ຮັກສາການລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະລັດ ທ່ານ ແພັດທຣິກ ຊານາ
ແຮນ ໄດ້ຍອມຮັບຢ່າງເປັນທາງການ ກ່ຽວກັບ ການຄົ້ນພົບຂອງການສືບສວນສອບ
ສວນ ເລື່ອງຊຸ້ມໂຈມຕີກອງກຳລັງພິເສດ ສະຫະລັດ ທີ່ປະຕິບັດການໃນປະເທດ ໄນ
ເຈີ ເກືອບສອງປີທີ່ຜ່ານມາທີ່ໄດ້ນຳໄປສູ່ການຕາຍຂອງທະຫານ ສະຫະລັດ 4 ຄົນ
ແລະ ທະຫານ ໄນເຈີ 4 ຄົນ.
ໃນຖະແຫຼງການສະບັບນຶ່ງທີ່ໄດ້ເປີດເຜີຍໃນຕອນເຊົ້າວັນພະຫັດມື້ນີ້, ລັດຖະມົນຕີ
ຮັກສາການ ທ່ານ ຊານາແຮນ ໄດ້ກ່າວວ່າ ທ່ານພໍໃຈທີ່ວ່າ “ການຄົ້ນພົບທຸກຢ່າງ,
ລາງວັນ ແລະ ການດຳເນີນການຮັບຜິດຊອບແມ່ນຮອບຄອບ ແລະ ເໝາະສົມ” ຫຼັງ
ຈາກໄດ້ທົບທວນການຄົ້ນພົບຂອງການສອບສວນ ໃນວັນທີ 4 ຕຸລາ 2017, ໃກ້ກັບ
ບ້ານ ທັອງໂກ ທັອງໂກ, ຕັ້ງຢູ່ປະມານ 200 ກິໂລແມັດ ທາງພາກເໜືອຂອງນະຄອນ
ຫຼວງ ນີອາເມ ປະເທດ ໄນເຈີ.
ລາຍງານສະບັບສຸດທ້າຍ, ເຊິ່ງໄດ້ຖືກເປີດເຜີຍຢ້ອນກັບໄປໃນເດືອນພຶດສະພາ 2018
ໄດ້ພົບວ່າ ການປະຕິບັດພາລະກິດ ໄດ້ຖືກລົບກວນດ້ວຍບັນຫາ ຕະຫຼອດຈາກເທິງຫາ
ລຸ່ມ, ລວມທັງຂາດການຝຶກຊ້ອມ ແລະ ອຸປະກອບທີ່ເໝາະສົມ, ພ້ອມກັບຂາດການກະ
ກຽມສຳລັບການປະຕິບັດພາລະກິດ, ໃນເວລາທີ່ ກອງທະຫານ ສະຫະລັດ ແລະ ໄນ
ເຈີ 46 ຄົນ ທີ່ສົ່ງອອກໄປຕິດຕາມຫາພວກຫົວຮຸນແຮງລະດັບສູງ ລັດອິສລາມ.
ແຕ່ການສອບສວນໄດ້ສະຫຼຸບວ່າ ກອງກຳລັງຮ່ວມ ສະຫະລັດ-ໄນເຈີ ໄດ້ຜ່າຍແພ້ໃຫ້
ກອງກຳລັງ IS ຂະໜາດໃຫຍ່ໃນທີ່ສຸດ ເຊິ່ງມີຈຳນວນຫຼາຍກວ່າເຂົາເຈົ້າ 3 ຕໍ່ 1. ການ
ປິດລ້ອມໄດ້ສິ້ນສຸດລົງ ຫຼັງຈາກເຮືອບິນລົບຂອງ ຝຣັ່ງ ສອງລຳ ໄດ້ດຳເນີນການບິນລົງ
ຕ່ຳຫຼາຍຄັ້ງ ເພື່ອຂັບໄລ່ພວກນັກລົບທີ່ເຊື່ອມໂຍງກັບພວກ IS ອອກໄປ, ເຮັດໃຫ້ກຸ່ມ
ຊ່ວຍເຫຼືອມີເວລາທີ່ຈະເຄື່ອນຍ້າຍເຂົ້າໄປ ແລະ ອົບພະຍົບກອງກຳລັງ ສະຫະລັດ ແລະ
ໄນເຈີ ທີ່ຍັງເຫຼືອຢູ່ອອກມາ.