ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ຊານາແຮນ ເຂົ້າກຳ ກະຊວງ ປ້ອງກັນປະເທດ ຫຼັງຈາກ ທ່ານທຣຳ ປົດທ່ານ​ ແມັດຕິສ


ຜູ້ມາກຳຕໍາແໜ່ງຊົ່ວຄາວ ເປັນລັດຖະມົນຕີປ້ອງກັນປະເທດ ສຫລ ທ່ານ Patrick Shanahan ໄປຮອດທຳນຽບຫ້າແຈ
ມື້ທຳອິດ ທີ່ອາລິງຕັນ ລັດເວີຈິເນຍ ນອກນະຄອນຫຼວງ ວໍຊິງຕັນ ວັນທີ 2 ມັງກອນ 2019.
ຜູ້ມາກຳຕໍາແໜ່ງຊົ່ວຄາວ ເປັນລັດຖະມົນຕີປ້ອງກັນປະເທດ ສຫລ ທ່ານ Patrick Shanahan ໄປຮອດທຳນຽບຫ້າແຈ ມື້ທຳອິດ ທີ່ອາລິງຕັນ ລັດເວີຈິເນຍ ນອກນະຄອນຫຼວງ ວໍຊິງຕັນ ວັນທີ 2 ມັງກອນ 2019.

ໃນມື້ທຳອິດ ຂອງການຂຶ້ນກຳຕໍາແໜ່ງລັດຖະມົນຕີ ກະຊວງປ້ອງກັນປະເທດໃນວັນ
ພຸດວານນີ້ທ່ານ Pat Shanahan ກ່າວວ່າ ປະເທດຈີນຈະເປັນບູລິມະສິດ ທາງທະ
ຫານແຫ່ງທຳອິດ.

ທ່ານ Shanahan ໄດ້ບອກພວກພະນັກງານຂອງກະຊວງປ້ອງກັນປະເທດ ທີ່ກອງ
ປະຊຸມໃນວັນພຸດວານນີ້ວ່າ ໃຫ້ຈົດຈຳໄວ້ໃນສະໝອງວ່າ “ປະເທດຈີນ ຈີນ ຈີນ” ອີງ
ຕາມຄຳເວົ້າຂອງພວກຜູ້ຊ່ອຍວຽກ ທີ່ຂໍຮ້ອງບໍ່ໃຫ້ອອກຊື່ ເພາະວ່າພວກເຂົາເຈົ້າ ບໍ່
ໄດ້ຮັບອະນຸຍາດ ໃຫ້ສົນທະນາເລື້ອງພາຍໃນກັບມະຫາຊົນ.

ເຈົ້າໜ້າທີ່ທ່ານນຶ່ງຂອງກະຊວງປ້ອງກັນປະເທດກ່າວວ່າ ທ່ານ Shanahan ສະແດງ
ໃຫ້ເຫັນວ່າ ເພິ່ນຈະປະຕິບັດຕາມຍຸດທະສາດທາງທະຫານທີ່ເຮັດຂຶ້ນໂດຍ ເຈມສ໌
ແມັດຕິສ ຜູ້ທີ່ເພິ່ນຂຶ້ນມາແທນ ຜູ້ຊຶ່ງຖືວ່າ ປະເທດຈີນ ກັບຣັດເຊຍເປັນຄູ່ແຂ່ງທີ່ຍິ່ງໃຫຍ່ “ທາງດ້ານກຳລັງ.”

ເຊີນອ່ານຂ່າວນີ້ຕື່ມເປັນພາສາສອັງກິດ

XS
SM
MD
LG