ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຫົວໜ້າຕໍາຫລວດທ້ອງຖິ່ນ ບໍ່ຮັບເອົາແຜນ ຫລຸດຜ່ອນຄວາມຮຸນແຮງ ຢູ່ໃນນະຄອນ ປອດແລນຂອງຜູ້ປົກຄອງລັດອໍເຣແກນ


ຕໍາຫລວດນະຄອນປອດແລນ ໄດ້ເຂົ້າຄວບຄຸມຖະໜົນສາຍຕ່າງໆ ໃນນະຄອນນັ້ນ ພາຍຫລັງໄດ້ຈັບກຸມຄົນຢູ່ໃນການປະທ້ວງ ຕອນກາງຄືນວັນອາທິດ ທີ 30 ສິງຫາ 2020
ຕໍາຫລວດນະຄອນປອດແລນ ໄດ້ເຂົ້າຄວບຄຸມຖະໜົນສາຍຕ່າງໆ ໃນນະຄອນນັ້ນ ພາຍຫລັງໄດ້ຈັບກຸມຄົນຢູ່ໃນການປະທ້ວງ ຕອນກາງຄືນວັນອາທິດ ທີ 30 ສິງຫາ 2020

ຫົວໜ້າຕໍາຫລວດທ້ອງຖິ່ນຈາກສອງຫົວເມືອງ ຫຼືເຄົາຕີ ໃນເຂດຊານເມືອງ ຂອງນະຄອນປອດແລນ, ລັດອໍເຣແກນ ກໍາລັງປະຕິເສດແຜນການຂອງຜູ້ປົກ ຄອງລັດ ທີ່ຈະໃຫ້ເຈົ້າໜ້າທີ່ຕຳຫຼວດ ຂອງພວກເຂົາເຈົ້າໄປຮັກ ສາຄວາມສະ ຫງົບຢູ່ໃນນະຄອນດັ່ງກ່າວ ພາຍຫລັງທີ່ມີ ການຍິງກັນຢ່າງເປັນອັນຕະລາຍ ຮ້າຍແຮງໂດຍຜູ້ສະໜັບສະໜຸນຝ່າຍຂວາຂອງປະທານາທິບໍດີ ດໍໂນລ ທຣໍາ. ຢູ່ໃນຖະແຫລງການທີ່ໃຊ້ຄໍາເວົ້າຢ່າງແຫລມຄົມນັ້ນ ບັນດາຫົວໜ້າຕໍາຫລວດ ຂອງຄາວຕີ ແຄລກຄາມາສ (Clackamas) ແລະວໍຊິງຕັນ ເວົ້າວ່າ ແຜນການ ດັ່ງກ່າວ ຈະບໍ່ເຮັດໃຫ້ການກໍ່ຄວາມຮຸນແຮງຍຸຕິລົງໄດ້ເມື່ອຂີດໝາຍວັນຄົບຮອບ 100 ວັນ ແຫ່ງການປະທ້ວງ ຂອງຂະບວນການຊີວິດຄົນຜິວດໍາກໍສໍາຄັນ ກໍາລັງຍ່າງເຂົ້າມາ ຢູ່ໃນເມືອງ ປອດແລນ. ສະພາບການດັ່ງກ່າວໄດ້ເຮັດໃຫ້ ມີຄວາມບໍ່ແນ່ນອນຢ່າງຫລວງຫລາຍຢູ່ໃນນະຄອນທີ່ກໍາລັງດີ້ນຮົນຊຶ່ງເປັນຈຸດສົນໃຈຂອງຊາດນັ້ນ. ປະທານາ ທິບໍດີດໍໂນລ ທຣໍາ ໄດ້ເຮັດໃຫ້ ປອດແລນກາຍເປັນເປົ້າໝາຍຂອງຄໍາຂວັນທີ່ວ່າ “ກົດໝາຍ ແລະລະບຽບການ” ຂອງການໂຄສະນາຫາສຽງໃຫ້ໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງຄືນ ຂອງເພິ່ນ.

ການຕັດສິນໃຈຂອງພວກເຂົາເຈົ້າໄດ້ເຮັດໃຫ້ແຜນການທີ່ປະກາດໃນນຶ່ງມື້ກ່ອນໜ້ານັ້ນ ໂດຍຜູ້ປົກຄອງລັດ ເຄດ ບຣາວ (Kate Brown) ເພື່ອຮັກສາຄວາມສະ ຫງົບຢູ່ໃນປອດແລນ ໂດຍການເອົາເຈົ້າໜ້າທີ່ ຕໍາຫລວດຂອງທ້ອງຖິ່ນທີ່ ຢູ່ໃກ້ຄຽງ ແລະເຈົ້າໜ້າທີ່ຕໍາຫລວດຂອງ ຫ້ອງການລັດອໍເຣແກນ ໄປເພີ້ມໃສ່ ໃນຂະນະທີ່ນະຄອນດັ່ງກ່າວ ກໍາລັງປະສົບຄວາມຫຍຸ້ງຍາກໃນການກັບມາ ຕັ້ງຕົວ ຄືນໄດ້ຢູ່ໃນແສງເຈີດຈ້າ ທີ່ເປັນຈຸດຈ້ອງມອງຂອງຊາດຢູ່ນັ້ນ.

ທ່ານນາງ ບຣາວ ທີ່ເປັນຄົນສັງກັດໃນພັກເດໂມແຄຣັດ ໄດ້ປະກາດແຜນການຮັກ ສາຄວາມສະຫງົບສໍາລັບປອດແລນ ຫລັງຈາກມີການຍິງເພື່ອເອົາຊີວິດຂອງທ້າວ ອາຣອນ ດານຽວສັນ (Aaron Danielson), ອາຍຸ 39 ປີ ໃນວັນເສົາຜ່ານມາ ໃນ ຂະນະທີ່ພວກປະທ້ວງຂອງຂະບວນການຊີວິດຄົນຜິວດໍາກໍສໍາຄັນປະທະກັບ ພວກສະໜັບສະໜຸນທ່ານທຣໍາ ທີ່ໄດ້ຂັບລົດເປັນຂະບວນໄປທົ່ວນະຄອນດັ່ງ ກ່າວ. ບໍ່ມີໃຜຖືກຈັບໃນກໍລະນີນີ້.

ການປະຕິເສດຂອງຫົວໜ້າຕໍາຫລວດທ້ອງຖິ່ນສອງທ່ານ ທີ່ໄດ້ຮັບການເລືອກຕັ້ງ ແບບບໍ່ໄດ້ຂຶ້ນກັບພັກໃດ, ໄດ້ເຮັດໃຫ້ມີຄວາມບໍ່ແນ່ນອນກ່ຽວກັບວ່າ ອະນາຄົດຂອງ ນະຄອນປອດແລນຈະເປັນແນວໃດ ໃນຂະນະທີ່ທ່ານທຣໍາ ໄດ້ສຸມໃສ່ຄວາມ ໂກລະຫົນວຸ້ນວາຍໃນປອດແລນໃຫ້ເປັນຄໍາຂວັນ ກົດໝາຍ ແລະລະບຽບການ ໃນການໂຄສະນາຫາສຽງເພື່ອໃຫ້ໄດ້ຮັບການ ເລືອກຕັ້ງຄືນອີກ.

ທ່ານ ເຄຣກ ໂຣເບີດສ໌ (Craig Roberts) ຫົວໜ້າຕໍາຫລວດທ້ອງຖິ່ນໃນຄາວຕີ ແຄລກຄາມາສ (Clackamas) ເວົ້າວ່າ ການເຮັດໃຫ້ນະຄອນດັ່ງກ່າວຖ້ວມລົ້ນ ໄປດ້ວຍເຈົ້າໜ້າທີ່ປະຕິບັດກົດໝາຍຈະບໍ່ໃຊ້ການຫຍັງໄດ້ ເພາະທະນາຍຄວາມ ທີ່ຫາກໍ່ຖືກເລືອກຕັ້ງໃໝ່ໆ ຂອງນະຄອນດັ່ງກ່າວ ໄດ້ຍົກເລີກການກ່າວຫາ ຕໍ່ ພວກປະທ້ວງຫລາຍຮ້ອຍຄົນ ທີ່ຖືກຈັບຍ້ອນກໍ່ອາດຊະຍາກໍາທີ່ບໍ່ແມ່ນການກະ ທໍາຄວາມຮຸນແຮງ ແລະໃນຖານລະດັບຕໍ່າ.

ທ່ານ ໂຮເບີດສ໌ ແລະ ທ່ານ ແພດ ກາແຣດ (Pat Garrett) ຫົວໜ້າຕໍາຫລວດ ຂອງຄາວຕີ ວໍຊິງຕັນ ຍັງເວົ້າອີກວ່າການຮັບຜິດຊອບຂອງເຈົ້າໜ້າທີ່ຕໍາຫລວດ ຂອງພວກເຂົາເຈົ້າຈະຫລວງຫລາຍເກີນໄປ ທ້າມກາງຄວາມເປັນຫ່ວງວ່າ ພວກ ເຈົ້າໜ້າທີ່ອາດຈະຖືກຟ້ອງໄດ້ຍ້ອນໄປປະຕິບັດງານຢູ່ນອກເຂດອໍານາດຄວບຄຸມ ຂອງເຂົາເຈົ້າ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG