ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ເປັນຫ່ວງ ການ​ເສີມ​ກຳ​ລັງ ທະຫານຣັດ​ເຊຍ ໃນ​ພາກ​ຕາ​ເວັນ​ອອກ ຢູເຄຣນ


​ຂະ​ບວນລົດ​ທະ​ຫານ ຂອງ​ພວກ​ກະ​ບົດ ນິ​ຍົມ​ຣັດ​ເຊຍ ພວມ​ມຸ່ງ​ໜ້າ ໄປ​ຍັງ​ເມືອງ Donetsk ໃນ​ພາກ​ຕາ​ເວັນ​ອອກ ຢ​ູ​ເຄ​ຣນ (10 ພະ​ຈິກ 2014)
​ຂະ​ບວນລົດ​ທະ​ຫານ ຂອງ​ພວກ​ກະ​ບົດ ນິ​ຍົມ​ຣັດ​ເຊຍ ພວມ​ມຸ່ງ​ໜ້າ ໄປ​ຍັງ​ເມືອງ Donetsk ໃນ​ພາກ​ຕາ​ເວັນ​ອອກ ຢ​ູ​ເຄ​ຣນ (10 ພະ​ຈິກ 2014)

ທຳນຽບຂາວ ​ໄດ້​ສະ​ແດງ”ຄວາມ​ເປັນ​ຫ່ວງ​ອອກ​ມາ​ຢ່າງ​ໜັກ”
ໃນວັນ​ອາທິດ​ວານ​ນີ້ ກ່ຽວ​ກັບ​ລາຍ​ງານ​ການ​ເສີມ​ກໍາ ລັງທະຫານ​
ລຸຫຼັ່ງ​ເຂົ້າ​ໄປໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ຈາກ​ປະ​ເທດ​
ເພື່ອ​ນບ້ານຣັດ​ເຊຍ ຮວມທັງ​ການ​ສົ່ງ​ພວກ​ອາວຸດ​ໜັກ​ແລະ​ລົດ​
ຖັງ​ຂ້າມ​ຊາຍ​ແດນ​ເຂົ້າ​ໄປ​ນໍາ.

ທ່ານ​ນາງ Bernadette Meehan ​ໂຄສົກ​ປະຈຳ​ສະພາ​ຄວາມ
​ໝັ້ນຄົງ​ແຫ່ງ​ຊາດ ກ່າວ​ເຕືອນ​ເຊັ່ນ​ກັນ​ວ່າ ການ​ເຄື່ອນ​ໄຫວ​ໃດໆ
​ໂດຍ​ພວກ​ກະບົດ​ນິຍົມຣັດ​ເຊຍ ຍຶດ​ເອົາ​ເຂດ​ນ້ຳ​ດິນ​ແດນ​ຕື່ມ​ອີກ
​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນທີ່ໄດ້ປະ​ເຊີນ​ກັບ​ການ​ສູ້​ລົບ​
ກັນ​ນັ້ນຈະ​ຖືກ​ມອງ​ເຫັນ​ວ່າ​ເປັນ “ການລະ​ເມີດ​ຢ່າງ​ຈະ​ແຈ້ງ”
ຕໍ່​ຂໍ້​ຕົກລົງຢຸດ​ຍິງ ທີ່​ໄດ້​ບັນລຸ​ກັນ​ກັບ​ລັດຖະບານ Kyiv.

ການ​ເຕືອນ​ຄັ້ງ​ຫຼ້າ​ສຸດ​ຂອງ​ສະຫະລັດ ມີ​ຂຶ້ນ​ໃນ​ຂະນະທີ່ພວກ​ຕິດຕາມ​ສິ້ງ​ຊອມ​ເບິ່ງ​ສະຖາ
ນະ​ການ​ຢູ​ໂຣບ ​ໄດ້​ແຈ້ງ​ໃຫ້​ຊາບ​ວ່າ ພວກ​ຂະ​ບວນລົດ​ບັນທຸ​ກອາວຸດ​ໜັກ ​ແລະ​ລົດຫຸ້ມ
​ເກາະ​ພາກັນ​ເຄື່ອນ​ໄຫວ​ໄປ​ສູ່​ທິດຕາ​ເວັນ​ອອກ ພ້ອມ​ທັງ​ການ​ລະດົມ​ຍິງ​ປືນ​ໃຫຍ່​ຢ່າງ​ໜັກ​ໃສ່​ເມືອງ Donetsk ທີ່ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ພວກ​ກະບົດ​ນັ້ນ.

ທ່ານ​ນາງ Meehan ​ໄດ້​ຮຽກຮ້ອງ​ທັງ​ສອງ​ຝ່າຍ​ໃຫ້​ເຄົາລົບ​ນັບຖື​ໂດຍ​ເຕັມ​ຕໍ່​ຄວາມ​ໝັ້ນ​ໝາຍ​ຂອງ​ຕົນ​ຕໍ່​ສັນຍາ​ຢຸດ​ຍິງ ທີ່​ໄດ້​ບັນລຸ​ກັນ​ໃນ​ເດືອນ​ກັນຍາ​ຜ່ານ​ມາ ​ໂດຍ​ສະ​ເພາະ​ຄຳ​ໝັ້ນ​ສັນຍາ​ຂອງ​ມົສກູ ທີ່​ຈະ​ຢຸດ​ການ​ສົ່ງ​ທະຫານ​ ພ້ອມ​ທັງ​ອາວຸດ​ຍຸດ​ໂທ​ປະກອນ ​ແລະ​ສະບຽງ​ອື່ນໆຂ້າມ​ແດນ​ເຂົ້າ​ໄປນັ້ນ.

XS
SM
MD
LG