ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຢຸດຍິງ ທີ່ບອບບາງ ໃນຊູດານໃຕ້ ຍັງໄດ້ຮັບ ການເຄົາລົບ ຢູ່ຕໍ່ມາ


ແມ່ຍິງຊູດານຄົນນຶ່ງ ບໍ່ມີທີ່ຢູ່ອາໄສ ກຳລັງຄົວກິນຢູ່ສູນອົບພະຍົບ.
ແມ່ຍິງຊູດານຄົນນຶ່ງ ບໍ່ມີທີ່ຢູ່ອາໄສ ກຳລັງຄົວກິນຢູ່ສູນອົບພະຍົບ.

ການ​ຢຸດ​ຍິງ​ທີ່ບອບ​ບາງ​ແຕກ​ຫັກ​ງ່າຍ ທີ່ຮຽກຮ້ອງ​ໃຫ້​ມີ​ຂຶ້ນ​ໂດຍບັນດາ​ຜູ້ນຳທີ່​ເປັນຄູ່​ແຂ່​ງ ປາກົດ​ວ່າ ໄດ້​ຮັບ​ການ​ເຄົາລົບໃນ​ວັນ​ອັງຄານ​ວານ​ນີ້ ຢູ່ທີ່​ນະຄອນ ຫລວງ Juba ​ຂອງຊູ​ດານ​ໃຕ້ ຫລັງ​ຈາກ​ໄດ້​ມີ​ການ​ຍິງ​ປືນ​ໃຫຍ່ ​ແລະ​ປືນ​ນ້ອຍ ​ໂຈມ​ຕີ​ກັນ​ເປັນ​ເວລາ 4 ມື້ ທີ່ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຫລາຍ​ຮ້ອຍ​ຄົນ ​ແລະ​ບໍ່​ມີ​ທີ່ຢູ່​ອາ​ໄສ​ຫລາຍ​ພັນ​ຄົນ.

ການ​ຢຸດ​ຍິງທີ່​ໄດ້​ຮຽກຮ້ອງໃຫ້​ມີ​ຂຶ້ນໂດ​ຍປະທານາທິບໍດີ Salva Kiir ​ແລະ​ຜູ້ນຳ ຝ່າ​ຍຄ້ານ​ເປັນ​ເວລາ​ດົນນານ​ຂອງ​ທ່ານ ຮອງ​ປະທານາທິບໍດີ​ຜູ້​ທີ່​ນຶ່ງ ທ່ານ Reik Machar ​ແມ່ນ​ໄດ້​ຮັບ​ການ​ຊົມ​ເຊີຍ​ ຈາກ​ປະຊາຊົນ ​ທີ່​ອິດ​ເມື່ອຍ​ກັບ​ການ​ສູ້​ລົບ ແລະ​ບັນດາ​ລັດຖະບານ​ຕ່າງ ປະ​ເທດ ທີ່ເປັນຫ່ວງ​ຢ້ານ​ວ່າປະ​ເທດ​ໃໝ່​ສຸດ​ໃນ​ອາ​ຟຣິກາ ພວມສ່ຽງກັບ​ຕໍ່​ການ​ຫວນ​ຄືນ​ເຂົ້າ​ສູ່​ສົງຄາມ​ກາງ​ເມືອງ​ຢ່າງ​ເຕັມທີ່​ອີກຄັ້ງ.

ຢູ່​ທີ່​ຄອນ​ຫລວງວໍ​ຊິງ​ຕັນ ກະຊວງ​ຕ່າງປະ​ເທດ​ສະຫະລັດ​ໄດ້ສະ​ແດງ​ຄວາມ​ເປັນ ຫ່ວງ ໂດຍທີ່​ໂຄສົກໄດ້ໃຫ້​ຂໍ້ສັງ​ເກດ ກ່ຽວ​ກັບ​ລາຍ​ງານ ການ​ຍິງ​ກັນ​ຢູ່​ໃນ​ບາງ​ບ່ອນ ທັງໆ​ທີ່​ສ່ວນ ຂອງ​ນະຄອນ Juba ມີ​ຄວາມ​ງຽບ​ສະຫງົບ. ທ່ານ John Kirby ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ທ່ານ​ບໍ່​ຄາດ​ວ່າຈະ​ມີ​ການຍົກຍ້າຍເອກ​ອັກ ຄະ​ລັດຖະທູດ​ສະຫະລັດອອກ​ໜີ ​ເຖິງ​ແມ່ນ​ວ່າ​ໄດ້​ມີ​ໃນອັນ​ທີ່​ທ່ານບັນ​ລະຍາຍວ່າ​ ເປັນ​ຄຳ “ສັ່ງ​ໃຫ້​ອອກ” ​ສຳລັບບັນດາ​ພະນັກງາ​ນທີ່​ບໍ່ສຸກ​ເສີນ​ຈາກສະຖານທູດ​ສະຫະລັດ.

ສະພາ​ອົບ​ພະ​ຍົບນໍເວ ຫລື NRC ​ໄດ້ໃຫ້ການ​ບັນ​ເທົາ​ທຸກ ​ແລະ​ສະ​ໜັນ​ສະ​ໜູນ​ພວກພົນ ລະ​ເຮືອນ ທີ່​ໄດ້​ຫລົບ​ໜີ​ການ​ສູ້​ລົບ ຢູ່​ໃນ​ນະຄອນ Juba ​ແຕ່ວ່າ​ກຸ່ມ​ດັ່ງ ກ່າວ​ໄດ້ ຄື​ດັ່ງ​ບັນດາ​ອົງການ​ຊ່ວຍ​ເຫລືອ​ອຶ່ນໆ ຕ້ອງ​ໄດ້ໂຈະ​ການ​ດຳ​ເນີນຄວາ​ມ ພະຍາຍາມ ເນຶ່ອງຈາກ​ຄວາ​ມຮຸນ​ແຮງ.

ຜູ້ອຳນວຍການ ອົງການ NRC ທ່ານ Victor Moses ກ່າວ​ວ່າ “ນອກຈາກ​ວ່າ ​ການ​ຢຸດ​ຍິງ​ໄດ້​ຮັບ​ການ​ເຄົາລົບ ສະພາບ​ການດ້ານ​ມະນຸດ​ສະ​ທຳທີ່ຢູ່​ໃນ​ຂັ້ນ​ຮ້າຍ​ແຮງ​ຢູ່​ແລ້ວ​ນັ້ນ ອາດ​ຈະ​ຊຸດ​ໂຊມລົງ​ໄປ​ອີກ. ພວກ​ເຮົາ​ຕ້ອງການ​ເຂົ້າ​ໄປ​ຫາ​ປະຊາຊົນ​ດ້ວຍ​ຄວາມ​ປອດ​ໄພ ​ທີ່​ຕ້ອງການ​ອາຫານ ນໍ້າ ​ແລະ​ທີ່ີຢູ່​ອາ​ໄສ ຫລື ຊູດ​ານ​ໃຕ້​ຈະ​ຜັ​ນຂະຫຍາຍ​ໄປ​ໜ້າ​ເຂົ້າ ​ສູ່​ຄວາມ​ຮຸນແຮງ​ແລະ​ຄວາມ​ຍາກ​ລຳບາກ.

ຄວັນສີດຳຜູ່ຂຶ້ນສູ່ທ້ອງຟ້າ ທີ່ນະຄອນ Juba ຊູດານໃຕ້.
ຄວັນສີດຳຜູ່ຂຶ້ນສູ່ທ້ອງຟ້າ ທີ່ນະຄອນ Juba ຊູດານໃຕ້.

ການ​ສູ້​ລົບ​ຢູ່​ຕາມເສັ້ນ​ຊົນ​ເຜົ່າ ​ໄດ້​ເກີດ​ຂຶ້ນ​ໃນ​ວັນ​ພະຫັດ​ທີ່​ຜ່ານ​ມາລະຫວ່າງ​ກອງ​ທະ ຫານ ​ທີ່​ຈົງ​ຮັກ​ພັກດີ​ຕໍ່ປະທານາທິບໍດີ ​ແລະ​ບັນດາ​ຜູ້​ທີ່ຢູ່​ໃນ​ຖັນ​ແຖວ​ຂອງ​ທ່ານ Machar. ມັນ​ໄດ້​ເພີ້ມທະວີ​ຄວາມ​ຮ້າຍ​ແຮງຂຶ້ນຫລາຍ​ກວ່າ​ສາມ​ວັນ ​ເຮັດ​ໃຫ້​ສາ ມາດໃຫ້​ເຫັນ​ຄວາມ​ເສຍ​ຫາຍ ​ແລະ​ຄວາມທຸກ​ທໍລະມານ​ຂອງ​ມະນຸດ ທີ່​ບໍ່​ໄດ້ພົບ​ເຫັນ​ນັບ​ແຕ່​ສອງ​ປີ​ຂອງ​ສົງ ຄາມ​ກາງ​ເມືອງ​ທີ່ໄດ້​ສີ້​ນສຸດ​ລົງ​ໃນ​ປີ 2015.

ຢູ່​ຕາມ​ຖະໜົນ​ຂອງ​ນະຄອນ Juba ​ໃນ​ວັນ​ອັງຄານ​ວານ​ນີ້ ພວກ​ນັກ​ທ່ອງ​ທ່ຽວ​ພາກັນ​ຊອກ​ຫາ​ອາຫານ​ການ​ກິນ​ຢູ່ຕາມ​ຕະຫລາດ​ກາງ​ເມືອງ ແມ່ນໄດ້​ພົບ​ເຫັນ​ພາບ​ທີ່ໜ້າ​ໂສກ​ເສົ້າ ບັນດາ​ຮ້ານ​ຄ້າ​ຕ່າງໆ​ຖືກ​ລັກ​ເອົາ​ສິ່ງ​ຂອງ ​ແລະ​ລາຄາ​ແພງ​ຂຶ້ນ​ສຳລັບ​ອາຫານ​ທີ່​ຊອກ​ຫາ​ໄດ້​ຍາກ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

South Sudan
please wait
Embed

No media source currently available

0:00 0:01:43 0:00

XS
SM
MD
LG