ຖະມົນຕີຍີ່ປຸ່ນ ຄົນຕໍ່ໄປ ຊຶ່ງເປັນຂີດໝາຍໃນການກັບຄືນເຂົ້າ
ໄປກໍາອໍານາດຂອງນັກການເມືອງ ທີ່ມີປະສົບພະການສູງ
ແລະພັກເສລີປະຊາທິປັດຂອງທ່ານ.
ສະພາຕໍ່າຍີ່ປຸ່ນ ໄດ້ໃຫ້ການອະນຸມັດຢ່າງຖ້ວມລົ້ນ ຕໍ່ການປະ
ກອບຄະນະລັດຖະບານຊຸດໃໝ່ຂອງທ່ານ Abe ໃນວັນພຸດ
ມື້ນີ້ ສິບມື້ຫຼັງຈາກ ພັກເສລີປະຊາທິປັດ ໄດ້ຮັບໄຊຊະນະຢ່າງ
ເດັດຂາດຕໍ່ພັກປະຊາທິປະໄຕຍີ່ປຸ່ນ ໃນການເລືອກຕັ້ງສະພາ
ແຫ່ງຊາດ. ພັກເສລີປະຊາທິປັດໄດ້ປົກຄອງຍີ່ປຸ່ນ ເປັນເວລາ
ສ່ວນໃຫຍ່ໃນຍຸກຫລັງສົງຄາມໂລກຄັ້ງທີສອງ ກ່ອນທີ່ຈະເສຍ
ໄຊ ເມື່ອສາມປີກ່ອນ ໃຫ້ແກ່ພັກປະຊາທິປະໄຕຂອງຍີ່ປຸ່ນ ທີ່ເປັນກາງອຽງຊ້າຍນັ້ນ.
ທ່ານ Abe ໄດ້ນໍາພາພັກເສລີປະຊາທິປັດໄປສູ່ໄຊຊະນະດ້ວຍນະໂຍບາຍການເງິນທີ່ງ່າຍໆ ແລະເພີ້ມການໃຊ້ຈ່າຍສຳລັບວຽກດ້ານໂຍທາທິການເພື່ອຟື້ນຟູເສດຖະກິດຍີ່ປຸ່ນ ຊຶ່ງໃນຄັ້ງນຶ່ງເຄີຍເຂັ້ມແຂງມາແລ້ວ. ນອກນັ້ນ ທ່ານຍັງໃຫ້ຄໍາໝັ້ນສັນຍາ ທີ່ຈະເອົາທ່າທີຢ່າງແຂງຂັນຕໍ່ຈີນ ກ່ຽວກັບການຜິດຖຽງເລື່ອງເຂດນໍ້າແດນດິນຢູ່ໃນມະຫາສະມຸດປາຊິຟິກ.
ທ່ານ Abe ທີ່ເຂົ້າຮັບໜ້າທີ່ແທນ ທ່ານ Yushiko Noda ເປັນນາຍົກຍີ່ປຸ່ນຄົນທີ 7 ໃນຮອບ 6 ປີ. ທ່ານເອງ ເຄີຍເຂົ້າຮັບຕໍາແໜ່ງເປັນນາ ຍົກລັດຖະມົນຕີຍີ່ປຸ່ນ ມາກ່ອນແລ້ວ ໃນປີ 2006 ແຕ່ວ່າໄດ້ລາອອກ ຫລັງຈາກເຂົ້າຮັບໜ້າທີ່ປີນຶ່ງ ໂດຍອ້າງເຫດຜົນດ້ານສຸຂະພາບ.