ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນາຍົກ ຢູເຄຣນ ຖິ້ມໂທດໃສ່ ຣັດເຊຍ ໃນການໂຈມຕີ ລົດເມໂດຍສານ


Ukraine UPD VOSOTVO
please wait
Embed

No media source currently available

0:00 0:01:15 0:00

ນາຍົກລັດຖະມົນຕີຢູເຄຣນ ທ່ານ Arseniy Yatsenyuk ໄດ້ຖິ້ມ
ໂທດໃສ່ອັນທີ່ທ່ານເອີີ້ນວ່າ ພວກກໍ່ການຮ້າຍຣັດເຊຍ ໃນການ
ໂຈມຕີລົດເມໂດຍສານຄັນນຶ່ງ ໃນວັນພະຫັດມື້ນີ້ ທີ່ເມືອງ
Donetsk ທາງພາກ​ຕາ​ເວັນ​ອອກຂອງປະເທດ ທີ່ເຮັດໃຫ້ມີຜູ້
ເສຍຊີວິດ 9 ຄົນ.

ທ່ານ Yatsenyuk ໄດ້ອອກຖະແຫຼງການສະບັບນຶ່ງ ໃນວັນພະ
ຫັດມື້ນີ້ ໂດຍຜ່ານທາງເວັບໄຊທ໌ ຂອງລັດຖະບານ ທີ່ກ່າວວ່າ ຣັດເຊຍເປັນຜູ້ຮັບຜິດຊອບຕໍ່ເຫດຮ້າຍດັ່ງກ່າວ ຊຶ່ງລູກປືນໃຫຍ່
ທີ່ຍິງ ມາໄດ້ຕົກລົງໃສ່ລົດ​ເມໄຟຟ້າ​ໂດຍສານ. ຣັດເຊຍຍັງບໍ່ໃຫ້ ຄວາມເຫັນໃດໆກ່ຽວກັບເລື້ອງນີ້. ​

ໃນ​ຂະນະ​ດຽວ​ກັນ​ນີ້ ​ເຈົ້າ​ໜ້າ​ທີ່​ທະຫານ​ຢູ​ເຄຣນກ່າວ​ວ່າ ກຳລັງ​ຝ່າຍລັດຖະບານໄດ້​ຖອນ
ອອກຈາກສະໜາມ​ບິນ​ເມືອງ Donetsk ຊຶ່ງ​ເປັນຈຸດ​ເພັ່ງ​ເລັ່ງ​ໃນການຕໍ່ສູ້ກັນເພື່ອຍາດ ແຍ່ງເອົາດິນແດນ ລະຫວ່າງ​ພວກ​ທະຫານລັດຖະບານ ​ແລະ​ພວກ​ຫົວ​ແບ່ງ​ແຍກ​ດິນ​ແດນ
ທີ່​ນິຍົມຣັດ​ເຊຍ ​ເປັນ​ເວລາ​ຫຼາຍ​ເດືອນມາແລ້ວ.

ສະໜາມ​ບິນນີ້ ​ຕັ້ງ​ຢູ່ດ້ານ​ເໜືອສຸດ ຂອງ​ເຂດ​ທີ່ຄວບ​ຄຸມ​ໂດຍ​ກຸ່ມ​ກະບົດ.

​ໃນ​ວັນ​ພຸດ​ວານ​ນີ້ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​ໄດ້ກ່າວ​ຫາ​ກຸ່ມຫົວ​ແບ່ງ​ແຍກ​ດິນ​ແດນ ທີ່​ນິຍົມຣັດ​ເຊຍ ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນວ່າ ລະເມີດ
ຂໍ້ຕົກລົງຢຸດຍິງ ​ກ່ອນໜ້ານີ້ ດ້ວຍການຍາດເອົາດິນແດນຢ່າງເປີດແປນ ໃນ​ການສູ້ລົບຮອບ​ໃໝ່​ໃກ້ໆ​ກັບຊາຍ​ແດນ ຣັດ​ເຊຍ.

ທ່ານ Kerry ​ໄດ້​ກ່າວ​ໃນ​ວັນ​ພຸດ​ວານ​ນີ້ ພ້ອມກັບ​ຫົວໜ້ານະໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ສະຫະ ພາບຢູ​ໂຣບ ທ່ານ Federica Mongherini ​ທີ່ນະຄອນ​ວໍ​ຊີງ​ຕັນ. ທ່ານ​ໄດ້ເອີ້ນການ​ໂຈມ​ຕີ​ຄັ້ງ​ໃໝ່​ນີ້ວ່າ ເປັນສະພາບການທີ່ໜ້າຕົກໃຈ ໂດຍເວົ້າ​ວ່າ ພວກ​ກະບົດ ​ໄດ້​ລະເມີດຕໍ່​ຂໍ້​ຕົກລົງທີ່ພວກເຂົາ​ໄດ້​ລົງ​ນາມ​ໃນ​ເດືອນ​ກັນຍາ ​ໂດຍ​ຂະຫຍາຍ​ເຂດຄວບຄຸມຂອງຕົນເຂົ້າໄປ
ໃນດິນແດນ ທີ່ຍັງມີການຖົກຖຽງໂຕ້ແຍ້ງ ທີ່ກວ້າງກວ່າ 1,000 ຕະລາງກິ​ໂລ​ແມັດ.

​ໃນ​ເຊົ້າ​ວັນ​ພຸດ​ວານ​ນີ້ ຢູ​ເຄຣນ ​ໄດ້​ເຊື່​ອມ​ໂຍງ​ໃນ​ການ​ສູ້​ລົບກັນຄັ້ງໃໝ່ນີ້ ຊຶ່ງສ່ວນໃຫຍ່
ແມ່ນຢູ່ໃກ້ໆ ກັບເຂດ​ຄວບຄຸມຂອງພວກ​ກະບົດ ​ໃນ​ເມືອງ Donetsk ແລະ Luhansk
ຊຶ່ງເມື່ອ​ມໍ່ໆ​ມາ​ນີ້ ຣັດ​ເຊຍໄດ້ສົ່ງ​ທະຫານ 9 ພັນຄົນ ​ເຂົ້າ​ໄປ​ໃນດິນແດນຂອງ​ຢູ​ເຄຣນ.

Kyiv Accuses Russia of Deploying 9,000 Troops in Ukraine
please wait

No media source currently available

0:00 0:02:47 0:00

XS
SM
MD
LG