ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ຄອບ​ຄົວ ​ຊິນ​ນະ​ວັດ ​ເອົາ​ນາມ​ສະ​ກຸນ​ເປັນ​ເດີມ​ພັນ ​ຈະ​ແຈກ​ເງິນ​ສົດ '​ນຳ​ເອົາ​ປະ​ຊາ​ທິ​ປະ​ໄຕກັບ​ຄືນ​ມາ'


ຜູ້​ສະ​ໝັກ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ໄຊ​ກະ​ເສດ ນິ​ຕິ​ສິ​ຣິ (ຊ້າຍ) ແພ​ທອງ​ທານ ຊິນ​ນະ​ວັດ (ກາງ) ແລະ​ເສ​ຣດ​ຖາ ທະ​ວີ​ສິນ (ຂວາ) ໂບກ​ມື ໃນ​ລະ​ຫວ່າງ​ການ​ໂຮມ​ຊຸມ​ນຸມ​ຂອງ​ພັກເພື່ອ​ໄທ ຊຶ່ງ​ເປັນ​ຝ່າຍ​ຄ້ານຫຼັກ ​ທີ່​ສະ​ໜາມ​ກິ​ລາ Thunder Dome ​ທາງ​ດ້ານ​ເໜືອ​ ຂອງ​ບາງກອກ ວັນ​ທີ 5 ເມ​ສາ 2023.
ຜູ້​ສະ​ໝັກ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ໄຊ​ກະ​ເສດ ນິ​ຕິ​ສິ​ຣິ (ຊ້າຍ) ແພ​ທອງ​ທານ ຊິນ​ນະ​ວັດ (ກາງ) ແລະ​ເສ​ຣດ​ຖາ ທະ​ວີ​ສິນ (ຂວາ) ໂບກ​ມື ໃນ​ລະ​ຫວ່າງ​ການ​ໂຮມ​ຊຸມ​ນຸມ​ຂອງ​ພັກເພື່ອ​ໄທ ຊຶ່ງ​ເປັນ​ຝ່າຍ​ຄ້ານຫຼັກ ​ທີ່​ສະ​ໜາມ​ກິ​ລາ Thunder Dome ​ທາງ​ດ້ານ​ເໜືອ​ ຂອງ​ບາງກອກ ວັນ​ທີ 5 ເມ​ສາ 2023.

ແພ​ທອງ​ທານ ຊິນ​ນະ​ວັດ ໃຫ້​ການ​ຢືນ​ຢັນ​ຕໍ່​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີໃນ​ວັນ​ພຸດ​ວານນີ້ ໂດຍ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ທີ່​ຈະ​ຂຶ້ນ​ຄ່າ​ຈ້າງ​ແຮງ​ງານ​ປະ​ຈຳ​ວັນແລະ​ໃຫ້​ເງິນ​ສົດ​ແກ່​ຊາວ​ໄທ​ທຸກໆ​ຄົນ ຖ້າ​ທ່ານ​ນາງ​ຫາກ​ໄດ້​ຮັບ​ເລືອກໃນ​ຂະ​ນະ​ທີ່​ຄອບ​ຄົວ​ທີ່​ມີ​ຊື່​ສຽງ​ທາງ​ການ​ເມືອງ​ທີ່​ສຸດໃນ​ປະ​ເທດ​ໄທ​ມອງ​ເຫັນ​ວ່າ ການ​ຕໍ່​ສູ້​ໃນ​ການ​ປ່ອນ​ບັດ ໃນ​ວັນ​ທີ ໑໔ ພຶດ​ສະ​ພານີ້ ມີ​ຄວາມ​ສຳ​ຄັນ​ຖ້າ​ຫາກບັນ​ດາພັກ​ການ​ເມືອງ​ທີ່​ນິ​ຍົມ​ປະ​ຊາ​ທິ​ປ​ະ​ໄຕ​ຈະ​ໄດ້​ຮັບ​ອຳ​ນາດ​ຄືນ​ອີກຈາກ​ພວກທະ​ຫານ ທີ່​ບໍ່​ຍອມ​ຖອນ​ໂຕ​ອອກ​ຈາກວົງ​ການ​ເມືອງ.

ປະ​ຫວັດ​ສາດ​ການ​ເມືອງ​ຍຸກ​ໃໝ່​ຂອງ​ປະ​ເທດ​ໄທ ແມ່ນ​ເຕັມ​ໄປ​ດ້ວຍ​ລັດ​ຖະ​ປະ​ຫານ ສອງ​ຄັ້ງ​ແມ່ນ​ແນ​ໃສ່​ນາ​ຍົກ​ລັດ​ຖະ​ມົນ​ຕີ ທີ່​ມີ​ນ້ຳ​ສະ​ກຸນ ຊິນ​ນະ​ວັດ ການ​ປະ​ທ້ວງ​ຢ່າງ​ຮຸນ​ແຮງ​ຢູ່​ຕາມ​ຖະ​ໜົນ​ຫົນ​ທາງແລະ​ການ​ເລືອກ​ເອົາ​ລັດ​ຖະ​ບານ​ທີ່​ພັງ​ລົງ​ຢ່າງວ່ອງ​ໄວ ໃນ​ການ​ຕໍ່​ສູ້​ລະ​ຫວ່າງ​ພວກ​ທີ່​ຕ້ອງ​ການ​ຢາກ​ໃຫ້​ມີ​ປະ​ຊາ​ທິ​ປະ​ໄຕ​ຫຼາຍ​ຂຶ້ນ ແລະ​ພວກ​ຜູ້​ນຳ​ນິ​ຍົມ​ແນວ​ທາງ​ເດີມ ​ທີ່​ນິ​ຍົມ​ກະ​ສັດ.

ອະ​ດີດ​ຜູ້​ບັນ​ຊາ​ການ​ທະ​ຫານ ພົນ​ເອກ​ປ​ຣະ​ຢຸດ ຈັນ​ໂອ​ຊາ ອາ​ຍຸ 69 ປີ ເປັນ​ຜູ້​ນຳ​ພາ​ລັດ​ຖະ​ບານ​ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ພວກ​ທະ​ຫານນັບ​ແຕ່​ໄດ້​ມີ​ການ​ເຮັດ​ລັດ​ຖະ​ປະ​ຫານໃນ​ປີ 2014 ​ໂຄ່ນ​ລົ້ມ​ລັດ​ຖະ​ບານ​ຂອງທ່ານ​ນາງ​ຍິ່ງ​ລັກ ຊິນ​ນະ​ວັດ ​ຊຶ່ງ​ເປັນ​ປ້າ​ຂອງ​ທ່ານ​ນາງ​ແພ​ທອງ​ທານ.

ທ່ານ​ປ​ຣະ​ຢຸດ ອາດ​ຈະ​ຕ້ອງ​ໄດ້​ເພີ່ງ​ພາ​ລັດ​ຖະ​ບານ​ສຽງ​ສ່ວນ​ນ້ອຍ ເພື່ອ​ກັບ​ຄືນ​ໄປ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີກຫຼັງ​ຈາກ​ທີ່​ໄດ້​ມີ​ການ​ປ່ອນ​ບັດ​ແລ້ວ ແຕ່​ທ່ານ​ອາດໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ຈາກ​ສະ​ພາ​ສູງ ທີ່​ບໍ່​ໄດ້​ມາ​ຈາກ​ການ​ເລືອກ​ຕັ້ງ 250 ທ່ານ ທີ່​ຖືກ​ຄັ​ດ​ເລືອກ​ເປັນ​ສ່ວນ​ບຸກ​ຄົນ.

ແຕ່​ທ່ານ​ນາງ​ແພ​ທານ​ທອງອາ​ຍຸ 36 ປີ ແລະ​ພັກ​ເພື່ອ​ໄທ ຊຶ່ງ​ເປັນ​ພັກ​ຝ່​າຍ​ຄ້ານ​ຂອງ​ທ່ານ​ນາງແມ່ນ​ເປັນ​ອຸບ​ປະ​ສັກ​ໃຫຍ່​ສຸດ ໃນ​ການ​ກັບ​ຄືນ​ສູ່​ອຳ​ນາດ​ຂອງ​ທ່ານ​ປ​ຣະ​ຢຸດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG