ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຜູ້​ກຳ​ກັບ​ການຕຳຫຼວດ​ກ່າວ​ວ່າ ຜູ້​ຕ້ອງ​ສົງ​ໄສ​ໃນ​ການ​ຍິງ​ກັນ ​ຢູ່​ລັດ​ຄາ​ລິ​ຟໍ​ເນຍ ຂ້າ​ຕົນ​ເອງ​ຕາຍ


ສະ​ມາ​ຊິກ​ທີມ SWAT ເຂົ້າ​ໄປ​ໃນ​ລົດ​ຕູ້ ແລະ ກວດ​ຄົ້ນ​ໃນ​ເມືອງ ທໍ​ແຣນ​ສ໌, ລັດ​ຄາ​ລິ​ຟໍ​ເນຍ, 22 ມັງກອນ 2023.
ສະ​ມາ​ຊິກ​ທີມ SWAT ເຂົ້າ​ໄປ​ໃນ​ລົດ​ຕູ້ ແລະ ກວດ​ຄົ້ນ​ໃນ​ເມືອງ ທໍ​ແຣນ​ສ໌, ລັດ​ຄາ​ລິ​ຟໍ​ເນຍ, 22 ມັງກອນ 2023.

ການ​ຕາມ​ລ່າ​ຫາ​ມື​ປືນ​ຜູ້​ທີ່​ໄດ້​ສັງ​ຫານ 10 ຄົນ​ ຢູ່​ຫ້ອງ​ເຕັ້ນ​ລຳ​ຂອງ​ສະ​ໂມ​ສອນ​ເຕັ້ນ​ລຳ​ໃນ​ເຂດ​ນະ​ຄອນ ລອ​ສ ແອນ​ເຈີ​ລິ​ສ ໄດ້​ສິ້ນ​ສຸດ​ລົງ​ໃນ​ວັນ​ອາ​ທິດ​ວານນີ້​ເວ​ລາ​ບັນ​ດາ​ເຈົ້າ​ໜ້າ​ໄດ້​ພົບ​ເຫັນ​ລາວເສຍ​ຊີ​ວິດ​ ດ້ວຍ​ບາດ​ແຜຈາກ​ປືນ​ທີ່​ຍິງ​ໃສ່​ຕົນ​ເອງຢູ່​ໃນ​ລົດ​ຕູ້​ທີ່​ລາວ​ໄດ້​ໃຊ້​ເພື່ອຫຼົບ​ໜີ​ ຫຼັງ​ຈາກ​ປະ​ຊາ​ຊົນ​ໄດ້​ຂັດ​ຂວາງ​ການ​ພະ​ຍາ​ຍາມ​ຍິງ​ຄັ້ງ​ທີ​ສອງ​ຂອງ​ລາວ.

ຕຳຫຼວດ​ນະ​ຄອນ ລອ​ສ ແອນ​ເຈີ​ລິ​ສ ທ່ານ ໂຣ​ເບີດ ລູ​ນາ ໄດ້​ລະ​ບຸ​ຕົວ​ຜູ້​ຊາຍ​ຄົນ​ນັ້ນ​ວ່າ​ ເປັນ​ທ້າວ ຮູ ແຄນ ທ​ຣານ ອາ​ຍຸ 72 ປີ ແລະ ໄດ້​ກ່າວ​ວ່າ ​ບໍ່ມີ​ຜູ້​ຕ້ອງ​ສົງ​ໄສ​ຄົນ​ອື່ນທີ່​ກຳ​ລັງຫຼົບ​ໜີ​ຢູ່. ທ່ານ​ໄດ້​ກ່າວ​ວ່າ​ ແຮງ​ຈູງ​ໃຈ ​ສຳ​ລັບ​ການ​ໂຈມ​ຕີ​ນັ້ນ ​ແມ່ນ​ຍັງ​ບໍ່​ແນ່ນອນ, ເຊິ່ງ​ໄດ້​ເຮັດ​ໃຫ້​ອີກ 10 ຄົນ​ບາດ​ເຈັບ.

ອາ​ວຸດ​ທີ່​ຜູ້​ຕ້ອງ​ສົງ​ໄສ​ໄດ້​ໃຊ້ ​ແມ່​ນ​ຖື​ກ​ລະ​ບຸ​ວ່າ​ ເປັນ​ປືນ​ສັ້ນ​ເຄິ່ງ​ອັດ​ຕະ​ໂນ​ມັດ, ເຊິ່ງ​ຖືກ​ພົບ​ເຫັນ​ຢູ່​ໃນ​ລົດ​ຕູ້​ນັ້ນ.

ສະ​ມາ​ຊິກ​ສະ​ພາ​ຕ່ຳ​ຍິງ ທ່າ​ນ​ນາງ ຈູ​ດີ ຊູ ໄດ້​ກ່າວ​ວ່າ “ຂ້າ​ພະ​ເຂົ້າ​ມີ​ຄຳ​ຖາມ​ໃນ​ໃຈຢູ່, ແມ່ນ​ຍັງ​ທີ່​ເປັນ​ແຮງ​ຈູງ​ໃຈ​ສຳ​ລັບມື​ປືນ​ຄົນ​ນີ້? ລາວ​ມີ​ບັນ​ຫາ​ທາງ​ຈິດ​ບໍ່? ລາວ​ເປັນ​ຄົນ​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ຄອບ​ຄົວ​ບໍ່? ລາວ​ໄດ້​ປືນ​ພວກນີ້ ມ​າ​ແນວ​ໃດ ແລະ ມັນ​ຜ່ານ​ຂະ​ບວນ​ການ​ທາງ​ກົດ​ໝາຍຫຼືບໍ່?”

ໃນ​ຕອນ​ເຊົ້າ​ວັນ​ອາ​ທິດ​ວານນີ້, ບັນ​ດາ​ເຈົ້າ​ໜ້າ​ທີ່​ບັງ​ຄັບ​ໃຊ້​ກົດ​ໝາຍ​ໄດ້​ຫຸ້ມ​ລ້ອມ ແລະ ເຂົ້າ​ໄປ​ໃນ​ລົດ​ຕູ້​ດັ່ງ​ກ່າວ ຫຼັງ​ຈາກ​ໄດ້​ປິດ​ລ້ອມ​ມັນ​ເປັນ​ເວ​ລາຫຼາຍ​ຊົ່ວ​ໂມ​ງ​ກ່ອນ​ທີ່​ຈະ​ເຂົ້າ​ໄປ​ໃນ. ສົບຂອງ​ຄົນ​ນຶ່ງ​ປາ​ກົດ​ວ່າ​ໝູບ​ລົງ​ໃສ່​ພວງ​ມາ​ໄລ​ລົດ ແລະ ຕໍ່​ມາ​ຖືກ​ນຳ​ອອກ​ມາ​ຈາກ​ລົດ​ຄັນ​ດັ່ງ​ກ່າວ.

ຕຳຫຼວດ​ນະ​ຄອນ ລອ​ສ ແອນ​ເຈີ​ລິ​ສ ທ່ານ ໂຣ​ເບີດ ລູ​ນາ ກ່ອນ​ໜ້ານີ້​ໄດ້​ເປີດ​ເຜີຍ​ຮູບ​ຂອງ​ຜູ້​ຊາຍ​ເອ​ເຊຍ​ຄົນ​ນຶ່ງ ຜູ້​ທີ່​ຖືກ​ເຊື່ອ​ວ່າ ​ເປັນ​ຜູ້​ຕ້ອງ​ສົງ​ໄສ.

ການ​ຕາມ​ລ່າ​ໄດ້​ເກີດ​ຂຶ້ນ ຫຼັງ​ຈາກ​ມື​ປືນ​ໄດ້​ສັງ​ຫານ 10 ຄົນ ​ຢູ່​ຫ້ອງ​ເຕັ້ນ​ລຳ​ໃນ​ແລງວັນ​ເສົາ​ທີ່​ຜ່ານ​ມາ​ທ່າມ​ກາງ​ການ​ສະ​ເຫຼີມ​ສະຫຼອງ​ກຸດ​ຈີນ ໃນ​ຊຸ​ມ​ຊົນ​ທີ່​ມີ​ຊາວ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ເອ​ເຊຍ​ເປັນ​ສ່ວນຫຼາຍ ​ໃນ​ເມືອງ ມອນ​ເຕ​ຣີ ພາກ. ລາວ​ມີ​ທ່າ​ທາງ​ວ່າ ​ໄດ້​ພະ​ຍາ​ຍາມແຕ່ລົ້ມ​ແຫຼວ​ທີ່​ຈະ​ແນ​ເປົ້າ​ໃສ່​ຫ້ອງ​ເຕັ້ນ​ລຳ​ແຫ່ງ​ທີ​ສອງອີງ​ຕາມ​ການ​ກ່າວ​ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່.

ລົດ​ຕູ້​ດັ່ງ​ກ່າວ​ຖືກ​ພົບ​ເຫັນ​ໃນ​ເມືອງ ທໍ​ແຣນ​ສ໌, ເຊິ່ງ​ແມ່ນ​ອີກ​ຊຸມ​ຊົນ​ນຶ່ງ ​ທີ່​ເປັນ​ບ້ານ​ຂອງ​ຄົນ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ເອ​ເຊຍຫຼາຍ​ຄົນ, ປະ​ມານ 34.5 ກິ​ໂລ​ແມັດ​ຫ່າງ​ຈາກ​ສະ​ຖານ​ທີ່​ແຫ່ງ​ທີ​ສອງ​ນັ້ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG