ທ່ານບາຣັກ ໂອບາມາ ປະທານາທິບໍດີສະຫະລັດ ແລະທ່ານ
Nawaz Sharif ນາຍົກລັດຖະມຸນຕີປາກິສຖານ ພົບປະກັນ
ທີ່ທຳນຽບຂາວ ໃນວັນພຸດມື້ນີ້ ນຶ່ງມື້ຫຼັງຈາກບັນດາອົງການ
ປົກປ້ອງສິດທິມະນຸດ ຕຳໜິຕິຕຽນສະຫະລັດ ທີ່ປົກປິດເປັນ
ຄວາມລັບໃນການໃຊ້ເຮືອບິນທີ່ບໍ່ມີຄົນຂັບໂຈມຕີໃນປາກິສ
ຖານນັ້ນ.
ຄາດກັນວ່າ ເລື້ອງເຮືອບິນບໍ່ມີຄົນຂັບນີ້ ຈະເປັນເລື້ອງບຸລິ
ມະສິດໃນການພົບປະຫາລືກັນໃນຕອນບ່າຍວັນພຸດມື້ນີ້.
ໃນການກ່າວປາໄສ ທີ່ສະຖາບັນສັນຕິພາບຂອງສະຫະລັດກຸງວໍຊິງຕັນໃນວັນອັງຄານວານນີ້ ທ່ານ
Sharif ກ່າວວ່າທ່ານຢາກເຫັນສາຍພົວພັນລະຫວ່າງສະຫະລັດແລະປາກິສຖານດີຂຶ້ນ
ແຕ່ເລື້ອງການໃຊ້ເຮືອບິນບໍ່ມີຄົນຂັບນີ້ ໄດ້ກາຍເປັນເລື້ອງທີ່ເຮັດໃຫ້ບໍ່ສະບາຍໃຈໃນສາຍພົວພັນລະຫວ່າງສອງຝ່າຍຂອງພວກເຮົາ.
ຖ້ອຍຖະແຫຼງຂອງທ່ານ Sharif ມີຂຶ້ນໃນຂະນະທີ່ກຸ່ມປົກປ້ອງສິດທິມະນຸດ Amnesty
International ທີ່ມີຫ້ອງການຕັ້ງຢູ່ໃນປະເທດອັງກິດ ຮຽກຮ້ອງໃຫ້ສະຫະລັດຍຸດຕິ
ການປົກປິດເປັນຄວາມລັບ ໃນການໃຊ້ເຮືອບິນທີ່ບໍ່ມີຄົນຂັບໂຈມຕີໃນປາກິສຖານ.
ໃນລາຍງານສະບັບນຶ່ງທີ່ເປີດເຜີຍໃຫ້ຮູ້ໃນວັນອັງຄານວານນີ້ ກຸ່ມປົກປ້ອງສິດທິມະນຸດ
Amnesty International ກ່າວວ່າ ສະຫະລັດປາກົດວ່າໄດ້ທຳການລະເມີດສິດທິ
ມະນຸດຢ່າງຮ້າຍແຮງ ຊຶ່ງອາດຈະເທົ່າກັນກັບເປັນອາຊະຍກຳສົງຄາມກໍໄດ້.
ທ່ານ Jay Carney ໂຄສົກປະຈຳທຳນຽບຂາວກ່າວວ່າ ສະຫະລັດບໍ່ເຫັນດີນຳການກ່າວອ້າງດັ່ງກ່າວຢ່າງແຂງແຮງທີ່ວ່າ ການໂຈມຕີຂອງເຮືອບິນທີ່ບໍ່ມີຄົນຂັບລະເມີດກົດໝາຍສາກົນນັ້ນ.
ລາຍງາຍຂອງກຸ່ມປົກປ້ອງສິດທິມະນຸດ Amnesty International ໄດ້ເວົ້າເຖິງ ການໂຈມຕີດ້ວຍ
ລູກສອນໄຟ 45 ຄັ້ງໂດຍເຮືອບິນບໍ່ມີຄົນຂັບ ໃນເຂດຊົນເຜົ່າWaziristan ເໜືອຂອງປາກິສຖານ
ນັບແຕ່ເດືອນມັງກອນປີ 2012 ຫາເດືອນສິງຫາປີ 2013. ລາຍງານເວົ້າຕື່ມວ່າ ໃນກໍລະນີນຶ່ງນັ້ນ
ແມ່ຕູ້ຄົນນຶ່ງໄວ 68 ປີ ໄດ້ຖືກສັງຫານ ໃນຂະນະທີ່ລາວເກັບຜັກຢູ່ໃນສວນ ແລະອີກກໍລະນີນຶ່ງລາຍງານສະບັບນີ້ ກ່າວວ່າ ພວກແຮງານ18 ຄົນເສຍຊີວິດຈາກການໂຈມຕີຂອງເຮືອບິນບໍ່ມີຄົນຂັບ ໃນຂະນະທີ່ພວກເຂົາເຈົ້າເຫຼົ່ານີ້ກຳລັງກຽມຈະພາກັນກິນເຂົ້າແລງ.
ບັນດາຜູ້ນຳປາກິສຖານ ກ່າວວ່າ ພວກເຂົາເຈົ້າຄັດຄ້ານຢ່າງແຂງແຮງຕໍ່ການໂຈມຕີຂອງເຮືອບິນບໍ່ມີຄົນຂັບນີ້ ແຕ່ພວກທີ່ຕຳໜິຕິຕຽນບາງຄົນເຊື່ອວ່າ ການໂຈມຕີດັ່ງກ່າວທີ່ແນໃສ່ພວກທີ່ສົງໄສວ່າເປັນໜ່ວຍປະຕິບັດງານຂອງກຸມກໍ່ການຮ້າຍອາລກາອິດາແລະກຸ່ມຕາລີບັນ ເປັນພາກສ່ວນນຶ່ງຢູ່ໃນຂໍ້ຕົກລົງລັບ ທີ່ປາກິສຖານເຫັນດີໂດຍປະລິຍາຍກ່ຽວກັບການໂຈມຕີຂອງສະຫະລັດນັ້ນ.