ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊີວິດ ລັດຖະກອນ ຂອງທ່ານ Shimon Peres ທີ່ຍາວນານ ຊ່ຳກັບ ອາຍຸ ອິສຣາແອລ


ອະດີດ ປະທານາທິບໍດີ ອິສຣາແອລ ທ່ານ Shimon Peres ກ່າວຖະແຫລງ ໃນລະຫວ່າງ ການໃຫ້ສຳພາດ ກັບ ອົງການຂ່າວ AP ຫຼື The Associated Press ໃນນະຄອນຫຼວງ Jerusalem.
ອະດີດ ປະທານາທິບໍດີ ອິສຣາແອລ ທ່ານ Shimon Peres ກ່າວຖະແຫລງ ໃນລະຫວ່າງ ການໃຫ້ສຳພາດ ກັບ ອົງການຂ່າວ AP ຫຼື The Associated Press ໃນນະຄອນຫຼວງ Jerusalem.

ອະດີດ ປະທານາທິບໍດີ ອິສຣາແອລ ແລະ ນາຍົກລັດຖະມົນຕີ ທ່ານ Shimon Peres ຜູ້ທີ່ອຸທິດຊີວິດເປັນລັດຖະກອນ ທີ່ຍາວນານເກືອບ ຊ່ຳກັບອາຍຸຂອງປະເທດອິສຣາແອລ ນັ້ນ ໄດ້ເຖິງແກ່ອະສັນ​ຍະ​ກຳແລ້ວ ຮວມອາຍຸໄດ້ 93 ປີ.

ທ່ານ Peres ໄດ້ລົ້ມປ່ວຍ ຍ້ອນເສັ້ນເລືອດຕັນຢ່າງຮ້າຍ​ແຮງ ເມື່ອສອງສັບປະດາ ຜ່ານ ມາ ໃນວັນທີ 13 ກັນຍາ ແລະ ໄດ້ເຖິງ​ແກ່​ອະສັນ​ຍະ​ກຳ ໃນວັນພຸດ ມື້ນີ້ ຢູ່ທີ່ໂຮງໝໍ ໃນ ເມືອງ Tel HaShomer.

ທ່ານໄດ້ກຳ ເກືອບວ່າທຸກໆຕຳແໜ່ງດ້ານການເມືອງທີ່ສຳຄັນໆຂອງ ອິສຣາແອລ ໃນ ລະຫວ່າງ ການເຮັດວຽກ ທີ່ຍາວນານຂອງທ່ານນັ້ນ ໂດຍປະກອບມີຕຳແໜ່ງ ນາຍົກ ລັດຖະມົນຕີ ສອງເທື່ອ, ເປັນປະທາ ນາທິບໍດີ, ລັດຖະມົນຕີປ້ອງກັນປະເທດ ແລະ ລັດຖະມົນຕີການຕ່າງປະເທດ.

Shimon Peres Obituary
please wait
Embed

No media source currently available

0:00 0:02:47 0:00

ທ່ານໄດ້ປະຕິບັດໜ້າທີ່ ເປັນສະມາຊິກສະພາ ທີ່ຍາວນານທີ່ສຸດ ໃນປະຫວັດສາດຂອງ ອິສຣາແອລ ໂດຍຄອງທີ່ນັ່ງ ຢູ່​ໃນ​ສະພາ Knesset ມາເປັນເວລາ 48 ປີ.

ນາຍົກລັດຖະມົນຕີ Benjamin Netanyahu ໄດ້ກ່າວວ່າ ທ່ານ Peres ໄດ້ອຸທິດຊີວິດ ຂອງທ່ານ ເພື່ອ ອະທິປະໄຕຂອງປະຊາຊົນຊາວອິສຣາແອລ.

ທ່ານເວົ້າວ່າ “ໃນຖານະຜູ້ມີວິໄສທັດ ການແນມອອກໄປຂອງທ່ານນັ້ນ ໄດ້ແນເປົ້າ
ໝາຍໄປໃນອະນາຄົດ. ໃນຖານະຜູ້ຮັກສາຄວາມໝັ້ນຄົງ ທ່ານ ໄດ້ເສີມສ້າງກຳລັງ ຂອງ ອິສຣາແອລ ໃນຫຼາຍທິດທາງ ເຊິ່ງໃນບາງສ່ວນນັ້ນ ແມ່ນກະທັງໃນປັດຈຸບັນນີ້ ກໍຍັງບໍ່ມີໃຜຮູ້ຈັກ. ໃນຖານະຜູ້ຮັກສັນຕິ ທ່ານໄດ້ເຮັດວຽກ ຈົນຮອດມື້ສຸດທ້າຍ ຂອງ ທ່ານ ໃຫ້ໄປສູ່ການປະນີປະນອມກັນ ກັບພວກປະເທດເພື່ອນບ້ານ ຂອງພວກເຮົາ ເພື່ອອະນາຄົດອັນດີກວ່າ ສຳລັບພວກລູກເຕົ້າຂອງພວກເຮົາ.”

ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ໄດ້ກ່າວວ່າ ບໍ່ມີໃຜ ເຮັດວຽກຫຼາຍ​ໄປກວ່າ ທ່ານ Peres ເພື່ອສ້າງພັນທະມິດ ລະ ຫວ່າງ ສະຫະລັດ ແລະ ອິສຣາແອລ ແລະ ໄດ້ໃຫ້ການຕີລາຄາທ່ານ Peres ວ່າ ເປັນບຸກຄົນຜູ້ໜຶ່ງ ຜູ້ທີ່ກົດດັນພວກຜູ້ຄົນ ໃຫ້ຄາດຫວັງຫຼາຍກວ່າຕົນເອງ.

ທ່ານໂອບາມາໄດ້ເວົ້າວ່າ “ທ່ານ Peres ໄດ້ນຳພາດ້ວຍວິໄສທັດ ຂອງກຽດສັກສີ ຂອງ ມວນມະນຸດ ແລະຄວາມກ້າວໜ້າທີ່ທ່ານຮູ້ຈັກວ່າ ເຈດຕະນາດີຂອງປະຊາຊົນ ນັ້ນ ອາດກ້າວໄປໜ້າພ້ອມໆກັນ. ທ່ານ​ໄດ້​ນຳ​ເອົາ​ພວກ​ຊາວ​ໜຸ່ມ​ ຈາກ​ທົ່ວ​ໂລກ ມາ​ເຕົ້າ​ໂຮມ​ກັນ​ ຍ້ອນ​ທ່ານ​ຮູ້​ດີວ່າ ​ເຂົາ​ເຈົ້າສາມາດ​ນຳພາ​ພວກ​ເຮົາ​ໄປ​ສູ່​ອຸດົມ​ການ ຄວາມ​ຍຸຕິ​ທຳ ​ແລະ​ຄວາມສະເໝີ​ພາບ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Israeli Statesman Shimon Peres Dies at 93
please wait

No media source currently available

0:00 0:01:21 0:00

XS
SM
MD
LG