ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳ​ປັ່ນ​ທີ່​ຖືກ​ໂຈ​ມ​ຕີ​ໂດຍ​ກຸ່ມ​ກະ​ບົດ ຮູ​ຕີ ຈົມ​ລົງ​ໃນ​ທະ​ເລ​ແດງ


ກຳ​ປັ່ນ​ຂອງ ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ ຣູ​ບີ​ມາ, ທີ່​ຈົມ​ລົງ​ໃນ​ທະ​ເລ​ແດງ, ສາ​ມາດ​ເຫັນ​ໄດ້​ໃນ​ພາບ​ຖ່າຍ​ທາງ​ອາ​ກາດ​ທີ່​ຖືກ​ເປີດ​ເຜີຍ​ວັນ​ທີ 3 ມີ​ນາ 2024. (U.S. Central Command/Handout via REUTERS)
ກຳ​ປັ່ນ​ຂອງ ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ ຣູ​ບີ​ມາ, ທີ່​ຈົມ​ລົງ​ໃນ​ທະ​ເລ​ແດງ, ສາ​ມາດ​ເຫັນ​ໄດ້​ໃນ​ພາບ​ຖ່າຍ​ທາງ​ອາ​ກາດ​ທີ່​ຖືກ​ເປີດ​ເຜີຍ​ວັນ​ທີ 3 ມີ​ນາ 2024. (U.S. Central Command/Handout via REUTERS)

ກຳ​ປັ່ນ​ລຳ​ນຶ່ງ​ທີ່​ຖືກ​ໂຈມ​ຕີ​ໂດຍ​ກຸ່ມ​ກະ​ບົດ ຮູ​ຕີ ຂອງ​ເຢ​ເມນ ໄດ້​ຈົມ​ລົງ​ໃນ​ທະ​ເລ​ແດງ ຫຼັງ​ຈາກ​ມີ​ນ້ຳ​ເຂົ້າ​ເປັນ​ເວ​ລາຫຼາຍ​ວັນ, ບັນ​ດາ​ເຈົ້າ​ໜ້າ​ທີ່​ກ່າວ​ ໃນ​ວັນ​ເສົາ​ຜ່ານມານີ້, ເຊິ່ງ​ແມ່ນ​ກຳ​ປັ່ນ​ລຳ​ທຳ​ອິດ​ທີ່​ຖືກ​ທຳ​ລາຍ​ຢ່າງ​ເຕັມ​ທີ່ ດັ່ງ​ກັບ​ສ່ວນ​ນຶ່ງ​ຂອງ​ການ​ຕໍ່​ສູ້​ຂອງ​ພວກ​ເຂົາ ຍ້ອນ​ສົງ​ຄາມ​ຂອງ ອິ​ສ​ຣາ​ແອ​ລ ກັບ​ກຸ່ມ​ຮາ​ມາ​ສ​ໃນ​ເຂດ​ກາ​ຊາ, ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ ເອ​ພີ.

ການ​ຈົມ​ລົງ​ຂອງ​ກຳ​ປັ່ນ ຣູ​ບີ​ມາ (Rubymar), ເຊິ່ງ​ໄດ້​ຂົນ​ສົ່ງ​ສິນ​ຄ້າ​ທີ່​ເປັນ​ປຸຍ ແລະ ກ່ອນ​ໜ້ານີ້​ ໄດ້​ເຮັດ​ນ້ຳ​ມັນ​ຮົ່ວ​ໄຫຼນັ້ນ, ອາດ​ກໍ່​ໃຫ້​ເກີດ​ຄວາມ​ເສຍ​ຫາຍຕໍ່​ລະ​ບົບ​ນິ​ເວດ​ໃນ​ທະ​ເລ​ແດງ ແລະ ປະ​ກາ​ລັງ​ຂອງ​ມັນ.

ການ​ໂຈມ​ຕີ​ຢ່າງ​ຕໍ່​ເນື່ອງ​ຂອງ​ກຸ່ມ​ກະ​ບົດ ຮູ​ຕີ ແມ່ນ​ໄດ້​ຂັດ​ຂວາງ​ການ​ສັນ​ຈອນ​ໃນ​ເສັ້ນ​ທາງ​ທະ​ເລ​ທີ່​ສຳ​ຄັນ​ສຳ​ລັບ​ການ​ຂົນ​ສົ່ງ​ສິນ​ຄ້າ ແລະ ພະ​ລັງ​ງານ​ທີ່​ຖືກ​ຂົນ​ສົ່ງ​ຈາກ ເອ​ເຊຍ ແລະ ຕາ​ເວັນ​ອອກ​ກາງ​ໄປ​ຫາ ຢູ​ໂຣບ. ກຳ​ປັ່ນຫຼາຍ​ລຳ​ແມ່ນ​ໄດ້​ຫັນ​ໜີ​ຈາກ​ເສັ້ນ​ທາງ​ນັ້​ນ​ແລ້ວ.

ການ​ຈົມ​ລົງ​ຂອງ​ກຳ​ປັ່ນ​ດັ່ງ​ກ່າວ ​ອາດ​ເຮັດ​ໃຫ້​ມີ​ການ​ຫັນ​ໜີ​ເພີ່ມ​ເຕີມ ແລະ ຈະເຮັດໃຫ້​ຄ່າ​ປະ​ກັນ​ໄພເພີ່ມ​ສູງ​ຂຶ້ນ, ເຮັດໃຫ້​ກຳ​ປັ່ນ​ທີ່​ນຳ​ໃຊ້​ເສັ້ນ​ທາງ​ນັ້ນ​ສ້າງ​ອັດ​ຕາ​ເງິນ​ເຟີ້​ໂລກ​ສູງ​ຂຶ້ນ ແລະ ສົ່ງ​ຜົນ​ກະ​ທົບ​ຕໍ່​ການ​ຂົນ​ສົ່ງ​ການ​ຊ່ວຍ​ເຫຼືອ​ໃນ​ພາກ​ພື້ນ​ດັ່ງ​ກ່າວ.

ກຳ​ປັ່ນ​ທີ່​ຕິດ​ທຸ​ງ​ຊາດ ເບ​ລີ​ສ ແມ່ນ​ໄດ້​ເຄື່ອນ​ທີ່​ໄປ​ທິດ​ເໜືອຫຼັງ​ຈາກ​ຖືກ​ໂຈມ​ຕີ​ໂດຍ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຕໍ່​ຕ້ານ​ກຳ​ປັ່ນ​ຂອງ​ພວກ​ຮູ​ຕີ ເມື່ອ​ວັນ​ທີ 18 ກຸມ​ພາ ທີ່​ຜ່ານ​ມາ​ ໃນ​ຊ່ອງ​ແຄບ ແບບ ແອ​ລ-ແມນ​ເດັບ, ເຊິ່ງ​ແມ່ນ​ເສັ້ນ​ທາງ​ທະ​ເລ​ທີ່​ສຳ​ຄັນ​ທີ່​ເຊື່ອມ​ຕໍ່​ທະ​ເລ​ແດງ ແລະ ອ່າວ​ເອ​ເດັນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG