ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທ​ຣຳ ຂອບ​ໃຈ ອີ​ຣ່ານ ສຳ​ລັບ​ການ​ປ່ອຍ​ຕົວ ຄົນ ອາ​ເມ​ຣິ​ກັນ ເຊື້ອ​ສາຍ ຈີນ ໃນ​ການ​ແລກ​ປ່ຽນ​ນັກ​ໂທດ


ນາງ ຮ​ວາ ຈູ, ພັນ​ລະ​ຍາ​ຂອງ​ທ້າວ ຊີ​ຢູ ຫວັງ, ນັກ​ສຶກ​ສາ​ທີ່​ຖືກ​ຂັງ​ໃນ​ຄຸກ ອີ​ຣ່ານ, ໃສ່​ເຂັມ​ຂັດ​ທີ່​ມີ​ຮູບ​ຂອງ​ລາວ ໃນ​ຂະ​ນະ​ທີ່​ນາງ​ໃຫ້​ຄຳ​ເຫັນ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ວັນ​ຄົບ​ຮອບ​ສາມ​ປີ​ຂອງ​ການ​ຖືກ​ກັກ​ຂັງ, ຢູ່​ສະ​ໂມ​ສອນ​ສື່ມວນ​ຊົນ​ແຫ່ງ​ຊາດ. 8 ສິງ​ຫາ, 2019,
ນາງ ຮ​ວາ ຈູ, ພັນ​ລະ​ຍາ​ຂອງ​ທ້າວ ຊີ​ຢູ ຫວັງ, ນັກ​ສຶກ​ສາ​ທີ່​ຖືກ​ຂັງ​ໃນ​ຄຸກ ອີ​ຣ່ານ, ໃສ່​ເຂັມ​ຂັດ​ທີ່​ມີ​ຮູບ​ຂອງ​ລາວ ໃນ​ຂະ​ນະ​ທີ່​ນາງ​ໃຫ້​ຄຳ​ເຫັນ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ວັນ​ຄົບ​ຮອບ​ສາມ​ປີ​ຂອງ​ການ​ຖືກ​ກັກ​ຂັງ, ຢູ່​ສະ​ໂມ​ສອນ​ສື່ມວນ​ຊົນ​ແຫ່ງ​ຊາດ. 8 ສິງ​ຫາ, 2019,

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ຂອບ​ໃຈ ອີ​ຣ່ານ ສຳ​ລັບ​ການ​ປ່ອຍ​ຕົວ​ນັກສຶກ​ສາ ອາ​ເມ​ຣິ​ກັນ ເຊື້ອ​ສາຍ ຈີນ ທີ່​ເຂົາ​ເຈົ້າ​ຄວບ​ຄຸ​ມ​ຕົວ​ນັບ​ຕັ້ງ​ແຕ່​ປີ 2016 ເປັນ​ຕົ້ນ​ມາ ໃນ​ການ​ແລກ​ປ່ຽນ​ກັບການ​ປ່ອຍ​ຕົວ​ນັກ​ວິ​ທະ​ຍາ​ສາດ ອີ​ຣ່ານ ທີ່​ ສະ​ຫະ​ລັດ ໄດ້​ຈັບ​ເມື່ອ​ປີ​ກາຍນີ້.

ໃນ​ຂໍ້​ຄວາມ​ທີ່​ຂຽນ​ຢູ່​ທວິດ​ເຕີ​ເມື່ອ​ວັນ​ເສົາ​ວານນີ້ ເຊິ່ງໄດ້​ເປັນ​ຂີດ​ໝາຍ​ຂອງ​ການ​ປ່ຽນ​ແປງນ້ຳ​ສຽງ​ທີ່​ເປັນ​ແງ່​ບວກຂຶ້ນໂດຍ ທ່ານ ທ​ຣຳ ກ່ຽວ​ກັບ ອີ​ຣ່ານ​ ນັ້ນ, ທ່ານ​ໄດ້​ຂອບ​ໃຈ​ເຂົາ​ເຈົ້າ​ສຳ​ລັບ “​ການ​ເຈ​ລະ​ຈາ​ທີ່​ເປັນ​ທຳຫຼາຍ” ທີ່​ໄດ້​ນຳ​ໄປ​ສູ່​ການ​ແລກ​ປ່ຽນ​ນັກ​ໂທດ​ໃນ​ຕອນ​ເຊົ້າ​ຂອງວັນ​ດັ່ງ​ກ່າວ. ທ່ານ​ໄດ້​ກ່າວ​ເພີ່ມ​ເຕີມ​ວ່າ “ເຫັນ​ບໍ່, ພວກ​ເຮົາ​ສາ​ມາດ​ເຮັດ​ຂໍ້​ຕົກ​ລົງ​ນຳ​ກັນ.”

ທ່ານ ທ​ຣຳ ໄດ້​ກ່າວ​ຍິນ​ດີ​ຢ່າງ​ຊ້ຳ​ແລ້ວ​ຊ້ຳ​ອີກ ເພື່ອ​ຈັດ​ການ​ເຈ​ລະ​ຈາ​ກັບ ອີ​ຣ່ານ ກ່ຽວ​ກັບ ການ​ສິ້ນ​ສຸດການ​ກະ​ທຳ​ທີ່​ເຂົາ​ເຈົ້າ​ຄິດ​ວ່າ ເປັນ​ການ​ໃສ່​ຮ້າຍ​ປ້າຍ​ສີ ດັ່ງ​ກັບ​ສ່ວນ​ນຶ່ງ​ຂອງ​ຂໍ້​ຕົກ​ລົງ​ໃໝ່​ເພື່ອ​ມາ​ທົດ​ແທນ​ຂໍ້​ຕົກ​ລົງ​ນິວ​ເຄ​ລຍ​ປີ 2015 ທີ່​ລັດ​ຖະ​ບານ ເຕ​ຫະ​ຣ່ານ ໄດ້​ບັນ​ລຸ​ກັບ​ມະ​ຫາ​ອຳ​ນາດ​ໂລກ​ຫົກ​ປະ​ເທດ. ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ໄດ້​ຖອນ​ຕົວ​ອອ​ຈາກ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ນັ້ນ​ໃນ​ປີ​ກາຍນີ້, ໂດຍ​ເວົ້າ​ວ່າ ມັນ​ບໍ່​ເຂັ້ມ​ງວດ​ພໍ​ສຳ​ລັບ ອີ​ຣ່ານ.

ແຕ່​ໃນ​ສອງ​ສາມ​ວັນ​ທີ່​ຜ່ານ​ມາ, ທ່ານ ທ​ຣຳ ແລະ ເຈົ້າ​ໜ້າ​ທີ່ ອາ​ວຸ​ໂສ ສະ​ຫະ​ລັດ ໄດ້​ໃຊ້​ຄຳ​ເວົ້າ​ທີ່​ຮຸ​ນ​ແຮງ​ເພື່ອ​ຕຳ​ໜິ​ວິ​ຈານ ອີ​ຣ່ານ ສຳ​ລັບ​ການ​ກົດ​ຂີ່​ທີ່​ຮຸ​ນ​ແຮງ​ຕໍ່​ຜູ້​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ ທີ່​ໄດ້​ເກີດ​ຂຶ້ນ​ທົ່ວ​ປະ​ເທດ​ໃນ​ເດືອນ​ທີ່​ຜານ​ມາ. ໃນ​ຂະ​ທີ່ຫຼ້າ​ສຸດເມື່ອ​ວັນ​ພະ​ຫັດ​ແລ້ວນີ້, ທ່ານ ທ​ຣຳ ໄດ້​ກ່າວ​ວ່າ ອີ​ຣ່ານ ໄດ້​ສັງ​ຫານ​ປະ​ຊາ​ຊົນ​ຂອງ​ເຂົາ​ເຈົ້າ​ເອງຫຼາຍ​ຮ້ອຍ​ຄົນ ໃນ​ສິ່ງ​ທີ່​ເຂົາ​ເຈົ້າ​ເອີ້ນ​ວ່າ ເປັນ​ການ “ປາບ​ປາບ​ທີ່​ໂຫດ​ຮ້າຍ” ແລະ “ສະ​ຖາ​ນະ​ການ​ທີ່​ເປັນ​ຕາ​ຢ້ານ” ທີ່​ທ່ານ​ໄດ້​ເດົາ​ວ່າ​ຈະ​ກາຍ​ເປັນ “ຂ່າວນອງ​ນັນ​ຂະ​ໜາດ​ໃຫຍ່ ທົ່ວ​ໂລກ​ໃນ​ໄວໆ​ນີ້.”

ກຸ່ມ​ສິດ​ທິ​ມະ​ນຸດ​ ນິລະ​ໂທດ​ກຳ​ສາ​ກົນ ທີ່​ມີ​ຫ້ອງ​ການ​ຕັ້ງ​ຢູ່ປະ​ເທດ ອັງ​ກິດ ໄດ້​ກ່າວ​ວ່າ ເຂົາ​ເຈົ້າ​ໄດ້ຮັບ​ລາຍ​ງານ​ທີ່​ໜ້າ​ເຊື່ອ​ຖື ກ່ຽວ​ກັບ ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ ອີ​ຣ່ານ ເຂັ່ນ​ຂ້າ​ຜູ້​ປະ​ທ້ວງ​ຢ່າງ​ໜ້ອຍ 208 ຄົນ​ໃນ​ການ​ປາບ​ປາມ​ຂອງ​ເດືອນ​ທີ່​ຜ່ານ​ມາ. ອີ​ຣ່ານ ໄດ້​ໂຕ້​ແຍ້ງ​ຕົວ​ເລກ​ດັ່ງ​ກ່າວ ໂດຍບໍ່​ໄດ້​ສະ​ໜອງ​ຕົວ​ເລກ​ຜູ້​ເສຍ​ຊີ​ວິດ​ສູງ​ສຸດ​ຂອງ​ເຂົາ​ເຈົ້າ​ເອງ.

ໃນ​ຂໍ້​ຄວາມທີ່​ຂຽນ​ໃນທວິດ​ເຕີ ອີກ​ອັນ​ນຶ່ງ​ໃນ​ວັນ​ເສົາ​ວານນີ້, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ໄມ​ຄ໌ ພອມ​ພຽວ ກໍ​ໄດ້​ໃຊ້​ຄຳ​ເວົ້າ​ທີ່​ເປັນ​ແງ່ບວກ​ສຳ​ລັບ​ບົດ​ບາດ​ຂອງ​ລັດ​ຖະ​ບານ ເຕ​ຫະ​ຣ່ານ ໃນ​ການ​ແລກ​ປ່ຽນ​ນັກ​ໂທດ​ນັ້ນ, ໂດຍ​ເວົ້າ​ວ່າ “ພວກ​ເຮົາ​ຍິນ​ດີ​ທີ່​ລັດ​ຖະ​ບານ ອີ​ຣ່ານ ໄດ້​ດຳ​ເນີ​ນ​ການ​ໃນ​ທາງ​ທີ່​ສ້າງ​ສັນ ກ່ຽວ​ກັບ​ບັບ​ຫານີ້.” ທ່ານ​ໄດ້​ຂອບ​ໃຈ​ລັດ​ຖະ​ບານ ສວິດ​ເຊີ​ແລນ ສຳ​ລັບ​ການ​ເປັນ​ຜູ້​ໄກ່​ເກ່ຍ​ໃນ​ຂໍ້​ຕົກ​ລົງ​ເຊັ່ນ​ກັນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG