ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູໂຣບ ພິຈາລະນາ ຈະສ້າງຕັ້ງ ກອງກຳລັງ ຂອງຕົນ ຫຼັງຈາກ ທ່ານທຣຳ ຕ້ອງຕິ ເນໂຕ້


Shaken by Trump’s Criticism of NATO, Europe Mulls Building Own Military Force
please wait

No media source currently available

0:00 0:02:35 0:00

ພວກຜູ້ນຳຢູໂຣບພາກັນຕື່ນຕົກໃຈ ຫຼັງຈາກການໃຫ້ຄວາມເຫັນ ຂອງປະທານາທິບໍດີສະ ຫະລັດທ່ານດໍໂນລ ທຣຳເມື່ອໄວໆມານີ້ທີ່ວ່າ ອົງການເນໂຕ້ “ລ້າສະໄໝແລ້ວ.” ອົງການ ດັ່ງກ່າວນີ້ ແມ່ນເປັນພື້ນຖານຂອງຄວາມໝັ້ນຄົງ ໃນຢູໂຣບ ນັບແຕ່ສົງຄາມໂລກຄັ້ງທີ 2 ສິ້ນສຸດລົງ ແຕ່ບັນດາຜູ້ນຳຂອງສະຫະພາບຢູໂຣບ ບາງປະເທດກ່າວວ່າ ເວລານີ້ຢູໂຣບ ຕ້ອງເປັນຜູ້ຮັບຜິດຊອບ ໃນດ້ານປ້ອງກັນປະເທດ ຂອງຕົນເອງ. ແຕ່ດັ່ງ ທີ່ນັກຂ່າວວີໂອ ເອ Henry Ridgwell ລາຍງານມາກໍແມ່ນວ່າ ຢູໂຣບຈະປະເຊີນກັບການຂາດແຄນໃນ ດ້ານຄວາມສາມາດ ທາງທະຫານຂະໜາດໃຫຍ່ ຖ້າປາສະຈາກການໃຫ້ຄວາມສະໜັບ ສະໜຸນຂອງສະຫະລັດ. ໄພສານ ມີລາຍລະອຽດຂອງເລື່ອງນີ້ມາສະເໜີທ່ານໃນອັນດັບ ຕໍ່ໄປ.

ທະຫານເຢຍຣະມັນ ກຳລັງກະກຽມຂັ້ນສຸດທ້າຍ ເພື່ອໄປປະຈຳການຢູ່ປະເທດລີທົວເນຍ ອັນເປັນພາກສ່ວນນຶ່ງ ໃນການເສີມກຳລັງຈຳນວນ 4,000 ຄົນ ຂອງອົງການເນໂຕ້ ຢູ່ໃນ ເຂດທະເລ Baltic ແລະປະເທດໂປແລນ.

ການເຄື່ອນໄຫວດັ່ງກ່າວ ແມ່ນໝາຍຄວາມວ່າ ເພື່ອເປັນການໃຫ້ການຄ້ຳປະກັນແກ່ບັນ ດາປະເທດທີ່ຢູ່ໃນເຂດແນວໜ້າ. ແຕ່ການໃຫ້ຄວາມເຫັນຂອງປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ ໃນການໃຫ້ສຳພາດ ເມື່ອໄວໆມານີ້ ທີ່ວ່າ ອົງການເນໂຕ້ “ລ້າສະໄໝ ແລ້ວນັ້ນ” ໄດ້ສ້າງຄວາມຕື່ນຕົກໃຈ ໃຫ້ແກ່ພັນທະມິດ ໃນຢູໂຣບ.

ທ່ານ Wolfgang Ischinger ຫົວໜ້າກອງປະຊຸມຄວາມໝັ້ນຄົງ ທີ່ Munich ກ່າວວ່າ ນອກເໜືອໄປຈາກວິກິດການ ທີ່ພວກເຮົາມີໃນປີກາຍ ຢູ່ຢູເຄຣນ ຊີ ເຣຍ ທະເລຈີນໃຕ້ ເກົາຫຼີເໜືອ ແລະອື່ນໆແລ້ວ ເວລານີ້ ປາກົດວ່າ ພວກເຮົາເກືອບວ່າ ໄດ້ຕື່ນຕົກໃຈ ໃນ ເຂດຂ້າມມະຫາສະໝຸດແອັດແລນຕິກ. ອົງການເນໂຕ້ ລ້າສະໄໝໄປແລ້ວ ຫລືບໍ່? ສະ ຫະພາບຢູໂຣບແມ່ນສິ່ງທີິ່ສະຫະລັດສາມາດ ຫລືຄວນຈະບໍ່ເອົາຫົວຊາ ຫຼືສະຫະພາບ ຢູໂຣບແມ່ນພາຄີທີ່ສຳຄັນສຸດຂອງສະຫະລັດຫລືບໍ່?

ນາຍົກລັດຖະມົນຕີເຢຍຣະມັນທ່ານນາງ Angela Merkel ໄດ້ກ່າວຕອບໂດຍເວົ້າວ່າ ຢູໂຣບ ເວລານີ້ ກຳໂຊກຊະຕາ ຢູ່ໃນມືຂອງຕົນເອງ. ແຕ່ຈະມີການປ່ຽນແປງຢ່າງໃຫຍ່ ຫຼວງໃນນະໂຍບາຍຂອງຢູໂຣບ ຖ້າຫາກມີການແຕກຫັກໃດໆກໍຕາມ ໃນການເປັນພັນ ທະມິດກັບສະຫະລັດ.

ທະຫານເຢຍຣະມັນ ຈາກກອງພັນທະຫານລາບ ທີ 122 ເຂົ້າຮ່ວມພີທີອຳລາ ຢູ່ເມືອງ Ober- viechtach ປະເທດເຢຍຣະມັນ ເມື່ອວັນທີ 19 ມັງກອນ 2017 ໃນຂະນະທີ່ ທະຫານ 450 ຄົນ ຈະຖືກສົ່ງໄປ ປະຕິບັດງານ ຢູ່ລີທົວເນຍ ໃນອີກບໍ່ເທົ່າໃດອາທິດ ຂ້າງໜ້ານີ້
ທະຫານເຢຍຣະມັນ ຈາກກອງພັນທະຫານລາບ ທີ 122 ເຂົ້າຮ່ວມພີທີອຳລາ ຢູ່ເມືອງ Ober- viechtach ປະເທດເຢຍຣະມັນ ເມື່ອວັນທີ 19 ມັງກອນ 2017 ໃນຂະນະທີ່ ທະຫານ 450 ຄົນ ຈະຖືກສົ່ງໄປ ປະຕິບັດງານ ຢູ່ລີທົວເນຍ ໃນອີກບໍ່ເທົ່າໃດອາທິດ ຂ້າງໜ້ານີ້

ທ່ານ Jonathan Eyal ຈາກສະຖາບັນ Royal United Services ກ່າວວ່າ ໃນຂະນະທີ່ ມີການໂອ້ລົມສົນທະນາກັນຢ່າງຫຼວງຫຼາຍ ກ່ຽວກັບການຮ່ວມມື ທີ່ໃກ້ຊິດຫຼາຍຂຶ້ນ ກັບສະ ຫະພາບຢູໂຣບ ແຕ່ກໍບໍ່ມີຫຍັງ ທີ່ຈະທົດແທນ ອຳນາດທາງທະຫານ ຂອງອາເມຣິກາໄດ້. ອາວຸດຍຸດທະພັນ ແລະຄວາມສາມາດ ທາງທະຫານທັງໝົດ ໃນອົງການເນໂຕ້ ຫຼາຍເຖິງ 75 ເປີເຊັນແມ່ນເປັນຂອງສະຫະລັດ.

ເວລານີ້ ເຢຍຣະມັນ ພ້ອມກັບບັນດາປະເທດ ໃນຢູໂຣບອື່ນໆ ທີ່ຢູ່ໃນອົງການພັນທະມິດ ເນໂຕ້ໃຊ້ຈ່າຍໃນດ້ານປ້ອງກັນປະເທດໜ້ອຍກວ່າ 2 ເປີເຊັນຂອງຍອດຜະລິດຮວມພາຍ ໃນທີ່ພວກເຂົາເຈົ້າໄດ້ໃຫ້ຄຳໝັ້ນສັນຍາໄວ້ ໃນປີ 2014.

ທ່ານ Jonathan Eyal ກ່າວຕື່ມວ່າ ມີການໃຫ້ຄວາມໝັ້ນໝາຍໃນເຢຍຣະມັນທີ່ຈະເພີ້ມ ການໃຊ້ຈ່າຍໃນດ້ານປ້ອງກັນປະເທດ ແຕ່ພວກເຮົາແມ່ນຍັງຢູ່ໄກແລະໂດຍສະເພາະໃນ ປີຂອງການເລືອກຕັ້ງຢູ່ເຢຍຣະມັນແລ້ວພວກເຮົາແມ່ນຍັງຈະ ຢູ່ໄກກ່ຽວກັບໂອກາດໃດໆ ກໍຕາມທີ່ຈະເພີ້ມການໃຊ້ຈ່າຍໃນດ້ານປ້ອງກັນປະເທດ.

ປະເທດສະມາຊິກທີ່ສຳຄັນໆຂອງອົງການເນໂຕ້ ແມ່ນຮວມທັງຝຣັ່ງ ເຢຍຣະມັນ ສະເປນ ແລະອີຕາລີ ຕ້ອງການຢາກໃຫ້ມີການຮ່ວມມືກັນຢ່າງໃກ້ຊິດຕື່ມຂຶ້ນໃນດ້ານທະຫານແລະ ດ້ານສືບລັບຂອງສະຫະພາບຢູໂຣບຊຶ່ງເປັນການເຄື່ອນໄຫວທີ່ໄດ້ຮັບການສະໜັບສະໜຸນ ຈາກບຣັສເຊີລ.

ທ່ານນາງ Federica Mogherini ຫົວໜ້ານະໂຍບາຍການຕ່າງປະເທດຂອງສະຫະພາບ ຢູໂຣບ ກ່າວວ່າ ກ່ອນອື່ນໝົດມັນໝາຍຄວາມວ່າຢູໂຣບແມ່ນພວມເລີ້ມຮັບເອົາຄວາມຮັບ ຜິດຊອບ ທາງດ້ານຄວາມໝັ້ນຄົງຂອງຕົນຢ່າງຈິງຈັງ. ພວກເຮົາພວມເລີ້ມເຮັດສິ່ງນີ້ ກ່ອນ ການລົງປະຊາມະຕິ ໃນອັງກິດ ກ່ອນການເລືອກຕັ້ງ ຢູ່ໃນສະຫະລັດ ຍ້ອນຄວາມໝັ້ນຄົງ ແມ່ນບູລິມະສິດຂອງຊາວຢູໂຣບ.

ອັງກິດໄດ້ຂັດຂວາງ ການດຳເນີນຄວາມພະຍາຍາມ ໃນການສ້າງຕັ້ງພັນທະມິດທາງທະ ຫານໃນສະຫະພາບຢູໂຣບ ຍ້ອນຢ້ານວ່າ ມັນອາດຈະບ່ອນທຳລາຍອົງ ການເນໂຕ້.

ແຕ່ໃນເມື່ອວ່າ ອັງກິດມີກຳນົດທີ່ຈະຖອນໂຕ ອອກຈາກສະຫະພາບຢູໂຣບພາຍໃນສອງ ສາມປີຂ້າງໜ້ານີ້ ການຮຽກຮ້ອງໃຫ້ສ້າງຕັ້ງ ກຳລັງທະຫານຂອງສະຫະພາບຢູໂຣບອາດ ຈະດັງແຮງຂຶ້ນນັບມື້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG