ຄວາມພະຍາຍາມຂອງນາໆຊາດ ເພື່ອລົງໂທດຣັດເຊຍ ໃນການເຮັດສົງຄາມ ຕໍ່ຢູເຄຣນນັ້ນ ແມ່ນກຳລັງຮູ້ສຶກໄກໄປຈາກຢູໂຣບ ຢູ່ໃນລັດຫລຸຍຊີອານາຂອງສະຫະລັດທີ່ຕິດກັບທະເລເມັກຊິໂກ ຊຶ່ງເປັນສູນກາງພາກສ່ວນພະລັງງານຂອງອາເມຣິກາ.
ເມື່ອທ້າຍເດືອນແລ້ວນີ້ ສະຫະພາບຢູໂຣບ ໄດ້ປະກາດວ່າ ຕົນຄົ້ນຄວ້າຫາວິທີທາງເພື່ອຈະບໍ່ກາງຕໍ່ພະລັງງານຂອງຣັດເຊຍ “ໃຫ້ໄດ້ກ່ອນປີ 2030.” ບັນດາບໍລິສັດຂອງອາເມຣິກາ ກໍໄດ້ຮັບຮູ້.
“ເຈົ້າສາມາດເຫັນວ່າ ບັນດາປະເທດໃນຢູໂຣບສ່ວນໃຫຍ່ ບໍ່ຢາກຖືກມອງເບິ່ງເປັນຜູ້ສົມຮູ້ຮ່ວມຄິດກັບຄວາມປ່າເຖື່ອນຂອງຣັດເຊຍ” ທ່ານບຣາຍແອນ ລອຍດ໌ ຮອງປະທານຮັບຜິດຊອບ ດ້ານການສື່ສານ ຢູ່ບໍລິສັດ Sempra Energy ຊຶ່ງເປັນບໍລິສັດດ້ານພື້ນຖານໂຄງລ່າງ ສຳລັບພະລັງງານທີ່ມີຫ້ອງການຢູ່ໃນສະຫະ ລັດ ຊຶ່ງໄດ້ລົງທຶນໃນການຜະລິດອາຍແກັສທຳມະຊາດ ທີ່ໄດ້ກ່າວໄປ. ທ່ານກ່າວອີກວ່າ “ຫຼາຍຄົນເຫັນເງິນທຸກໂດລາ ທີ່ໄດ້ຖືກສົ່ງໄປຍັງພວກບໍລິສັດລັດວິສາຫະກິດຂອງຣັດເຊຍ ຂະນະທີ່ຊ່ອຍສະໜັບສະໜຸນການຮຸກຮານໃນຢູເຄຣນຂອງຕົນ ສະນັ້ນ ຢູໂຣບ ກຳລັງຊອກຫາທາງເລືອກອື່ນ ສຳລັບພະລັງງານ.”
ເມື່ອທ້າຍເດືອນມີນາ ສະຫະລັດໄດ້ປະກາດຂໍ້ຕົກລົງກັບສະຫະພາບຢູໂຣບເພື່ອ ເລີ້ມຕົ້ນຊອກຫາແກັສທຳມະຊາດບາງສ່ວນທີ່ຣັດເຊຍໄດ້ສະໜອງໃຫ້ນັ້ນ. ພາຍ ໃນທ້າຍປີນີ້ ປະທານາທິບໍດີ ໂຈ ໄບເດັນ ໄດ້ກ່າວວ່າ ສະຫະລັດ ຈະສາມາດສົ່ງແກັສໄປໃຫ້ຢູໂຣບໄດ້ຢ່າງພຽງພໍເພື່ອຊົດເຊີຍຢ່າງໜ້ອຍ 10 ເປີເຊັນ ຂອງສິ່ງທີ່ຣັດເຊຍສະໜອງໃຫ້ໃນປັດຈຸບັນນີ້ ຫຼື ເທົ່າກັບ 15 ຕື້ແມັດກ້ອນຂອງແກັສທຳມະຊາດແຫຼວ.
LNG ເປັນແກັສທຳມະຊາດ ທີ່ໄດ້ຖືກເຮັດໃຫ້ອຸນຫະພູມເຢັນລົງ ເພື່ອໃຫ້ເປັນຂອງແຫຼວ. ປະລິມານຂອງມັນແມ່ນນ້ອຍກວ່າເປັນແກັສ ປະມານ 600 ເທົ່າ.
ທ່ານແອຣິກ ສະມິດ (Eric Smith) ຮອງຜູ້ອຳນວຍການສະຖາບັນພະລັງງານຂອງມະຫາວິທະຍາໄລທູເລນ ໃນນະຄອນນິວ ອໍລີນ ໄດ້ອະທິບາຍວ່າ “ອັນນີ້ເຮັດໃຫ້ການຂົນສົ່ງທາງເຮືອ ໄປຍັງຢູໂຣບຈະປະຢັດກວ່າ ການສ້າງທໍ່ສົ່ງຂ້າມມະຫາສະໝຸດ ຊຶ່ງມັນຈະບໍ່ປະຢັດເລີຍ.”
ສະຫະລັດວາງແຜນທີ່ຈະປະຕິບັດຕາມຄວາມໝັ້ນໝາຍໃໝ່ຂອງຕົນແກ່ຢູໂຣບ ໂດຍເພີ້ມການຜະລິດແກັສທຳມະຊາດພາຍໃນປະເທດ. ໂດຍຈະເຮັດເຊັ່ນນັ້ນໄດ້ ບັນດາຜູ້ນຳດ້ານອຸດສາຫະກຳ ສະເໜີໃຫ້ສ້າງສະຖານທີ່ຜະລິດ LNG ແຫ່ງໃໝ່ຕ່າງໆ ແລະຂະຫຍາຍ ແລະເພີ້ມປະສິດທິພາບຂອງສະຖານທີ່ທີ່ມີຢູ່ແລ້ວ.