ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

10 ຄົນ ເສຍຊີວິດ ຈາກການຍິງໂຈມຕີ ຢູ່ພາກຕາເວັນອອກ ຂອງຢູເຄຣນ


ແມ່ຍິງຄົນນຶ່ງ ພວມຍ່າງກາຍເຮືອນທີ່ຖືກໄຟໄໝ້ ທີ່ເມືອງທ່າ Mariupol ທາງພາກຕາເວັນອອກຂອງຢູເຄຣນ (24 ມັງກອນ 2014)
ແມ່ຍິງຄົນນຶ່ງ ພວມຍ່າງກາຍເຮືອນທີ່ຖືກໄຟໄໝ້ ທີ່ເມືອງທ່າ Mariupol ທາງພາກຕາເວັນອອກຂອງຢູເຄຣນ (24 ມັງກອນ 2014)

ຕຳຫຼວດໃນພາກຕາເວັນອອກຂອງຢູເຄຣນ ກ່າວວ່າ ຈະຫຼວດ
ລູກນຶ່ງທີ່ຍິງມາ ໄດ້ສັງຫານຢ່າງໜ້ອຍ 10 ຄົນ ທີ່ເມືອງທ່າ
Mariupol ບໍ່ເທົ່າໃດຊົ່ວໂມງຫຼັງ ຈາກຜູ້ນຳຂອງພວກກະບົດ
ໃນເຂດເມືອງ Donetsk ກ່າວວ່າ ຈະບໍ່ມີການເຈ ລະຈາສັນຕິ
ພາບຕື່ມອີກ ກັບລັດຖະບານ Kyiv.

ອົງການຂ່າວຣອຍເຕີ້ອ້າງຄຳເວົ້າຂອງຜູ້ບັນຊາການຕຳຫຼວດ
ທີ່ກ່າວວ່າ ພວກ ກະບົດໄດ້ຍິງປືນໃຫຍ່ໂຈມຕີ ໃສ່ເຂດທີ່ປະ
ຊາຊົນອາໄສຢູ່.

ໃນມື້ວັນສຸກວານນີ້ ທ່ານ Alexander Zakharchenko ຜູ້ນຳ
ທີ່ຣັດເຊຍໜຸນຫຼັງຂອງເຂດທີ່ປະກາດຕົນເອງເປັນສາທາລະນະລັດປະຊາຊົນ Donetsk ກ່າວວ່າ ກຳລັງຂອງທ່ານຈະທຳການໂຈມຕີທະຫານລັດຖະບານຈົນກວ່າເປັນທີ່ພໍໃຈກ່ຽວ ກັບເລື່ອງຊາຍແດນຂອງເຂດ Donetsk. ທ່ານເວົ້າວ່າ ພວກນັກລົບ ຂອງທ່ານພວມບຸກ ຄືບໜ້າໂຈມຕີທະຫານຢູເຄຣນຫລັງຈາກໄດ້ເຂົ້າຄວບຄຸມສະໜາມບິນທີ່ມີການຍາດແຍ່ງ ກັນມາເປັນເວລາດົນນານ ໃນມື້ວັນພະຫັດຜ່ານມານີ້.

ເວລານີ້ ພວກກະບົດແບ່ງແຍກດິນແດນ ຄວບຄຸມຫົວເມືອງສຳຄັນໆ ຢູ່ໃນເຂດ Donetsk
ແລະ Luhansk ໃກ້ໆຊາຍແດນຣັດເຊຍ ຫລັງຈາກໄດ້ກໍ່ກະບົດຂຶ້ນ ເມື່ອ 9 ເດືອນກ່ອນ
ເພື່ອຕໍ່ຕ້ານການປົກຄອງຂອງຢູເຄຣນ.

ສື່ມວນຊົນຂອງຣັດເຊຍ ໄດ້ອ້າງຄຳເວົ້າຂອງທ່ານ Zakharchenko ທີ່ກ່າວວ່າ ທ່ານບໍ່ໄດ້
ມອງເຫັນຄວາມສຳຄັນຫຍັງເລີຍໃນການເຈລະຈາສັນຕິພາບ 4 ຝ່າຍ ຕື່ມອີກ.

ທ່ານກ່າວຕໍ່ອົງການຂ່າວ Interfax ວ່າ ຮູບແບບຂອງການເຈລະຈາ ສັນຕິພາບທີ່ນະຄອນ
Minsk ຊຶ່ງໄດ້ມີການຕົກລົງຮັບເອົາໃນປີກາຍນີ້ ແມ່ນ ເປັນຄວາມຜິດພາດທີ່ພວກເຮົາຈະ
ບໍ່ເຮັດອີກຕື່ມ.

ໃນອີກດ້ານນຶ່ງນັ້ນອົງການຂ່າວ Interfax ກໍໄດ້ອ້າງຄຳເວົ້າຜູ້ນຳທາງທະຫານ ຂອງພວກ
ກະບົດທ່ານ Eduard Basurin ທີ່ກ່າວວ່າ ມີທະຫານຢູເຄຣນຫຼາຍ ກວ່າ 750 ຄົນໄດ້ຖືກ
ສັງຫານໃນໄລຍະສອງສາມມື້ຜ່ານມາ ໃນການສູ້ລົບເພື່ອ ຊ່ວງຊິງເອົາສະໜາມບິນ
Donetsk ທີ່ຖືກທຳລາຍໄປແລ້ວໃນເວລານີ້.

UKRAINE CONFLICT VIDEO
please wait

No media source currently available

0:00 0:01:09 0:00

XS
SM
MD
LG