ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜູ້ບັນຊາການ ຕຳຫຼວດ ກ່າວວ່າ ບໍ່ໜ້າເຊື່ອວ່າ ທ້າວ Paddock ວາງແຜນໂຈມຕີ ຕາມລຳພັງ


ຜູ້ບັນຊາການຕຳຫຼວດ ເຂດເມືອງ Clark ທ່ານ Joe Lombardo ຕອບຄຳຖາມ ໃນກອງປະຊຸມຖະແຫຼງຂ່າວ ກອງບັນຊາການຕຳຫຼວດ Las Vegas , 3 ຕຸລາ 2017.
ຜູ້ບັນຊາການຕຳຫຼວດ ເຂດເມືອງ Clark ທ່ານ Joe Lombardo ຕອບຄຳຖາມ ໃນກອງປະຊຸມຖະແຫຼງຂ່າວ ກອງບັນຊາການຕຳຫຼວດ Las Vegas , 3 ຕຸລາ 2017.

ໃນ​ຂະນະ​ທີ່ ເຈົ້າໜ້າທີ່ສືບສວນ ພວມພະຍາຍາມ ​ຊອກຫາສາ​ເຫດ​ຂອງ​ການຍິງ​ກາດ
​ເຂົ້າ​ໃສ່ຝູ​ງຊົນ ທີ່​ຮ້າຍ​ແຮງ​ສຸດ​ ​ໃນປະຫວັດ​ສາດ​ສະຫະລັດ ​ຫວ່າງ​ມໍ່ໆ​ມາ​ນີ້, ປະທາ
ນາທິບໍດີ​ດໍ​ໂນ​ລ ທຣຳ ​ໄດ້​ໄປ​ຢ້ຽມຢາມ ນະຄອນ Las Vegas ​ເພື່ອ​ປອບ​ໃຈ​ແກ່
​ພວກເຄາະ​ຮ້າຍພ້ອ​ມທັງ​ພົບ​ປະ​ກັບຕຳຫຼວດ ​ແລະບັນດາເຈົ້າໜ້າ​ທີ່ຮັບ​ມື​ກັບເຫດ
ການສຸກ​ເສີນ ​ອື່ນໆ​ນຳ.

ທ່ານ​ທຣຳ ໄດ້ກ່າວຖະແຫຼງ ຄຽງຂ້າງ​ສະຕີ​ໝາຍ​ເລກ​ນຶ່ງ ທ່ານ​ນາງ Melania Trump
​ໃນ​ວັນ​ພຸດ​ວານ​ນີ້ ສັນລະ​ເສີນ​ບັນດາ​ເຈົ້າ​ໜ້າ​ທີ່​ສຸກ​ເສີນ ​ແລະ​ພວກ​ເຈົ້າໜ້າທີ່ການ
ແພດ​ ​ຊຶ່ງ​ປະຕິບັດ​ໜ້າ​ທີ່​ຢ່າງ​ແຂງ​ຂັນ ​ໃນ​ການຮັບມືກັບການ​ສັງຫານ​ໝູ່​ ໃນ​ວັນ​ອາທິດ
​ຜ່ານ​ມາ​ນີ້.

ທ່ານ ດໍໂນລ ທຣຳ ແລະບັນດາເຈົ້າໜ້າທີ່ສຸກເດີນ ແລະສະຕີໝາຍເລກນຶ່ງ ທ່ານນາງ Melania Trump ແລະບັນດາເຈົ້າໜ້າທີ່ຮັບມືກັບເຫດການສຸກເສີນ ທີ່ຫ້ອງການເຂດເທດສະບານນະຄອນ Las Vegas , 4 ຕຸລາ 2017, ໃນ Las Vegas.
ທ່ານ ດໍໂນລ ທຣຳ ແລະບັນດາເຈົ້າໜ້າທີ່ສຸກເດີນ ແລະສະຕີໝາຍເລກນຶ່ງ ທ່ານນາງ Melania Trump ແລະບັນດາເຈົ້າໜ້າທີ່ຮັບມືກັບເຫດການສຸກເສີນ ທີ່ຫ້ອງການເຂດເທດສະບານນະຄອນ Las Vegas , 4 ຕຸລາ 2017, ໃນ Las Vegas.

ທ່ານ​ທຣຳ ​ໄດ້​ກ່າວ​ວ່າ ​“ສິ່ງ​ທີ່​ຂ້າພະ​ເຈົ້າ​ເຫັນ​ໃນ​ມື້​ນີ້ ​ແມ່ນ​ສິ່ງ​ທີ່​ຍິ່ງ​ໃຫຍ່ໃນການສະແດງ ຄວາມນັບຖືຕໍ່ພວກມື​ອາ​ຊີບ” ແລະ​ທ່ານ​ກ່າວ​ຕໍ່​ໄປ​ວ່າ “ມັນ​ເຮັດ​ໃຫ້​ເຈົ້າ​ມີ​ຄວາມ​ຮູ້ສຶກ​
ພູມ​ໃຈທີ່​ເປັນ​ຊາວ​ອາ​ເມຣິກັນ.”

ທ່ານ​ຍັງ​ໄດ້ກ່າວ​ສັນລະ​ເສີນ​ເພີ່ມ​ຕື່ມ ໂດຍ​ທາງ Twitter ​ໃນເຊົ້າວັນ​ພະຫັດ​ມື້​ນີ້.

“ມັນ​ວິ​ເສດ​ຫຼາຍ ທີ່​ໄດ້​ມານະຄອນ Las Vegas ​ໃນ​ມື້ວານ​ນີ້ ​ແລະ​ພົບ​ປະ​ກັບ​ພວກ
​ຜູ້​ຄົນ ນັບແຕ່​ຕຳຫຼວດ ໄປຫາພວກ​ທ່ານໝໍ ​ຕະຫລອດທັງພວກ​ເຄາະ​ຮ້າຍ ຊຶ່ງ​ຂ້າພະ​
ເຈົ້າ​ຈະ​ບໍ່ມີມື້​ລືມ​.”

ຜູ້ບັນຊາການຕຳຫຼວດ ທ່ານ Joe Lombardo ກ່າວໃນກອງປະຊຸມຖະແຫຼງຂ່າວ, 5 ພຶດສະພາ 2017, ໃນນະຄອນ Las Vegas, Nevada
ຜູ້ບັນຊາການຕຳຫຼວດ ທ່ານ Joe Lombardo ກ່າວໃນກອງປະຊຸມຖະແຫຼງຂ່າວ, 5 ພຶດສະພາ 2017, ໃນນະຄອນ Las Vegas, Nevada

​ພ້ອມ​ດຽວ​ກັນນີ້, ຜູ້​ບັນຊາ​ການ​ຕຳຫຼວດ ​ໃນເຂດ​ເທດສະບານນະຄອນ Las Vegas ທ່ານ Joseph Lombardo ​ໄດ້​ກ່າວ​ວ່າ ມັນເປັນ​ເລື່ອງສຳຄັນ ​ທີ່​ຈະໂອ້ລົມ​ກັບ​ຜູ້​ໃດ ກໍ​ຕາມ​ແຕ່​
ທີ່​ຮູ້ຈັກ​ກັບ​ທ້າວ Stephen Paddock ​ໃນ​ການ​ຊອກ​ຫາ​ຄວາມ​ຈິງ​ນີ້.

ຖ້າ​ຫາກ​ພິຈາລະນາ​ເບິ່ງ ຈຳນວນ​ອາ​ວຸດປືນ ແລະດິນລະເບີດ​ ​ທີ່​ທ້າວ Paddock ​ເກັບໄວ້
​ໃນ​ລົດ​ຂອງ​ລາວ​ນັ້ນ​ແລ້ວ ທ່ານ Lombardo ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​ວ່າ ທ່ານ​ຍາກ​ທີ່​
ຈະ​ເຊື່ອ​ວ່າ ທ້າວ Paddock ສາມາດ​ຂົນ​ຍ້າຍ​ອາວຸດ​ປືນ​ພວກ​ນີ້​ຕາມ​ລຳ​ພັງຄົນ​ດຽວ.

ເຊີນຊົມ: ການຍິງກາດໃສ່ຝູງຊົນ ໃນເວລາ 10 ນາທີ ທີ່ນະຄອນ Las Vegas

Las Vegas Shooting Timeline: Shots Fired Over 10-Minute Period
please wait

No media source currently available

0:00 0:00:25 0:00

​ໃນ​ວັນແລງ​ວັນອາທິດແລ້ວ ທ້າວPaddock ​ໄດ້​ຍິງ​ກາດເຂົ້າ​ໃສ່​ຝູງ​ຊົນທີ່​ກຳລັງ​ຊົມ​ການ
ສະ​ແດງ​ດົນຕີ​ລູກ​ທົ່ງ ຢູ່​ກົງກັນ​ຂ້າມ​ກັບໂຮງ​ແຮມ Mandalay Bay ທີ່​ໄດ້​ສັງຫານ 58 ຄົນ​ນັ້ນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ເຊີນຊົມ: ທະນາຍຄວາມ ທ່ານ Reads Danley ທີ່ກ່າວເຖິງການຍິງກາດໃສ່ຝູງຊົນ ໃນນະຄອນ Las Vegas

Attorney Reads Danley Statement on Las Vegas Shootings
please wait

No media source currently available

0:00 0:02:35 0:00

XS
SM
MD
LG