ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການສັບຊ້ອນ ນຳເອົາ ໂສມໜ້າໃໝ່ ມາສູ່ ການຖະແຫຼງຂ່າວ ຢູ່ ທຳນຽບຂາວ


ຜູ້ອຳນວຍການ ສື່ສານຄົມມະນາຄົມຄົນໃໝ່ ທ່ານ Anthony Scaramucci ກ່າວຕໍ່ສື່ມວນຊົນ ທີ່ຫ້ອງຖະແຫຼງຂ່າວ ຂອງ ທຳນຽບຂາວ. (21 ກໍລະກົດ 2016)
ຜູ້ອຳນວຍການ ສື່ສານຄົມມະນາຄົມຄົນໃໝ່ ທ່ານ Anthony Scaramucci ກ່າວຕໍ່ສື່ມວນຊົນ ທີ່ຫ້ອງຖະແຫຼງຂ່າວ ຂອງ ທຳນຽບຂາວ. (21 ກໍລະກົດ 2016)

ການ​ແຕ່ງຕັ້ງ ຜູ້ອຳນວຍການ ​ສື່ສານ​ຄົມມະນາຄົມ​ຄົນ​ໃໝ່ ທີ່​ທຳນຽບຂາວ ​ໃນ​ວັນ​ສຸກ
​ວານ​ນີ້ ​ພາ​ໃຫ້​ມີ​ການ​ລາ​ອອກຢ່າງ​ກະທັນຫັນ ​ຂອງ​ເລຂາ​ດ້ານ​ການ​ຂ່າວ​ຄົນ​ສຳຄັນ ຢູ່
ທີ່​ນັ້ນ.

ທ່ານ Anthony Scaramucci ນັກ​ວິ​ສາ​ຫະກິດ ​ແລະ​ອະດີດ​ຜູ້​ຈັດການ​ກອງ​ທຶນການ​
ລົງທຶນ ​ໄດ້​ຖືກ​ສະ​ເໜີ​ໃຫ້​ເຂົ້າ​ເຮັດ​ວຽກ​ເປັນ​ຫົວໜ້າ​ດ້ານ​ສື່ສານ​ຄົມມະນາຄົມ​ໂດຍ​ປະ
ທານາທິບໍດີດໍ​ໂນ​ລ ທຣຳ ຊຶ່ງ​ນັ້ນ​ໄດ້​ພາ​ໃຫ້​ທ່ານ Sean Spicer ​ເລຂາ​ດ້ານ​ການ​ຂ່າວ
​ແລະ​ຮັກສາ​ການ ​ຜູ້ອຳນວຍການ​ດ້ານ​ສື່ສານ​ຄົມມະນາຄົ ມຍື່ນໃບ​ລາ​ອອກ ​ໃນ​ທັນທີ
ຊຶ່ງ​ທ່ານ​ກ່າວ​ວ່າ ຈະ​ເລີ້ມມີ​ຜົນ​ບັງຄັບ​ໃຊ້​ ໃນ​ເດືອນ​ໜ້ານີ້.

​ໃນ​ການ​ຂຽນ​ລົງ​ທາງ Twitter ນັ້ນ ທ່ານ Spicer ​ເວົ້າວ່າ “ນັບ​ວ່າ ​ເປັນ​ກຽດ​ແລະສິດ​
ພິ​ເສດ ທີ່​ໄດ້​ຮັບ​ໃຊ້​ ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ​ແລະປະ​ເທດ​ທີ່ມະ
ຫັດສະຈັນ​ນີ້. ຂ້າພະ​ເຈົ້າຈະ​ເຮັດ​ວຽກ​ໄປ​ຈົນ​ຮອດ​ເດືອນ​ສິງຫາ.”

New press secretary

ທ່ານ​ນາງ Sarah Huckabee Sanders ທີ່​ໄດ້​ປາກົດ​ໂຕ​ ເກືອບ​ວ່າ​ເປັນ​ປະຈຳ​ທີ່​
ຫ້ອງ​ຖະ​ແຫຼງຂ່າວ ​ໃນ​ໄລຍະ​ສອງ​ສາມ​ອາທິດ​ຜ່ານ​ມານີ້ ​ໄດ້​ຖືກ​ແຕ່ງຕັ້ງ ໂດຍ​ທ່ານ Scaramucci ​ໃຫ້​ເຮັດ​ວຽກ​ແທນ​ທ່ານ Spicer ​ເປັນ​ເລຂາ​ດ້ານການ​ຂ່າວ.

ທ່ານ Spicer ຊຶ່ງ​ຍັງ​ຮັກສາ​ການ​ເປັນ​ຜູ້ອຳນວຍການສື່ສານ​ຄົມມະນາຄົມ​ທັງກ່ອນ​
ແລະ​ຫຼັງ​ຈາກ​ທ່ານ Mike Dubke ​ເຂົ້າຮັບ​ຕຳ​ແໜ່​ງດັ່ງກ່າວ​ແບບ​ຂ້ອນ​ຂ້າງຄຸມ​ເຄືອ
ເປັນ​ເວລາ​ປະມານ 2 ​ເດືອນ.

ທ່ານ Scaramucci ​ແມ່ນ​ເປັນ​ທີ່​ຮູ້​ກັນ​ດີໃນ​ວົງ​ການ​ຫາ​ລາຍ​ໄດ້​ຂອງ​ພັກ​ຣີພັບ​ບລີ​
ກັນ ​ແລະ​ໄດ້ເຫັນ​ອອກ​ໂທລະພາບ​ເລື້ອຍໆ ​ໃນ​ລະຫວ່າງ ການ​ໂຄສະນາ​ຫາສຽງ​
ເລືອກ​ຕັ້ງ ປີ 2016 ​ເພື່ອ​ສະໜັບສະໜູນ ຜູ້​ສະໝັກ​ປະທານາທິບໍດີ​ ຂອງ​ພັກຣີພັບ
​ບລີ ​ກັນ​ຄົນ​ອື່ນໆ ກ່ອນ​ໃຫ້ການ​ສະໜັບສະໜູນ​ແກ່​ທ່ານ​ທຣຳ.

ການ​ໃຫ້​ຄວາມ​ເຫັນ ​ໃນ​ລະຫວ່າງ​ການ​ໂຄສະນາ​ຫາ​ສຽງ​ເຫລົ່ານັ້ນ ​ແມ່ນ​ຮວມທັງ​
ທ່ານ Scaramucci ​ເອີ້ນທ່ານ​ທຣຳວ່າ “hack politician.”

Spicer Quits as Trump Names New Communications Director
please wait

No media source currently available

0:00 0:01:50 0:00

​ເມື່ອ​ມີ​ການ​ຖາມ​ກ່ຽວ​ກັບ​ການ​ໃຫ້​ຄວາມ​ເຫັນ​ດັ່ງກ່າວ ຜູ້ອຳນວຍການ​ສື່ສານ​ຄົມ
ມະນາຄົມ​ ທີ່​ຫາ​ກໍ​ຖືກ​ແຕ່ງຕັ້ງ​ໃໝ່ ກ່າວ​ໃນ​ວັນ​ສຸກວານ​ນີ້ວ່າ ປະທານາທິບໍດີ​ໄດ້
“ຍົກ​ເອົາ​ເລື່ອງ​ນີ້ຂຶ້ນມາເວົ້າ​ໃນ​ທຸກ 15 ວິນາທີ.”

ທ່ານ Scaramucci ​ໄດ້​ສະ​ແດງ​ຄວາມ​ເສຍ​ໃຈ ກ່ຽວ​ກັບ​ການ​ໃຫ້​ຄວາມ​ເຫັນ​ດັ່ງ
ກ່າວ ​ໂດຍ​ເວົ້າວ່າ ມັນ​ເປັນຄວາມ​ຜິດພາດ​ຍ້ອນ​ທ່ານ​ບໍ່​ມີ​ປະສົບ​ພະກາ​ນ​ໃນ​ດ້ານ
ການ​ເມືອງ.

ທ່ານ Scaramucci ກ່າວ​ວ່າ “ທ່ານ​ປະທານາທິບໍດີ ຖ້າ​ທ່ານ​ຟັງ​ຢູ່ ຂ້າພະ​ເຈົ້າຂໍ
​ຂະມາ​ໂທດ ​ເປັນ​ການ​ສ່ວນ​ຕົວ ​ຄັ້ງທີ 50 ທີ່​ໄດ້​ກ່າວ​ໄປແບບ​ນັ້ນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG