ຕິດຄ້າງໃນເຮືອໄມ້ ຢູ່ນອກຊາຍຝັ່ງຂອງ
ປະເທດ ລີເບຍ ເມື່ອວັນສຸກທີ່ຜ່ານມາ.

ເຂົາເຈົ້າໄດ້ກ່າວວ່າ ພວກຍົກຍ້າຍຖິ່ນຖານສ່ວນໃຫຍ່ ມາຈາກປະເທດ ໂຊມາເລຍ
ແລະ ເອຣິເທຣຍ ແລະ ໄດ້ຢູ່ໃນສະພາບທີ່ທຸກທໍລະມານໃນປະເທດ ລີເບຍ ກ່ອນ
ອອກເດີນທາງ. ຫຼາຍຄົນໄດ້ປະສົບກັບການ ຂາດສານອາຫານ.

ລີເບຍ ເວົ້າວ່າ ເຂົາເຈົ້າໄດ້ປະຕິເສດ ບໍ່ໃຫ້ກຳປັ່ນ ອາຄົວຣຽສ (Aquarius) ຂອງກຸ່ມ
ກູ້ໄພດັ່ງກ່າວເຂົ້າທຽບທ່າ. ໃນຕອນແລງຂອງວັນອາທິດວານນີ້, ກຳປັ່ນ ອາຄົວຣຽສ
ຍັງລອຍຢູ່ໃນທະເລ, ເພື່ອພະຍາຍາມຊອກຫາສະຖານທີ່ສຳລັບພວກຍົກຍ້າຍຖິ່ນ
ຖານ.

ກຸ່ມ SOS ເມດີເທີເຮນຽນ ໄດ້ຮຽກຮ້ອງລັດຖະບານບັນດາປະເທດ ຢູໂຣບ ໃຫ້ພິຈາ
ລະນາ ກົດໝາຍທະເລສາກົນ ແລະ ອາຍຸຍາດໃຫ້ກຳປັ່ນຕ່າງໆເດີນທາງໄປຈຸດປອດ
ໄພ ທີ່ໃກ້ທີ່ສຸດ ດັ່ງນັ້ນ ພວກຍົກ ຍ້າຍຖິ່ນຖານ ທີ່ຖືກໄປຮັບເອົາຢູ່ທະເລ ຈຶ່ງໄດ້ຮັບ
ການຊ່ວຍເຫຼືອ.

ເຂົາເຈົ້າກ່າວວ່າ ລັດຖະບານຂອງທຸກປະເທດຕ້ອງຮັບຮູ້ “ຄວາມຮ້າຍແຮງຂອງວິກິດ
ການມະນຸດສະທຳ ໃນທະເລ ເມດີເທີເຣນຽນ.”

ຫລາຍພັນຄົນຈາກພາກໃຕ້ທະເລຊາຍຊາຮາຣາ ໃນອາຟຣິກາ ແລະ ປະເທດຕ່າງໆ
ເຊັ່ນຊີເຣຍ ແລະອັຟການິສຖານ ໄດ້ພະຍາຍາມທີ່ຈະຂ້າມທະເລເມດີເທີເຣນຽນ ໃນ
ທຸກໆປີ ເພື່ອຫລົບໜີສົງຄາມ, ການກໍ່ການຮ້າຍ, ຄວາມທຸກຍາກ ແລະ ຊອກຫາຊີວິດ
ການເປັນຢູ່ທີ່ດີຂຶ້ນຢູ່ໃນຢູໂຣບ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG