ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ຊິນໂຊ ອາເບະ ຖືກເລືອກ ເປັນນາຍົກ ລັດຖະມົນຕີ ຍີ່ປຸ່ນ ອີກຄັ້ງ


ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຊິນໂຊ ອາເບະ ແລະ ສະມາຊິກສະພາ ພັກຂອງທ່ານ ຍົກກຳປັ້ນຂອງພວກເພິ່ນຂຶ້ນ ໃນຂະນະທີ່ສັນຍາວ່າ ຈະຊະນະການເລືອກຕັ້ງສະພາຕໍ່າ ທີ່ສຳນັກງານໃຫຍ່ ຂອງພັກໃນນະຄອນຫຼວງໂຕກຽວ ຍີ່ປຸ່ນ. 28 ກັນຍາ, 2017.
ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຊິນໂຊ ອາເບະ ແລະ ສະມາຊິກສະພາ ພັກຂອງທ່ານ ຍົກກຳປັ້ນຂອງພວກເພິ່ນຂຶ້ນ ໃນຂະນະທີ່ສັນຍາວ່າ ຈະຊະນະການເລືອກຕັ້ງສະພາຕໍ່າ ທີ່ສຳນັກງານໃຫຍ່ ຂອງພັກໃນນະຄອນຫຼວງໂຕກຽວ ຍີ່ປຸ່ນ. 28 ກັນຍາ, 2017.

ສະພາຕໍ່າຂອງ ຍີ່ປຸ່ນ ໄດ້ເລືອກທ່ານ ຊິນໂຊ ອາເບະ ເປັນນາຍົກ ລັດຖະມົນຕີອີກຄັ້ງ.

ການເລືອກເອົາທ່ານເຂົ້າຮັບຕຳແໜ່ງຄືນໃນວັນພຸດມື້ນີ້ ໄດ້ມີຂຶ້ນພຽງບໍ່ເທົ່າໃດມື້ຫຼັງ
ຈາກພັກເສລີປະຊາທິປັດ ທີ່ກຳລັງປົກຄອງປະເທດຢູ່ຂອງທ່ານ ອາເບະ ອາຍຸ 63 ແລະ
ພັກ ໂຄເມໂຕະ ຄູ່ຮ່ວມໃນລັດຖະບານປະສົມທີ່ນ້ອຍກວ່າ ໄດ້ຊະນະການເລືອກຕັ້ງສະ
ພາແຫ່ງຊາດຢ່າງເດັດຂາດ, ຮັກສາສຽງສ່ວນຫຼາຍ 2 ສ່ວນ 3 ຂອງເຂົາເຈົ້າໃນສະພາ
ແຫ່ງຊາດ. ຄາດວ່າທ່ານຈະຮັກສາຄະນະລັດຖະມົນຕີໃນປັດຈຸບັນຂອງທ່ານໄວ້ຕໍ່ໄປ.

ທ່ານ ອາເບະ ໄດ້ຍຸບສະພາ ໃນເດືອນກັນຍາທີ່ຜ່ານມາ ແລະ ໄດ້ຮຽກໃຫ້ຈັດການ
ເລືອກຕັ້ງກະທັນຫັນ, ຖ່າມກາງການສະໜັບສະໜູນເພີ່ມຂຶ້ນ ສຳລັບການຢືນຢັນຍຶດ
ໝັ້ນໃນຫຼັກການຂອງທ່ານ ຕໍ່ໄພຂົ່ມຂູ່ດ້ວຍລະເບີດນິວເຄລຍຂອງ ເກົາຫຼີເໜືອ.
ໄຊຊະນະໃນວັນທີ 22 ເດືອນຕຸລາທີ່ຜ່ານມາ ໄດ້ຕ່າວປີ້ນສະພາບຕົກຕໍ່າສຳລັບທ່ານ
ອາເບະ, ເຊິ່ງລະດັບຄະແນນສຽງເຫັນດີກັບທ່ານໄດ້ຕົກລົງເກືອບ 30 ເປີເຊັນ ພຽງບໍ່
ເທົ່າໃດເດືອນກ່ອນໜ້ານັ້ນ ຍ້ອນຂ່າວນອງນັນການເມືອງພາຍໃນປະເທດ ທີ່ກ່າວຫາ
ວ່າ ທ່ານໄດ້ໃຊ້ຕຳແໜ່ງຂອງທ່ານເພື່ອຊ່ວຍເຫຼືອໝູ່ເພື່ອນ ແລະ ຄອບຄົວ.

ໄຊຊະນະນີ້ຈະສົ່ງເສີມຄວາມພະຍາຍາມຂອງທ່ານ ອາເບະ ເພື່ອທົບທວນລັດຖະທຳ
ມະນູນຕໍ່ຕ້ານຄວາມຮຸນແຮງຫຼັງສົງຄາມຂອງ ຍີ່ປຸ່ນ ທີ່ໄດ້ຈຳກັດກອງທັບຂອງປະເທດ
ເພື່ອປະຕິບັດການປ້ອງກັນຕົວເທົ່ານັ້ນ. ມັນຍັງອາດເປີດທາງສຳລັບທ່ານ ອາເບະ ທີ່
ຈະຊະນະການດຳລົງຕຳ ແໜ່ງ 3 ປີອີກສະໄໝນຶ່ງ ໃນຖານະຜູ້ນຳຂອງພັກເສລີປະຊາ
ທິປັດ ທີ່ເປັນພັກລັດຖະບານ ໃນເດືອນກັນຍາປີໜ້າ, ເຊິ່ງຈະເຮັດໃຫ້ທ່ານຄອງອຳນາດ
ໄປຈົນຮອດປີ 2021, ແລະ ເຮັດໃຫ້ທ່ານ ເປັນນາຍົກລັດຖະມົນຕີທີ່ດຳລົງຕຳແໜ່ງ
ດົນທີ່ສຸດຂອງ ຍີ່ປຸ່ນ. ທ່ານໄດ້ເຂົ້າດຳລົງຕຳແໜ່ງຄັ້ງທຳອິດໃນເດືອນທັນວາ 2012.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG