ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພັນລະຍາ ຂອງອະດີດ ນາຍົກ ປາກິສຖານ ຊະນະການເລືອກຕັ້ງ ສະມາຊິິກສະພາ


ທ່ານນາງ Kulsoom Nawaz (ຊ້າຍ), ພັນລະຍາ, ແລະ ທ່ານນາງ Maryam Nawaz (ຂວາ), ລູກສາວ ອະດີດ ນາຍົກລັດຖະມົນຕີ ປາກິສຖານ ທ່ານ Nawaz Sharif, ໂບກມືທັກທາຍ ບັນດາຜູ້ສະໜັບສະໜູນ ຢູ່ທີ່ງານຊຸມນຸມ ໂຄສະນາຫາສຽງ ໃນເມືອງ ລາຮໍ ຂອງປາກິສຖານ, ເມື່ອວັນທີ 4 ພຶດສະພາ 2013.
ທ່ານນາງ Kulsoom Nawaz (ຊ້າຍ), ພັນລະຍາ, ແລະ ທ່ານນາງ Maryam Nawaz (ຂວາ), ລູກສາວ ອະດີດ ນາຍົກລັດຖະມົນຕີ ປາກິສຖານ ທ່ານ Nawaz Sharif, ໂບກມືທັກທາຍ ບັນດາຜູ້ສະໜັບສະໜູນ ຢູ່ທີ່ງານຊຸມນຸມ ໂຄສະນາຫາສຽງ ໃນເມືອງ ລາຮໍ ຂອງປາກິສຖານ, ເມື່ອວັນທີ 4 ພຶດສະພາ 2013.

ທ່ານນາງ Kulsoom Nawaz ພັນລະຍາຂອງນາຍົກລັດຖະມົນຕີ ທ່ານ Nawaz Sharif
ຜູ້ທີ່ຖືກຂັບໄລ່ອອກຈາກຕຳແໜ່ງ ໄດ້ຊະນະການເລືອກຕັ້ງຢ່າງງ່າຍດາຍ ໃນວັນອາທິດ
ວານນີ້ ເພື່ອຈະເຂົ້າປະຈຳບ່ອນນັ່ງ ທີ່ເຄີຍເປັນຂອງສາມີຂອງນາງມາກ່ອນ.

ໄດ້ມີການຄາດກັນໄວ້ແລ້ວ ວ່າ ທ່ານນາງ Kulsoom Nawaz ຈະໄດ້ຮັບໄຊຊະນະ ນັບ
ຕັ້ງແຕ່ ພັກສັນນິບາດ Nawaz ມຸສລິມແຫ່ງປາກິສຖານ ຫຼື PML-N ທີ່ປົກຄອງປະເທດ
ໃນປັດຈຸບັນ ແມ່ນໄດ້ຄອບງຳເຂດເລືອກຕັ້ງເມືອງ Lahore ຢູ່ໃນພາກກາງຂອງປະເທດ.
ອະດີດນາຍົກລັດຖະມົນຕີ ເຄີຍໄດ້ຄອງບ່ອນນັ່ງ ດັ່ງກ່າວ ນັບຕັ້ງແຕ່ກາງປີ 1980 ເປັນ
ຕົ້ນມາ ໃນເວລາ ທ່ານ ໄດ້ເຂົ້າວົງການໆເມືອງແຫ່ງຊາດ ໃນຄັ້ງທຳອິດ.

ສືມວນຊົນຂອງທາງການ ລາຍງານວ່າ ຜູ້ລົງສະໝັກທີ່ຊະນະເລີດ ໄດ້ຮັບຄະແນນສຽງ
61,254 ຕໍ່ 47,000 ຫຼາຍກວ່າຄະແນນສຽງ ສຳລັບ ຄູ່ແຂ່ງທີ່ສຳຄັນຂອງນາງ ຄື ທ່ານ
Yasmin Rahid ຂອງພັກຝ່າຍຄ້ານ Tehreek-e-Insaf ຂອງປາກິສຖານ ຫຼື PTI.
ແຕ່ນອກເໜືອໄປຈາກ ການເລືອກຕັ້ງໃນວັນອາທິດວານນີ້ແລ້ວ ຜົນການເລືອກຕັ້ງ
ກໍໄດ້ຖືກມອງເຫັນວ່າ ເປັນການທົດສອບທີ່ສຳຄັນຍິ່ງ ສຳລັບ ວົງຕະກູນ Sharif
ກ່ອນໜ້າການເລືອກຕັ້ງທົ່ວປະເທດ ໃນປີໜ້າ.

ສານສູງສຸດຂອງປະເທດ ຊຶ່ງໄດ້ຮັບຟັງການພິຈາລະນາ ຄະດີການສໍ້ລາດບັງຫລວງ
ທີ່ນອງນັນ ຕໍ່ທ່ານ Nawaz Sharif ແລະພວກລູກເຕົ້າຂອງທ່ານ ທີ່ໄດ້ໄດ້ຕັດສິນໄປ
ແລ້ວໃນເດືອນ ກໍລະກົດຜ່ານມາ ທີ່ວ່າ ທ່ານ Sharif ໄດ້ປົກປິດຊັບສິນຕ່າງໆ ຢູ່ນອກ
ປະເທດ ແລະ ສານໄດ້ສັ່ງໃຫ້ປົດທ່ານ ອອກຈາກຕຳແໜ່ງ ໃນຂໍ້ຫາ “ບໍ່ສັດຊື່”.

ທ່ານນາງ Kulsoom Nawaz ໃນປະຈຸບັນນີ້ ແມ່ນຢູ່ໃນນະຄອນລອນດອນ ເພື່ອຮັກ
ສາປິ່ນປົວໂຣກມະເຮັງ ພ້ອມກັບສາມີຂອງທ່ານນາງ ຢູ່ຄຽງຂ້າງ. ສ່ວນລູກສາວຂອງ
ພວກເພິ່ນ ນາງ Maryam Nawaz ໄດ້ກຳກັບການໂຄສະນາຫາສຽງ ໃນເວລາແມ່
ຂອງນາງບໍ່ຢູ່ນັ້ນ.

ແມ່ຍິງໄວໜຸ່ມກວ່າ ຄົນນີ້ ຜູ້ທີ່ໄດ້ຖືກບັນລະຍາຍ ໂດຍບັນດານັກການເມືອງຢູ່ໃນວົງ
ການ ວ່າ ເປັນຜູ້ນຳໃນອະນາຄົດປາກິສຖານ ໄດ້ກ່າວຄຳປາໄສ ຕໍ່ບັນດາພວກຄົນງານ
ຈາກພັກ PML-N ທີ່ກະຕືລືລົ້ນທັງຫຼາຍ ເມື່ອຕອນຄ່ຳຄືນວັນອາທິດວານນີ້.

ໃນຄຳປາໄສຂອງທ່ານນາງ ທີ່ຖ່າຍທອດສົດທາງໂທລະພາບ ຈາກທີ່ພັກຂອງຄອບຄົວ
ຢູ່ ລາຮໍ ນັ້ນ ທ່ານນາງ ມາຣິອັມ ນາວາສ ກ່າວວ່າ ຜົນຂອງການເລືອກຕັ້ງ ສະແດງໃຫ້
ເຫັນວ່າ “ມະຫາຊົນຮັກຫອມທ່ານ ຊາຣີຟ” ແລະຂັດຄ້ານການປົດທ່ານອອກຈາກ
ຕຳແໜ່ງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG