ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂທລະສັບມືຖື 5G ໄດ້ໃຊ້ຢ່າງເປັນທາງການແລ້ວ ຢູ່ໃນນະຄອນຫຼວງວຽງຈັນ


ສູນບໍລິການລູກຄ້າ ໂທລະສັບມືຖື 5-G ໃນ ສປປ ລາວ.
ສູນບໍລິການລູກຄ້າ ໂທລະສັບມືຖື 5-G ໃນ ສປປ ລາວ.

ຂະນະທີ່ພະຍາດໂຄວິດ-19 ຍັງລະບາດຢ່າງໜັກຢູ່ ລາວກໍໄດ້ເລີ້ມເປີດໃຫ້ ການນໍາໃຊ້
ເຄືອຂ່າຍໂທລະສັບມືຖືລະບົບ 5G ຂອງບໍລິສັດຫົວເວີຍຂອງຈີນ ຢູ່ໃນບາງພື້ນທີ່ ຂອງນະຄອນຫລວງວຽງຈັນ ຫລັງຈາກລັດຖະບານລາວ ໄດ້ເປີດໃຫ້ນໍາໃຊ້ຢ່າງເປັນທາງການ
ໃນເດືອນສິງຫາທີ່ຜ່ານມາ ພາຍຫຼັງ ມີການທົດລອງນໍາໃຊ້ມາເປັນ ເວລາໄດ້ເກືອບຮອດ
ປີນຶ່ງແລ້ວ. ລາຍລະອຽດຄືແນວໃດນັ້ນ ກິ່ງສະຫວັນ ມີລາຍງານຈາກນັກຂ່າວຂອງພວກ
ເຮົາ ເຊີນທ່ານໄປຮັບຟັງໄດ້ ໃນອັນດັບຕໍ່ໄປ.

ເຊີນຊົມ ວີດີໂອ ຈາກ ສປປ ລາວ
please wait

No media source currently available

0:00 0:00:51 0:00
ລິງໂດຍກົງ

ຂະນະທີ່ການລະບາດຂອງພະຍາດໂຄວິດ-19 ກໍາລັງຄຸກຄາມໄປ ເກືອບທົ່ວທຸກມຸມໂລກ
ມາໄດ້ເວລາເກືອບຮອດ 1 ປີມາແລ້ວນີ້ ສປປ ລາວ ເຖິງຈະເປັນປະ ເທດທີ່ມີເສດຖະກິດ
ນ້ອຍ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ຈາກການລະບາດ ພະຍາດດັ່ງກ່າວກໍຕາມ ແຕ່
ກໍໄດ້ເດີນໜ້າຕໍ່ໄປ ໃນການນໍາໃຊ້ເຄືອຂ່າຍ ໂທລະ ສັບມືຖືລະບົບ 5G ຂອງບໍລິສັດຫົວ
ເວີຍ, ຊຶ່ງເປັນບໍລິສັດຍັກໃຫຍ່ທາງເທັກໂນໂລຈີຂອງຈີນ ພາຍຫລັງທີ່ລັດຖະບານລາວ
ໄດ້ເປີດໃຫ້ທົດລອງນໍາໃຊ້ໃນເດືອນຕຸລາປີກາຍນີ້ ແລະກໍປະກາດໃຫ້ໃຊ້ ຢ່າງເປັນທາງ
ການ ໃນວັນທີ 31 ສິງຫາຜ່ານມາ. ພື້ນທີ່ບໍລິການເບື້ອງຕົ້ນ ແມ່ນເປີດໃຫ້ໃຊ້ຢູ່ໃນພື້ນທີ່
ບາງຈຸດ ຂອງນະ ຄອນຫລວງວຽງຈັນບ່ອນທີ່ມີຊຸມຊົນຢູ່ຢ່າງແໜ້ນໜາກ່ອນແລ້ວຈຶ່ງຈະ
ຂະຫຍາຍອອກໄປແຫ່ງອື່ນໆ ດັ່ງການເປີດເຜີຍຂອງພະນັກງານທ່ານນຶ່ງຂອງບໍລິສັດ
ລາວໂທລະຄົມ LTC ທີ່ເປັນບໍລິສັດຕິດຕັ້ງອຸປະກອນ ສໍາລັບເຄືອຂ່າຍລະບົບ 5G ໃນ
ເຂດນະຄອນຫລວງວຽງຈັນສູ່ຟັງດັ່ງນີ້: ​

“5G ໜີ້ ຕິດຕັ້ງ ມີແຕ່ຕິດຕັ້ງເບດຂອງບໍລິສັດ ມີແຕ່ເຂດໃນນະຄອນຫຼວງເນາະ ລາວໂທ
ລະຄົມຕິດຕັ້ງນີ້ ກະມີຢູ່ດົງໂດກ ກັບຢູ່ເຊັນເຕີພອຍ, ຢູ່ສີຫອມຫັ້ນທີ່ວ່າໃຫ້ໃຊ້. ເປີດໃຊ້
ແລ້ວ ຢູ່ເຂດ ມຊ ຖືວ່າໃຊ້ໄດ້ ແລະຢູ່ເຂດເຊັນເຕີພອຍ, ເວົ້າແລ້ວ ກໍມີ 5 ຈຸດ.”

ການລະບາດຂອງພະຍາດໂຄວິດ-19 ທີ່ເຮັດໃຫ້ຜູ້ຄົນບໍ່ສມາດເດີນທາງໄດ້ ຫລືບໍ່ສະ
ດວກປອດໄພ ທີ່ຈະໄປຮ່ວມກອງປະຊຸດທີ່ຈັດໃຫ້ຄົນໄປເຕົ້າໂຮມກັນຢູ່ສະ ຖານທີ່ດຽວ
ກັນ. ການທີ່ເປີດໃຫ້ໃຊ້ມີເຄືອຂ່າຍໂທລະສັບມືຖືລະບົບ 5G ຢູ່ໃນລາວ ໃນຕອນນີ້ກໍ
ປາກົດວ່າທັນກັບສະພາບທີ່ມີຄວາມຕ້ອງການ ໃນການຕິດຕໍ່ສື່ສານແລະສົນທະນາທາງ
ອອນລາຍເພີ້ມຂຶ້ນ ໂດຍສະເພາະມັນຊ່ວຍໃຫ້ໜ່ວຍງານລັດຖະບານທີ່ມີການພົວພັນກັບ
ສາກົນສາມາດເຂົ້າຮ່ວມກອງປະຊຸມລະດັບພາກພື້ນ ແລະສາກົນຕ່າງໆທີ່ແມ່ນຈັດຂຶ້ນ
ທາງອອນລາຍນັ້ນ ໄດ້ສະດວກຂຶ້ນ. ດັ່ງຢູ່ໃນການສໍາພາດພະນັກງານ ຂອງບໍລິສັດລາວ
ໂທລະຄົມ ທ່ານນັ້ນ ກໍບອກວ່າ ໄດ້ມີການນໍາໃຊ້ລະບົບ 5G ນີ້ ໃນເວລາມີກອງປະຊຸມ
ໃຫຍ່ຕ່າງໆຂອງລັດຖະບານ ເຊັ່ນກອງປະຊຸມກ່ຽວກັບເທັກໂນໂລຈີດ້ານຂໍ້ມູນແລະການ
ສື່ສານ ຫລື ICT ຊຶ່ງເປັນກອງປະຊຸມລະດັບລັດຖະມົນຕີ ຂອງບັນດາປະເທດໃນກຸ່ມອາ
ຊຽນ ຫລື TELMIN ຊຶ່ງຫຍໍ້ມາຈາກ ASEAN Telecommunications Ministers
Meeting ທີ່ຈັດຂຶ້ນໃນວັນທີ 15 ຕຸລາຜ່ານມານີ້.

ພ້ອມກັນນັ້ນພະນັກງານຂັ້ນສູງຂອງກົມເທັກໂນໂລຈີການສື່ສານຂໍ້ມູນຂ່າວສານ ຂອງ
ກະຊວງໄປສະນີ ແລະໂທລະຄົມມະນາຄົມອະທິບາຍວ່າທາງລັດຖະບານ ຫລືອົງການ
ມະຫາພາກເປັນຜູ້ຄຸ້ມຄອງ ໃນຂະນະທີ່ບໍລິສັດເປັນຜູ້ສະໜອງການ ບໍລິການລະບົບ 5G
ນີ້ ຊຶ່ງທ່ານກ່າວວ່າ:

“ໂຕນີ້ຈຸລະພາກເປັນຜູ້ດໍາເນີນການຫັ້ນໜາ ເພາະວ່າດຽວນີ້ ປະເທດອື່ນເຂົາກະໄປ 5G
ແລ້ວ ເຮົາກະເຮັດນໍາເຂົາຫັ້ນແຫລະ. ກະພວກລາວໂທລະຄົມຫັ້ນເຮັດ 5G ອອກມາໃຫ້
ບໍລິການສັງຄົມ. ພວກຫົວເຫວີຍກະສັບພອດເລື້ອງລະບົບເທັກໂນໂລຈີ, ເບື້ອງລັດກະເປັນ
ຜູ້ຄຸ້ມຄອງ, ມະຫາພາກ ກະຄວບຄຸມ ເລື້ອງນະໂຍ ບາຍ ນິຕິກໍາ ແລະຕິດຕາມຜົນງານ,
ສ່ວນຈຸລະພາກ ກາເຮັດບໍລິການ.”

ເມື່ອຖາມເຖິງຜົນປະໂຫຍດວ່າລະບົບ 5G ນີ້ ແຕກຕ່າງຈາກລະບົບ 4G ທີ່ໃຊ້ຢູ່ ໃນປັດຈຸ
ບັນນີ້ຄືແນວໃດ ພະນັກງານຂັ້ນສູງທ່ານນີ້ຕອບວ່າ:

“ໂອຍມັນກະໄວຂຶ້ນກວ່າກັນຫລາຍຫັ້ນແລ້ວສັນຍານອິນເຕີເນັດ. ຕາມເຂົາເຮັດລາຍ
ການອອກມາໂຄສະນາຂາຍຫັ້ນ ສິບພັນກີບເຈົ້າຊື້ໃນແພກເກັດໂຕໃດ ຕາມແຕ່ບໍລິສັດ
ແຈ້ງອອກມາ. ຄືສິບ10.000 ກີບໃຊ້ໄດ້ 10 ມື້ ບໍ ຫລື 7 ມື້ຫັ້ນເດ. ມັນກະມີຫລາຍລາຍ
ການ ຕາມເຂົາແຈ້ງມາຫັ້ນນະ. ສ່ວນສັນຍານຂອງບໍລິສັດລາວໂທລະຄົມ ມັນກະທົ່ວ
ປະເທດແລ້ວເດ. ນອກຈາກ 5G ລະກາຍັງມີ 4.5 G ອີກ ທີ່ບໍລິສັດລາວໂທລະຄົມ ກັບ
ETL ສະໜອງບໍລິການ”

ແຕ່ຢ່າງໃດກໍຕາມ ການທີ່ຈະສາມາດໃຊ້ເຄືອຂ່າຍລະບົບ 5G ໄດ້ຈະຕ້ອງມີ ໂທລະສັບ
ມືຖືທີ່ທັນສະໄໝຈຶ່ງສາມາດຮອງຮັບລະບົບນີ້ໄດ້. ພ້ອມກັນນັ້ນ ນອກ ຈາກຄ່າໃຊ້ຈ່າຍ
ໃນການໃຊ້ລະບົບທີ່ວ່ານີ້ ສູງກວ່າລະບົບ 4G ທີ່ໃຊ້ກັນທົ່ວໄປນັ້ນ ຫລາຍແລ້ວ ສັນຍານ
ຂອງລະບົບດັ່ງກ່າວກໍກວາມເອົາພື້ນທີ່ກວ້າງ ສະນັ້ນ ມັນຍັງມີຂໍ້ຈໍາກັດຫລາຍຢູ່ ດັ່ງທີ່
ພະນັກງານລາວໂທລະຄົມ ທ່ານນີ້ບອກວ່າ:

“ນ້ອງຍັງບໍ່ໄດ້ໃຊ້ ມັນເປັນຈຸດໃນເມືອງ ມັນເປັນຈຸດຊຸມຊົນ ບ່ອນໄວລຸ້ນຫັ້ນນະ ຢູ່ດົງ
ໂດກພວກນ້ອງກະບໍ່ໄດ້ໃຊ້ ມັນບໍ່ສັບຟອດໃຫ້ ນ້ອງຍັງບໍ່ໄດ້ໃຊ້ ມັນເປັນຈຸດໃນເມືອງແດ່
ມັນເປັນຈຸດຊຸມຊົນ ບ່ອນໄວລຸ້ນຫັ້ນນະ ຢູ່ດົງໂດກພວກນ້ອງກະຍັງບໍ່ທັນໄດ້ໃຊ້ ມັນບໍ່ສັບ
ຟອດໃຫ້. ຫາກມັນໄປກາບໍ່ໄກ ຄັນຊິລົງທຶນມັນກະຊິບໍ່ຄຸ້ມຄ່າດອກ.”

ສະຫລຸບແລ້ວ ສປປ ລາວ ເຖິງຈະເປັນປະເທດທີ່ມີເສດຖະກິດນ້ອຍ ແລະໄດ້ຮັບຜົນກະ
ທົບຢ່າງໜັກຈາກການລະບາດຂອງພະຍາດໂຄວິດ-19 ກໍຕາມ ແຕ່ກໍ ເດີນໜ້າກ້າວໄປ
ເປີດການນໍາໃຊ້ເຄືອຂ່າຍໂທລະສັບມືຖື ລະບົບ 5G ຊຶ່ງເປັນ ລະບົບທີ່ໄວທີ່ສຸດຂອງໂລກ
ພາຍຫຼັງໄດ້ມີການທົດລອງນໍາໃຊ້ມາໄດ້ເກືອບຮອດ 1 ປີ. ການເປີດນໍາໃຊ້ລະບົບດັ່ງກ່າວ
ປາກົດວ່າເຮັດໃຫ້ລັດຖະບານລາວ ສາ ມາດນໍາໃຊ້ໃນການສື່ສານທາງອອນລາຍໄດ້ສະ
ດວກຂຶ້ນ ໃນຍຸກລະບາດຂອງໂຄວິດ-19 ຢູ່ນີ້ ແຕ່ກໍຍັງມີຂໍ້ຈໍາກັດຫລາຍດ້ານ ເປັນຕົ້ນ
ແມ່ນການຮັບສັນຍານ ຍັງບໍ່ກວາມເອົາເນື້ອທີ່ ອັນກວ້າງຂວາງເທື່ອ.

XS
SM
MD
LG