ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການ​ປ່ຽນ​ແປງ​ຕະ​ຫຼາດ​ໂລກ ປ່ອຍໃຫ້​ພວກ​ແຮງ​ງາ​ນສະ​ຫະ​ລັດ ຢູ່​ເບື້ອງ​ຫຼັງ


Market Shifts Leave US Manufacturing Behind
please wait

No media source currently available

0:00 0:02:54 0:00

ປະ​ທາ​ນາ​ທິ​ບໍ​ດີດໍ​ໂນ​ລ ທ​ຣຳ ເນັ້ນ​ຢໍ້າວ່າ ​ຂໍ້​ຕົກ​ລົງ​ການ​ຄ້າ​ໃໝ່​ຂອງ​ທ່ານ ກັບ​ເມັກ​ຊິ​ໂກ
ແລະ​ກາ​ນາ​ດາ ຈະ​ເວົ້າເຖິງ​ການ​ສົ່ງ​ອອກ ໜ້າວຽກດ້ານການ​ຜະ​ລິດ​ອອກໄປນອກ
​ປະ​ເທດ. ເຖິງ​ຢ່າງ​ໃດ​ກໍ​ດີ ນັ້ນ​ເປັນ​ຄຳປະຕິ​ຍານວ່າ ຈະແກ້ໄຂບັນ​ຫາການປະ​ກາດ​
ຂອງບໍ​ລິ​ລັດ​ຜະ​ລິດ​ລົດ​ຍັກ​ໃຫຍ່​ ເຈ​ເນ​ຣາ​ລ ໂມ​ໂຕ​ຣ ທີ່​ວ່າຈະເອົາ​ພະ​ນັກ​ງາ​ນ​ອອກ
​ຈຳ​ນວນ 14,000 ຄົນ ໃນ​ຫ້າ​ບໍ​ລິ​ສັດ​ຢູ່​ໃນ​ສະ​ຫະ​ລັດ ແລະ​ກາ​ນາ​ດາ.

ເຖິງ​ແມ່ນວ່າ​ປະ​ທາ​ນາ​ທິບໍ​ດີ​ຈະໄດ້​ປະ​ກາດ​ໄປໃນ​ແງ່​ດີກໍຕາມ ແຕ່ບໍ​ລິ​ສັດ​ເຈ​ເນ​ຣານ
ໂມ​ໂຕ ກໍໄດ້​ເນັ້ນເຖິງ​ການ​ຫັນປ່ຽນໃນດ້ານຕະ​ຫຼາດຢ່າງກວ້າງໆ​ ໃນອຸດ​ສາ​ຫະ​ກຳ​ລົດ​ຍົນຂອງຕົນ.

ປ້​າຍ​ທີ່​ຫ້ອຍ​ຢູ່​ໜ້າ​ຫ້ອງ​ການ UAW ທ້ອງ​ຖິ່ນ 1112 ໃນ​ເມືອງ Lordstown ລັດ​ໂອ​ຮາຍ​ໂອ ວັນ​ທີ 27 ພະ​ຈິກ 2018.
ປ້​າຍ​ທີ່​ຫ້ອຍ​ຢູ່​ໜ້າ​ຫ້ອງ​ການ UAW ທ້ອງ​ຖິ່ນ 1112 ໃນ​ເມືອງ Lordstown ລັດ​ໂອ​ຮາຍ​ໂອ ວັນ​ທີ 27 ພະ​ຈິກ 2018.

ບໍ​ລິ​ສັດ​ເຈ​ເນ​ຣານ ໂມ​ໂຕ ໄດ້​ໃຫ້ເຫດຜົນນ​ການ​ຕັດ​ສິນ​ໃຈ​ວ່າ ​ເປັນ​ຜົນ​ຂອງ​ການ​ປ່ຽນ​ແປງແນວໂນ້ມ​ດ້ານ​ເສດ​ຖະ​ກິດ ທີ່​ເຫັນ​ຄວາມ​ນິຍົມຂອງບັນ​ດາ​ຜູ້​ບໍ​ລິ​ໂພກທີ່ຫັນ​ປ່ຽນ
​ໄປ​ຈາກ​ລົດຂະ​ໜາດ​ກາງ ​ໄປ​ສູ່​ລົດ​ຍົນ sport utility (SUVs) ແລະ​ລົດ​ໄຟ​ຟ້າ. ທາງ
ບໍ​ລິ​ສັດ​ກ່າວ​ວ່າ​ການ​ເຄື່ອນ​ໄຫວນີ້ “ເປັນ​ການ​ດັດ​ແປງ​ກຳ​ລັງ​ແຮງ​ງານ​ຢູ່​ທົ່ວ​ໂລກ ເພື່ອ
​ຄ້ຳ​ປະ​ກັນ​ຄວາມ​ຊຳ​ນິ​ຊຳ​ນານ​ທີ່​ຖືກ​ຕ້ອງ​ສຳ​ລັບ​ມື້​ນີ້ ແລະໃນ​ອະນາ​ຄົດ.”

ລົດ​ບັນ​ທຸກ ​ຂົນ​ສ​ົ່ງ​ລົດໃໝ່ ທີ່​ແກ່​ອອກ​ຈາກ​ບໍ​ລິ​ສັດ​ເຈ​ເນ​ຣານ ໂມ​ໂຕ ທີ​ເມືອງ Lordstown ວັນ​ທີ 27 ພະ​ຈິກ 2018.
ລົດ​ບັນ​ທຸກ ​ຂົນ​ສ​ົ່ງ​ລົດໃໝ່ ທີ່​ແກ່​ອອກ​ຈາກ​ບໍ​ລິ​ສັດ​ເຈ​ເນ​ຣານ ໂມ​ໂຕ ທີ​ເມືອງ Lordstown ວັນ​ທີ 27 ພະ​ຈິກ 2018.

ບັນ​ດາ​ການ​ເຄື່ອນ​ໄຫວ​ໄປ​ສູ່​ການ​ເພີ້ມ​ໃຫ້​ໄດ້​ຜົນຢ່າງ​ພຽງ​ພໍ ຍັງ​ຮວ​ມຢູ່ໃນການ​ຕັດລົງ
25 ເປີ​ເຊັນຂອງ​ກຳ​ລັງ​ແຮງ​ງານດ້ານ​ບໍ​ລິ​ຫານນຳ.

ແຕ່​ວ່າ​ຢູ່ Lordstown ລັດໂອ​ຮາຍ​ໂອ ບັນ​ດາ​ຜູ້​ເຮັດ​ວຽກ​ທີ່​ຊີ​ວິດ​ເຂົາ​ເຈົ້າ​ເພິ່ງ​ພາ​ອາ​
ໄສ​ໜ້າ​ວຽກ​ຢູ່​ໃນ ບໍ​ລິ​ສັດ GM ໄດ້​ພະ​ຍາ​ຍາມ​ດິ້ນ​ລົນເພື່ອໃຫ້​ເຂົ້າ​ໃຈ​ເຖິງການ​ເຄື່ອນ
​ໄຫວ​ດັ່ງ​ກ່າວ.

ອ່ານ​ຂ່າ​ວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

GM Workers Face Grim Holiday Season With Plant Shutdowns Ahead
please wait

No media source currently available

0:00 0:02:58 0:00
XS
SM
MD
LG