ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ກຳ​ປັ່ນຫລາຍລຳຖືກ​ລອບ "​ດັກສະ​ກັດ​ຍິງ" ຢູ່ນອກ​ຝັ່ງ​ທະ​ເລ ສະ​ຫະ​ລັດ​ອາຣັບ​ເອ​ເມີ​ເຣັ​ສ


ເຮືອ​ພິ​ຄາດ​ນຳ​ເອົາ​ລູກ​ສອນ​ໄຟ​​ສະ​ຫະ​ລັດ USS Bulkeley ໄປຮ່ວມເຝິກ​ຊ້ອມ​ຢູ່​ທະ​ເລ ກັບ​ກຳ​ປັ່ນ​ນ້ຳ​ມັນ USNS John Lenthall ຢູ່​ໃນ​ອ່າວ​ໂອມ​ານ.
ເຮືອ​ພິ​ຄາດ​ນຳ​ເອົາ​ລູກ​ສອນ​ໄຟ​​ສະ​ຫະ​ລັດ USS Bulkeley ໄປຮ່ວມເຝິກ​ຊ້ອມ​ຢູ່​ທະ​ເລ ກັບ​ກຳ​ປັ່ນ​ນ້ຳ​ມັນ USNS John Lenthall ຢູ່​ໃນ​ອ່າວ​ໂອມ​ານ.

ຊາ​ອຸ​ດີ ​ອາ​ຣາ​ເບຍ ກ່າວ​ວ່າ ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ​ຂອງ​ຕົນ​ສອງ​ລຳ ໄດ້​ຮັບ​ຄວາມ​”ເສຍ​
ຫາຍໜັກ” ໃນ​ການ “​ລອບ​ສະ​ກັດ​ໂຈ​ມ​ຕີ” ໃນ​ຕອນ​ເຊົ້າ​ວັນ​ອາ​ທິດ​ວານ​ນີ້ ຢູ່ນອກ​ຝັ່ງ​
ຂອງ​ອາ​ຣັບເອ​ເມີ​ເຣັສ. ແຕ່ກໍບໍ່​ມີ​ລາຍ​ລະ​ອຽດໃດໆ ກ່ຽວ​ກັບ​ການ​ເສຍ​ຫາຍນີ້​ໂດຍ​ສະ
​ເພາະ​ຂອງ​ການ​ເສຍ​ຫາຍ​ທີ່​ໄດ້​ເຜີຍ​ແຜ່ອອກ.

ລັດ​ຖະ​ມົນ​ຕີ​ກະຊວງພະ​ລັງ​ງານ​ຂອງລາດຊະ​ອາ​ນາ​ຈັກດ່ັງກ່າວ​ເວົ້າ​ວ່າ ກຳປັ່ນລຳນຶ່ງ​
ໃນ​ຈຳ​ນວນນັ້ນ​ ພວມເດີນ​ທາງ​ໄປ​ສູ່​ທ່າ​ເຮືອ​ຊາ​ອຸ​ດີ ຢູ່ ຣາ​ສ ຕາ​ນູ​ຣາ ເພື່ອ​ນຳ​ເອົາ​ນ້ຳ​
ມັນສົ່ງມາ​ຍັງສະ​ຫະ​ລັດ.

ສະ​ຫະ​ລັດ​ໄດ້​ອອກ​ຖະ​ແຫຼງ​ເຕືອນ​ໃນຕອນ​ເຊົ້າວັນ​ຈັນ​ມື້​ນີ້​ ກ່ຽວ​ກັບ​ການ “ບົດບາດ​
ລອບ​ໂຈມ​ຕີທີ່ຖືກ​ກ່າວ​ຫານີ້” ທີ່​ໄດ້​ແນ​ໃສ່​ກຳ​ປັ່ນ​ຢູ່ນອກ​ຝັ່ງ​ທະ​ເລ​ ສະ​ຫະ​ລັດອາ​ຣັບ​
ເອ​ເມີ​ເຣັ​ສ. ການ​ເຕືອນ​ດັ່ງກ່າວໄດ້​ເກີດ​ຂຶ້ນ​ໃນ​ເວ​ລາ​ທີ່ມີ​ຄວາມ​ເຄັ່ງ​ຕືງ​ສູງ​ສຸດ​ ລະ​
ຫວ່າງ​ສະ​ຫະ​ລັດ ກັບອີ​ຣ່ານ.

ໃນ​ຕອນ​ຕົ້ນໆ ສະ​ຫະ​ລັດອາ​ຣັບ​ເອ​ເມີ​ເຣັ​ສ ກ່າວ​ວ່າ ກຳ​ປັ່ນ​ພານິດ​ສີ່​ລຳ​ແມ່ນໄດ້​ຕົກ
ເປັນ​ເປົ້າ​ໝາຍ​ຂອງ “ການລອບ​ໂຈມ​ຕີ” ໃນ​ວັນ​ອາ​ທິດ​ຢູ່​ໃກ້ໆ​ກັບ​ນ່ານ​ນ້ຳ​ຂອງ​ຕົນ​ຢູ່​
ອ່າວ​ຂອງ​ໂອ​ມັນ ແຕ່​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ໃດໆ ກ່ຽວກັບການ​ລອບ​ໂຈມ​ຕີນັ້ນ ຫຼື​ວ່າ
​ໃຜ ​ເປັນ​ເຈົ້າ​ຂອງ​ກຳ​ປັ່ນດັ່ງກ່າວ ພຽງ​ແຕ່​ວ່າ​ກຳ​ປັ່ນ​ເຫລົ່າ​ນັ້ນ​ມາ​ຈາກປະ​ເທດ​
ຕ່າງ​ໆຊື່ໆ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG