ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

'ນາງບໍ່ເຄີຍເມື່ອຍເລີຍ' ພໍ່ຂອງນັກກິລາຕີດອກປີກໄກ່ ຊາວອິນໂດເນເຊຍ ໄດ້ກ່າວຍ້ອງລູກສາວ ທີ່ໄດ້ຊະນະຫຼຽນຄຳ


ນັກຕີດອກປີກໄກ່ຍິງຄູ່ຂອງອິນໂດເນເຊຍ ນາງອາປຣີຢານີ ຣາຮາຢູ (ຂວາ) ແລະນາງເກຣເຊຍ ໂປລີ ຊະນະຫຼຽນຄຳ ໃນລະຫວ່າງພິທີມອບຫຼຽນ ຢູ່ທີ່ການແຂ່ງຂັນໂອລິມປິກໂຕກຽວ ປີ 2020 ໃນສະໜາມກິລາ Musashino Forest Sports Plaza ທີ່ນະຄອນຫຼວງໂຕກຽວ ໃນວັນທີ 2 ສິງຫາ 2021.
ນັກຕີດອກປີກໄກ່ຍິງຄູ່ຂອງອິນໂດເນເຊຍ ນາງອາປຣີຢານີ ຣາຮາຢູ (ຂວາ) ແລະນາງເກຣເຊຍ ໂປລີ ຊະນະຫຼຽນຄຳ ໃນລະຫວ່າງພິທີມອບຫຼຽນ ຢູ່ທີ່ການແຂ່ງຂັນໂອລິມປິກໂຕກຽວ ປີ 2020 ໃນສະໜາມກິລາ Musashino Forest Sports Plaza ທີ່ນະຄອນຫຼວງໂຕກຽວ ໃນວັນທີ 2 ສິງຫາ 2021.

ໃນຂະນະທີ່ພີ່ນ້ອງຂອງທ່ານ ອາເມຣູດດິນ ໂປຣາ ເຕົ້າໂຮມກັນຢູ່ໃນຫ້ອງຮັບແຂກຂອງທ່ານ ພວກເຂົາກໍຮ້ອງເຊຍການແຂ່ງຂັນຕີດອກປີກໄກ່ໂອລິມປິກເພດຍິງຄູ່ ຢູ່ນັ້ນ ທ່ານກໍໄດ້ລັອກຕົນເອງຢູ່ໃນຫ້ອງຂອງທ່ານເພື່ອເບິ່ງລູກສາວຂອງທ່ານຊະນະຫຼຽນຄຳຄັ້ງປະຫວັດສາດຂອງອິນໂດເນເຊຍ.

ນາງ ອາປຣີຢານີ ຣາຮາຢູ ອາຍຸ 23 ປີ ແລະຄູ່ນັກຕົບມືອາຊີບຂອງນາງ ກໍຄື ນາງ ເກຣເຊຍ ໂປລີ ໄດ້ຄວ້າຫຼຽນຄຳອັນທຳອິດໂອລິມປິກຂອງປະເທດ ໃນກິລາຕີດອກປີກໄກ່ ຢູ່ທີ່ນະຄອນຫຼວງໂກກຽວ ໃນວັນຈັນຜ່ານມານີ້ ແລະເປັນຫຼຽນໂອລິມປິກອັນທຳອິດຂອງປະເທດສຳລັບນັກຕີດອກປີກໄກ່ເພດຍິງຄູ່ ນຳດ້ວຍ.

ທ່ານ ໂປຣາ ອາຍຸ 63 ປີ ໄດ້ກ່າວຕໍ່ອົງການຂ່າວຝຣັ່ງ ຫຼື AFP ໃນວັນອັງຄານວານນີ້ ໜຶ່ງວັນຫຼັງຈາກໄຊຊະນະຂອງລູກສາວທ່ານວ່າ “ໝົດທຸກຄົນຮ້ອງໂຮກັນດ້ວຍຄວາມດີອົກດີໃຈຢູ່ຂ້າງນອກ ຂ້ອຍໄດ້ຕັດສິນໃຈລັອກຕົນເອງຢູ່ໃນຫ້ອງຂອງຂ້ອຍ ເພື່ອທີ່ຈະໄດ້ຕັ້ງໃຈພາວັນນາໃນຂະນະທີ່ຊົມການແຂ່ງຂັນຜູ້ດຽວ ແລະ ອາລາ ກໍໄດ້ຍິນຄຳວິງວອນຂອງຂ້ອຍ. ນາງກໍຈຶ່ງໄດ້ຊະນະຫຼຽນຄຳ.”

ເພື່ອນຮ່ວມຊາດຊາວ ອິນໂດເນເຊຍ ທັງຫຼາຍຂອງນາງ ຍັງໄດ້ສະເຫຼີມສະຫຼອງນຳດ້ວຍ ໂດຍພາກັນຍົກຍ້ອງສຳລັບໄຊຊະນະຫຼຽນຄຳໃນສື່ສັງຄົມເມື່ອວັນຈັນຜ່ານມາ ໃນຂະນະດຽວກັນ ປະທານາທິບໍດີ ໂຈໂກ ວີໂດໂດ ໄດ້ກ່າວວ່າ ໄຊຊະນະນີ້ ເປັນຂອງຂວັນສຳລັບວັນເອກກະລາດຂອງປະເທດ ທີ່ກຳນົດໄວ້ໃນວັນທີ 17 ສິງຫາ.

ທ່ານໂປຣາ ໄດ້ກ່າວວ່າ ລູກສາວຂອງທ່ານ ໄດ້ໃຊ້ການເສຍຊີວິດຂອງແມ່ລາວ ຄືທ່ານນາງ ຊີຕີ ຈາວຮາ ໃນປີ 2015 ນັ້ນເປັນແຮງກຳລັງໃຈເພື່ອຄວ້າເອົາໄຊຊະນະ ຊຶ່ງເປັນຂອງຂວັນແກ່ແມ່ຍິງຜູ້ທີ່ເປັນແຮງບັນດານໃຈໃຫ້ລາວ ໄດ້ກ້າວຂຶ້ນມາເປັນນັກກິລາຕີດອກປີກໄກ່ມືອາຊີບ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 19 ເມສາ 2024

XS
SM
MD
LG