ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ຊາຣິຟ ຂຶ້ນເປັນນາຍົກລັດຖະມົນຕີ ປາກິສຖານ ແທນທ່ານ ຄານ


ຜູ້ທີ່ຖືກເລືອກເປັນນາຍົກລັດຖະມົນຕີຂອງ ປາກິສຖານ ທ່ານ ເຊບາສ ຊາຣິຟ ກ່າວຄຳປາໄສຫຼັງຈາກໄດ້ຊະນະການລົງຄະແນນສະພາແຫ່ງຊາດ ເພື່ອເລືອກນາຍົກລັດຖະມົນຕີຄົນໃໝ່, ສະພາແຫ່ງຊາດ, ນະຄອນຫຼວງ ອິສລາມາບັດ, ປາກິສຖານ. 11 ເມສາ, 2022. (Press Information Department (PID)/Handout via Reuters)
ຜູ້ທີ່ຖືກເລືອກເປັນນາຍົກລັດຖະມົນຕີຂອງ ປາກິສຖານ ທ່ານ ເຊບາສ ຊາຣິຟ ກ່າວຄຳປາໄສຫຼັງຈາກໄດ້ຊະນະການລົງຄະແນນສະພາແຫ່ງຊາດ ເພື່ອເລືອກນາຍົກລັດຖະມົນຕີຄົນໃໝ່, ສະພາແຫ່ງຊາດ, ນະຄອນຫຼວງ ອິສລາມາບັດ, ປາກິສຖານ. 11 ເມສາ, 2022. (Press Information Department (PID)/Handout via Reuters)

ສະພາແຫ່ງຊາດຂອງ ປາກິສຖານ ໄດ້ເລືອກທ່ານ ເຊບາສ ຊາຣິຟ (Shehbaz Sharif) ເປັນນາຍົກລັດຖະມົນຕີຄົນໃໝ່ຂອງປະເທດໃນວັນຈັນວານນີ້, ນຶ່ງວັນ ຫຼັງຈາກການລົງຄະແນນສຽງບໍ່ໄວ້ວາງໃຈຄັດຄ້ານ ຕໍ່ນາຍົກ ລັດຖະ ມົນຕີທີ່ດຳລົງຕຳແໜ່ງຢູ່ ທ່ານອິມຣານ ຄານ ເພື່ອຂັບໄລ່ທ່ານອອກ, ເຊິ່ງເປັນການສິ້ນສຸດລັດຖະບານປະສົມທີ່ມີອາຍຸເກືອບ 4 ປີຂອງທ່ານ.

ທ່ານ ຊາຣິຟ ໄດ້ຮັບຄະແນນສຽງ 174 ຄະແນນ, ເຊິ່ງແມ່ນຈຳນວນສອງເທົ່າຫຼາຍກວ່າທີ່ຕ້ອງການເພື່ອຊະນະການເລືອກຕັ້ງໃນສະພາແຫ່ງຊາດ ຫຼື ສະພາຕໍ່ທີ່ມີສະມາຊິກ 342 ຄົນ. ຕໍ່ມາທ່ານໄດ້ທຳການສາບານຕົວ ເພື່ອເຂົ້າດຳລົງຕຳ ແໜ່ງ, ເຊິ່ງຖືກຕິດຕາມໂດຍວ່າການປະທານາທິບໍດີ ຊາດິກ ຊານຈຣານີ (Sadiq Sanjrani).

ນາຍົກລັດຖະມົນຕີທີ່ມີອາຍຸ 70​ ປີດັ່ງກ່າວໄດ້ຖືກເລືອກໂດຍບໍ່ມີການຄັດຄ້ານໂດຍພັນທະມິດຝ່າຍຄ້ານ ຫຼັງຈາກບັນດາສະມາຊິກສະພາຂອງພັກ ເທຣີກ-ອີ-ອິນຊາຟ ທີ່ກຳລັງປົກຄອງປະເທດໃນແຕ່ກ່ອນຂອງທ່ານ ຄານ ໄດ້ຕໍ່ຕ້ານຂະບວນການລົງຄະແນນສຽງດັ່ງກ່າວ ແລະ ໄດ້ອອກໄປຈາກສະພາຕໍ່າ, ໂດຍກ່າວຫາວ່າ ສະຫະລັດ ເປັນຜູ້ຢູ່ເບື້ອງຫຼັງໃນການໂຄ່ນລົ້ມລັດຖະບານຂອງເຂົາເຈົ້າ.

ວໍຊິງຕັນໄດ້ປະຕິເສດຂໍ້ກ່າວຫາຕ່າງໆ, ໂດຍເວົ້າວ່າມັນບໍ່ມີ “ຄວາມຈິງ” ຂໍ້ກ່າວຫານັ້ນ. ຝ່າຍຄ້ານປາກິສຖານ ກໍໄດ້ປະຕິເສດຂໍ້ກ່າວຫາຕ່າງໆເຊັ່ນກັນ.

ທ່ານ ກາຊິມ ຊາ ຊູຣີ (Qasim Shah Suri), ຮອງປະທານຂອງສະພານິຕິ ບັນຍັດ, ເຊິ່ງແມ່ນສະມາຊິກຂອງພັກ ເທຣີກ-ອີ-ອິນຊາຟ, ໄດ້ປະຕິເສດທີ່ຈະເປັນປະທານໃນກອງປະຊຸມສຳລັບການເລືອກຕັ້ງຜູ້ບໍລິຫານໃຫຍ່ຂອງປະ ເທດໃນວັນຈັນວານນີ້, ໂດຍໄດ້ອ້າງການກ່າວຫາ “ສົມຮູ້ຮ່ວມຄິດກັບຕ່າງປະເທດ” ວ່າຢູ່ເບື້ອງຫຼັງການຂັບໄລ່ທ່ານ ຄານ.

ກອງປະຊຸມພິເສດຂອງສະພາຕໍ່າໃນທີ່ສຸດກໍໄດ້ເປັນປະທານໂດຍທ່ານ ອາຢາສ ຊາດິກ, ສະມາຊິກສະພາອາວຸໂສຂອງພັກ ສັນນິບາດ-ນາວາສ ມຸສລິມ ປາກິສຖານ, ຜູ້ທີ່ໄດ້ປະກາດຜົນຂອງການລົງຄະແນນສຽງດັ່ງກ່າວ.

ຫຼາຍນາທີກ່ອນການລົງຄະແນນສຽງນັ້ນ, ພວກຜູ້ແທນຂອງພັກ ເທຣີກ-ອີ-ອິນຊາຟ ໄດ້ລາອອກຈາກສະພາຕໍ່າ ພ້ອມກັນໃນການປະທ້ວງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG