ອົງການສະຫະປະຊາຊາດ ໄດ້ເກືອດຫ້າມກຳປັ່ນ 4 ລຳ ທີ່ໄດ້ລຳລຽງສິ່ງຂອງຕ້ອງຫ້າມ
ເຂົ້າແລະອອກຈາກເກົາຫຼີເໜືອ ໄປຍັງທ່າເຮືອຂອງປະເທດໃດໆໃນໂລກ.
ທ່ານ Hugh Griffiths ຫົວໜ້າຄະນະກຳມະການທີ່ກຳກັບນຳການປະຕິບັດການລົງ
ໂທດຕໍ່ລະບອບການປົກຄອງທີ່ໂດດດ່ຽວນີ້ ໄດ້ປະກາດການເກືອດຫ້າມຂອງການນຳ
ເຂົ້າແລະອອກ ສິນຄ້າໃນທ່າກໍ່າປັ່ນ ໃນວັນຈັນວານນີ້ ຢູ່ໃນກອງປະຊຸມທີ່ນະຄອນ
New York. ທ່ານ Griffiths ກ່າວວ່າ ການເກືອດຫ້າມທີ່ວ່ານີ້ ໄດ້ມີຜົນບັງຄັບໃຊ້
ນັບຕັ້ງແຕ່ ວັນພະຫັດຜ່ານມາ.
ສະຖິຕິທາງນ້ຳ ທີ່ກຳກັບກວດກາເບິ່ງ ກຳປັ່ນທະຫານເຮືອ ໄດ້ລະບຸ ກຳປັ່ນທີ່ເກືອດ
ຫ້າມ ນັ້ນວ່າແມ່ນ Petrel 8 ທີ່ໄດ້ລົງທະບຽນ ໃນ Comoros, ຊື່ the Hao Fan 6
ທີ່ເດີນເຮືອພາຍໃຕ້ທຸງ Saint Kitts ແລະ Nevis ແລະກຳປັ່ນ Tong San 2 ຂອງ
ເກົາຫຼີເໜືອ. ສ່ວນກຳປັ່ນລຳທີ 4 - Jie Shun ແມ່ນບໍ່ໄດ້ລົງທະບຽນຂຶ້ນກັບປະເທດໃດໆ.
ສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ ໄດ້ຜ່ານມະຕິ ໃນເດືອນສິງຫາ
ຫ້າມເກົາຫຼີເໜືອ ບໍ່ໃຫ້ສົ່ງອອກ ຖ່ານຫີນ ເຫຼັກ ຂີ້ກົ່ວ ແລະເຄື່ອງອຸບປະໂພກຕ່າງໆ
ທີ່ເຮັດຈາກອາຫານທະເລ ເພື່ອເປັນການຕອບໂຕ້ການທົດລອງຍິງລູກສອນໄຟຂີປະນາ
ວຸດຂ້າມທະວີບ ທີ່ປະສົບຜົນສຳເລັດໄປ. ການລົງໂທດຄັ້ງໃໝ່ນີ້ ແມ່ນໄດ້ຮັບການເຫັນດີ
ໃນເດືອນກັນຍາຜ່ານມາ ຫຼັງຈາກ ເກົາຫຼີເໜືອ ໄດ້ທົດລອງຍິງລູກສອນໄຟ ຄັ້ງທີ 6.
ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ