ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ​ຊາ​ຣິ​ຟ ຜູ້​ສະ​ໝັກ​ທີ່​ມີ​ຄະ​ແນນ​ນຳ​ໜ້າ ເພື່ອ​​ເຂົ້າຮັບ​ຕຳ​ແໜ່ງ​ ເປັນ​ນາ​ຍົກ​​ຄົນ​ຕໍ​່​ໄປ ຂອງ​ປາ​ກິ​ສ​ຖານ


ຜູ້​ນຳ​ພັກ​ຝ່າຍ​ຄ້ານ​ປາ​ກິ​ສ​ຖານ ທ່ານ​ເຊ​ບາ​ສ ຊາ​ຣິ​ຟ ພວມ​ຖະ​ແຫຼງ​ຕໍ່​ກອງ​ປະ​ຊຸມ​ນັກ​ຂ່າວ ທີ່​ນະ​ຄອນ​ອິ​ສ​ລາ​ມາ​ບັດ ເມື່ອ​ວັນ​ທີ 7 ເມ​ສາ 2022.
ຜູ້​ນຳ​ພັກ​ຝ່າຍ​ຄ້ານ​ປາ​ກິ​ສ​ຖານ ທ່ານ​ເຊ​ບາ​ສ ຊາ​ຣິ​ຟ ພວມ​ຖະ​ແຫຼງ​ຕໍ່​ກອງ​ປະ​ຊຸມ​ນັກ​ຂ່າວ ທີ່​ນະ​ຄອນ​ອິ​ສ​ລາ​ມາ​ບັດ ເມື່ອ​ວັນ​ທີ 7 ເມ​ສາ 2022.

ປາ​ກິ​ສ​ຖານ​ມີ​ກຳ​ນົດ​ທີ່​ຈະ​ລົງ​ຄະ​ແນນ​ສຽງ ເພື່ອ​ເລືອກ​ເອົາ​ຜູ້​ນຳ​ພັກ​ຝ່າຍ​ຄ້ານ ທ່ານ​ເຊ​ບາ​ສ ຊາ​ຣິ​ຟ (Shehbaz Sharif) ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ຕໍ່​ໄປ​ຂອງ​ປະ​ເທດ​ໃນ​ວັນ​ຈັນ​ມື້ນີ້ ນຶ່ງມື້​ຫຼັງ​ຈາກ​ ທ່ານ​ອິມ​ຣານ ຄານ ເສຍ​ໄຊ​ ໃນ​ການ​ລົງ​ມະ​ຕິບໍ່​ໄວ້​ວາງ​ໃຈ​ລັດ​ຖະ​ບານ ເຮັດ​ໃຫ້​ລັດ​ຖະ​ບານ​ທີ່​ບໍ​ລິ​ຫານ​ປະ​ເທດ​ມາ​ໄດ້​ເກືອບ 4 ປີ ພັງ​ລົງ.

ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ ຫຼື​ສະ​ພາ​ຕ່ຳ 342 ຄົນ ໄດ້​ລົງ​ຄະ​ແນນ​ສຽງ ໃນ​ການ​ລົງ​ມະ​ຕິ​ບໍ່​ໄວ້​ວາງ​ໃຈ​ທ່ານ​ຄານ ໃນ​ຕອນ​ເຊົ້າ​ວັນ​ອາ​ທິດ​ວານນີ້ ໂດຍ​ມີ​ສະ​ມາ​ຊິກ​ສະ​ພາ 174 ທ່ານ ຈາກ​ກຸ່ມ​ແນວ​ໂຮມ​ພັກ​ຝ່າຍ​ຄ້ານ​ໃຫ້​ການ​ສ​ະ​ໜັບ​ສະ​ໜຸນ 2 ສຽງ​ຫຼາຍກ​ວ່າ​ທີ່​ຕ້ອງ​ການ ເພື່ອ​ບັງ​ຄັບ​ໃຫ້​ອະ​ດີດ​ດາ​ລາ​ຄ​ຣິກ​ເກັດ ອອກຈາກ​ຕຳ​ແໜ່ງ.

ທ່ານ​ຊາ​ຣິ​ຟ​ເປັນ​ຜູ້​ນຳ​ພັກ​ຝ່າຍ​ຄ້ານ​ທີ່​ພະ​ຍາ​ຍາມ​ຂັບ​ໄລ່​ທ່ານ​ຄານ ແລະ​ໃນ​ເວ​ລາ​ຕໍ່​ມາ​ໄດ້​ສະ​ເໜີ​ຊື່​ຂອງ​ທ່ານ​ຕໍ່​ສະ​ພາ ເພື່ອ​ເຂົ້າ​ເລືອກ​ຕັ້ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຊຶ່ງ​ເປັນ​ທີ່​ຄາດ​ກັນ​ຢ່າງກວ້າງ​ຂວາງວ່າ ນັກ​ການ​ເມືອງ​ອາ​ຍຸ 70 ປີ ​ທ່ານນີ້ ຈະ​ໄດ້​ຮັບ​ຊະ​ນະ.

ທ່າ​ນ​ຄານ​ແມ່ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ທຳ​ອິດ​ທີ່​ໄດ້​ຖື​ກ​ຂັບ​ໄລ່​ອອກ​ຈາກ​ຕຳ​ແໜ່ງ​ດ້ວຍ​ການ​ລົງ​ມະ​ຕິ​ບໍ່​ໄວ້​ວາງ​ໃຈ​ໃນ​ປາ​ກິ​ສ​ຖານ ແຕ່​ແນວ​ໃດ​ກໍ​ຕາມ ບໍ່​ມີ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃດ ທີ່​ໄດ້​ຖືກ​ເລືອກ​ແບບ​ປະ​ຊາ​ທິ​ປະ​ໄຕ ​ໃນ​ປາ​ກິ​ສ​ຖານ ໄດ້​ຮັບ​ໜ້າ​ທີ່​ເຕັມ​ສະ​ໄໝ​ເປັນ​ເວ​ລາ 5 ປີ ນັບ​ແຕ່​ໄດ້​ມີ​ການ​ກໍ່​ຕັ້ງ​ປະ​ເທດ​ດັ່ງ​ກ່​າວ ແຕ່​ປີ 1947 ເປັນ​ຕົ້ນ​ມາ.

ພວກ​ສະ​ໜັບ​ສະ​ໜຸນ​ພັກ​ຝ່າຍ ພາ​ກັນ​ສະ​ຫຼອງ ໃນ​ຄວາມ​ສຳ​ເລັດ ​ຂອງ​ການ​ລົງ​ມະ​ຕິ​ບໍ່​ໄວ້​ວາງ​ໃຈ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິມ​ຣານ ຄານ ທີ່​ນະ​ຄອນ​ກາ​ຣາ​ຈີ ປະ​ເທດ​ປາ​ກິ​ສ​ຖານ ວັນ​ທີ 10 ເມ​ສາ 2022.
ພວກ​ສະ​ໜັບ​ສະ​ໜຸນ​ພັກ​ຝ່າຍ ພາ​ກັນ​ສະ​ຫຼອງ ໃນ​ຄວາມ​ສຳ​ເລັດ ​ຂອງ​ການ​ລົງ​ມະ​ຕິ​ບໍ່​ໄວ້​ວາງ​ໃຈ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິມ​ຣານ ຄານ ທີ່​ນະ​ຄອນ​ກາ​ຣາ​ຈີ ປະ​ເທດ​ປາ​ກິ​ສ​ຖານ ວັນ​ທີ 10 ເມ​ສາ 2022.

ການ​ຊັກ​ຊ້າ​ຊ້ຳ​ແລ້ວ​ຊ້ຳ​ອີກ ໃນ​ການ​ລົງ​ມະ​ຕິ​ບໍ່​ໄວ້​ວາງ​ໃຈ​ຕໍ່​ທ່ານ​ຄານ​ ໄດ້​ມີ​ຂຶ້ນຫຼັງ​ຈ​າກສານ​ສູງ​ສຸດ​ຂອງ​ປະ​ເທດ​ໄດ້​ຕັດ​ສິນ​ໃນ​ອາ​ທິດ​ແລ້ວນີ້​ວ່າ ທ່ານ​ໄດ້​ດຳ​ເນີນ​ການ​ຂັດ​ກັບ​ລັດ​ຖະ​ທຳ​ມະ​ນູນ ເວ​ລາ​ທ່ານ​ໄດ້​ຂັດ​ຂວາງ​ບໍ່​ໃຫ້​ມີ​ການ​ລົງ​ມະ​ຕິ​ບໍ່​ໄວ້​ວາງ​ໃຈ​ກ່ອນ​ໜ້ານີ້ ແລະ​ໄດ້​ຍຸບ​ສະ​ພາ​ແຫ່ງ​ຊາດ​ໃນ​ເວ​ລາ​ຕໍ່​ມາ.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ກິ​ສ​ຖານ​ທີ່​ພວມດີ້ນ​ຮົນ ໄດ້​ກ່າວ​ປ້ອງ​ກັນ ການ​ຂັດ​ຂວາງ​ບໍ່​ໃຫ້​ມີ​ການ​ລົງຄະ​ແນນ​ສຽງ ໂດຍ​ກ່າວ​ຫາ​ວ່າ​ການ​ລົງ​ມະ​ຕິບໍ່​ໄວ້​ວາງ​ໃຈ​ແມ່ນ​ເປັນ​ຜົນ​ມາ​ຈາກ​ການ​ແຊກ​ແຊງ​ຂອງ​ສະ​ຫະ​ລັດ ເຂົ້າ​ໃຈ​ການ​ເມືອງ​ຂອງ​ປະ​ເທດ​ທ່ານ.

ວໍ​ຊິງ​ຕັນ​ໄດ້​ປະ​ຕິ​ເສດ​ຕໍ່​ຂໍໍ້​ຫາ​ດັ່ງ​ກ່າວ ໂດຍ​ເວົ້າ​ວ່າ “ບໍ່​ມີ​ຄວາມ​ຈິງ” ກ່ຽວ​ກັບ​ເລື້ອງນີ້.

ໃນ​ຕອນ​ແລງວັນ​ອາ​ທິດ​ວານນີ້ ພວກ​ສະ​ໜັບ​ສະ​ໜຸນ​ທ່ານ​ຄານ​ຫຼາຍ​ສິບ​ພັນ​ຄົນ​ໄດ້​ພາ​ກັນ​ລົງ​ສູ່​ຖະ​ໜົນ​ຫົນ​ທາງ ເພື່ອ​ທຳ​ການ​ປະ​ທ້ວງ​ຢູ່​ຕາມ​ຫົວ​ເມືອງ​ໃຫຍ່ໆ​ຂອງ​ປາ​ກິ​ສ​ຖານ ຮວມ​ທັງ​ນະ​ຄອນ​ຫຼວງ​ອິ​ສ​ລາ​ມາ​ບັດ ເພື່ອ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຄືນ​ອີກ ຕໍ່​ຜູ້​ນຳ​ທີ່​ໄດ້​ຖືກ​ໂຄ່ນ​ລົ້ມ ແລະ​ການ​ປະ​ທ້ວງ​ຕໍ່​ຕ້ານ​ການ​ກ່າວ​ຫາ​ວ່າ ສະ​ຫະ​ລັດ​ໄດ້​ແຊກ​ແຊງ​ເຂົ້າ​ໃນ​ການ​ເມືອງ​ຂອງ​ປາ​ກິ​ສ​ຖານ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG