ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຊາວ Shi'ites 4 ຄົນ ໄດ້ຖືກສັງຫານ ໃນ ປະເທດ ປາກິສຖານ


ພວກອາສາສະໝັກ ຊາວປາກິສຖານ ກຳລັງເຄື່ອນຍ້າຍຊາຍ
ຄົນເຈັບຜູ້ນຶ່ງ ອອກຈາກລົດສຸກເສີນ ໃນຂະນະທີ່ໄປຮອດ ໂຮງໝາໍ ໃນເມືອງ Quetta ປະເທດປາກິສຖານ, ວັນທີ 10 ກັນຍາ 2017.
ພວກອາສາສະໝັກ ຊາວປາກິສຖານ ກຳລັງເຄື່ອນຍ້າຍຊາຍ ຄົນເຈັບຜູ້ນຶ່ງ ອອກຈາກລົດສຸກເສີນ ໃນຂະນະທີ່ໄປຮອດ ໂຮງໝາໍ ໃນເມືອງ Quetta ປະເທດປາກິສຖານ, ວັນທີ 10 ກັນຍາ 2017.

ຕຳຫຼວດປາກິສຖານ ກ່າວວ່າ ພວກມືປືນ ໃນແຂວງ Baluchistan ໄດ້ສັງຫານສະມາຊິກ
ຂອງປະຊາຄົມ Hazara 4 ຄົນ ທີ່ເປັນນິກາຍ Shi’ite ຊົນກຸ່ມນ້ອຍ.

ທ່ານ Amjad Ali Khan ຜູ້ບັນຊາການຕຳຫຼວດ ຈາກ ເມືອງ Quetta ໄດ້ບອກອົງການ
ຂ່າວຂອງຝຣັ່ງ ວ່າ “ການສອບສວນໃນເບື້ອງຕົ້ນ ສະແດງໃຫ້ເຫັນວ່າ ມັນເປັນພື້ນຖານ
ການສັງຫານ ແນເປົ້າໝາຍໃສ່ຊົນເຜົ່າທີ່ແຕກຕ່າງ...”

ພວກຜູ້ເຄາະຮ້າຍ ກຳລັງເດີນທາງໄປ ດ້ວຍລົດຍົນ ເທິງຖະໜົນເສັ້ນນຶ່ງ ລະຫວ່າງ ເມືອງ
Quetta ແລະ ຊາຍແດນອັຟການິສຖານ.

ຍັງບໍ່ມີການອ້າງເອົາຄວາມຮັບຜິດຊອບ ໃນທັນທີທັນໃດເທື່ອ. ແຕ່ຢ່າງໃດກໍຕາມ ປະຊາ
ຄົມ Hazara ໄດ້ຕົກເປັນເປົ້າໝາຍ ຂອງພວກຫົວຮຸນແຮງ ນິກາຍ Sunni ມາໄດ້ດົນ
ນານແລ້ວ. ລັກສະນະໜ້າຕາ ທີ່ເປັນຈຸດເດັ່ນ ຂອງພວກຊາວ Hazara ນັ້ນ ເຮັດໃຫ້
ພວກເຂົາເຈົ້າ ເບິ່ງໄດ້ງ່າຍ ພາຍໃນປະຊາກອນໃນທ້ອງຖິ່ນ ແລະ ເພາະສະນັ້ນ ຈະຕົກ
ເປັນເປົ້າໝາຍໄດ້ງ່າຍຂຶ້ນ ສຳລັບພວກ ທີ່ກຳລັງຊອກສັງຫານຊາວນິກາຍ Shi’it.

ພວກຊາວ Hazara ອາໄສຢູ່ທັງ ອັຟການິສຖານ ແລະ ປາກິສຖານ.

ມັນບໍ່ເປັນທີ່ຈະແຈ້ງ ໃນທັນທີທັນໃດ ວ່າ ພວກເຄາະຮ້າຍທັງຫຼາຍນັ້ນ ອາໄສຢູ່ບ່ອນໃດ.

ຢູ່ໃນປາກິສຖານ ການໂຈມຕີ ຕໍ່ພວກຊາວ Hazara ໄດ້ເກີດຂຶ້ນຢູ່ຕໍ່ເນື່ອງ ເປັນເວລາ
ຫຼາຍປີຜ່ານມາ. ຄວາມຮຸນແຮງ ໄດ້ເກີດຂຶ້ນສູງສຸດໃນປີ 2013 ໃນເວລາ ປະຊາຊົນ
ຫຼາຍກວ່າ 230 ຄົນ ໄດ້ຖືກສັງຫານ ໃນການໂຈມຕີຫຼາຍຄັ້ງ ຕະຫຼອດໄລຍະນຶ່ງປີ ອີງ
ຕາມ ບັນຊີ ທີ່ປະກອບຂຶ້ນມາໂດຍ ບັນດາຜູ້ນຳປະຊາຄົມ ນິກາຍ Shi’it ໃນເມືອງ
Quetta.

ໃນເດືອນ ມັງກອນ ປີ 2013 ປະຊາຊົນ ຫຼາຍກວ່າ 100 ຄົນ ໄດ້ຖືກສັງຫານ ໃນການ
ວາງລະເບີດ ສອງຄັ້ງທີ່ແຕກຕ່າງກັນ.

ໃນການໂຈມຕີ ອີກຄັ້ງນຶ່ງ ໃນສອງສາມປີຜ່ານມານີ້ ພວກຫົວຮຸນແຮງ ໄດ້ຢຸດລົດເມ
ຂອງທ້ອງຖິ່ນ ຄັນນຶ່ງ ຢູ່ໃກ້ກັບເມືອງ Quetta ແລະ ໄດ້ບັງຄັບໃຫ້ພວກຜູ້ໂດຍສານທີ່
ເປັນຊາວ Hazara ເທົ່ານັ້ນ ອອກຈາກລົດເມ ແລ້ວເອົາພວກເຂົາເຈົ້າມາລຽນແຖວ
ແລ້ວຍິງພວກເຂົາເຈົ້າ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG