ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການກ່າວຫາ ເພີ້ມຂຶ້ນ ກ່ຽວກັບ ການລວນລາມທາງເພດ ຕໍ່ກຳລັງ ​ສປຊ​


ກອງ​ກຳລັງຮັກສາສັນຕິພາບ​ ສະຫະປະຊາ​ຊາດ ລາດຕະເວນ ຢູ່ນະຄອນ Monrovia ປະທດ Liberia.
ກອງ​ກຳລັງຮັກສາສັນຕິພາບ​ ສະຫະປະຊາ​ຊາດ ລາດຕະເວນ ຢູ່ນະຄອນ Monrovia ປະທດ Liberia.

ການ​ກ່າວ​ຫາກ່ຽວ​ກັບ​ການ​ລວນ​ລາມທາງ​ເພດ ​ໂດຍ​ກອງ​ກຳລັງ
ສັນຕິພາບ​ສະ ຫະປະຊາ​ຊາດ ແລະ​ບັນດາ​ພະນັກງານ ​ໄດ້​ເພີ້​ມ
ຂື້ນ​ໃນ​ປີ 2015 ​ເຖິງ​ແມ່ນ​ວ່າ ທາງ​ອົງການ​ດັ່ງກ່າວ ​ໄດ້​ມີ​ນະ​ໂຍ
ບາຍ​ “ການລົງ​ໂທດ​ຢ່າງ​ໜັກ ​ແບ​ບບໍ່​ມີ​ການ​ຍົກ​ເວັ້ນ” ຕໍ່​ພວກ​ທີ່​
ໄດ້​ກະທຳ​ຜິດ​ກໍ​ຕາມ.

ອີງ​ຕາມ​ລາຍ​ງານ​ສະບັບໃໝ່​ ຂອງເລຂາ​ທິການໃຫຍ່ ສະຫະ​ປະ
ຊາ​ຊາດ ທ່ານ Ban Ki-moon ​ທີ່ໄດ້ນຳ​ອອກ​ເຜີຍ​ແຜ່​ ເມື່ອ​ວັນ
​ສຸກ​ວານ​ນີ້​ແລ້ວແມ່ນ​ວ່າມີ 99 ກໍລະ​ນີຂອງ​ການ​ກ່າວ​ຫາ​ດັ່ງກ່າວ
​ໃນ​ປີ​ກາຍ​ນີ້ ປຽບທຽບ​ໃສ່ 80 ກໍລະນີ ​ໃນປີ 2014.

ກຳລັງຮັກສາສັນຕິພາບ ​ສະຫະປະຊາ​ຊາດ ຮ່ວມພິທີ ທີ່ນະຄອນຫຼວງ Bangui ສາທາລະນະລັດອາຟຣິກາກາງ.
ກຳລັງຮັກສາສັນຕິພາບ ​ສະຫະປະຊາ​ຊາດ ຮ່ວມພິທີ ທີ່ນະຄອນຫຼວງ Bangui ສາທາລະນະລັດອາຟຣິກາກາງ.

ສ່ວນໃຫຍ່ ຄື 69 ກໍລະນີ ແມ່ນ​ມີ​ຕໍ່ທະຫານ ​ແລະ​ຕຳຫລວດ ຢູ່​ໃນ​ເກົ້າ​ປະ​ເທດ ທີ່​ສະຫະ​ປະຊາ​ຊາດ​ ຍັງ​ມີ​ກຳລັງ​ຮັກສາ​ສັນຕິພາບປະຕິບັດ​ງານໃນ​ປັດຈຸບັນແລະ​ ໜຶ່ງປະ​ເທດ ທີ່​ການ​ປະຕິບັດ​ງານໄດ້ປິດ​ລົງ​ແລ້ວ. ມີ​ຢູ່ 30 ກໍລະນີໃນການກ່າວ ຫາ​ກ່ຽວ​ກັບການ​ສວຍ​ໃຊ້​ຫຼືລວນ​ລາມທາງ​ເພດ ຕໍ່​ບັນດາ​ພະນັກງານ ​ອົງການສະ ຫະ​ປະຊາ​ຊາດ.

ກຳລັງຮັກສາສັນຕິພາບ ​ສະຫະປະຊາ​ຊາດ ທີ່ສູນອົບພະຍົບ ປະເທດຊູດານໃຕ້
ກຳລັງຮັກສາສັນຕິພາບ ​ສະຫະປະຊາ​ຊາດ ທີ່ສູນອົບພະຍົບ ປະເທດຊູດານໃຕ້

ທ່ານ Atul Khare ຮອງ​ເລຂາທິການ​ໃຫຍ່ ​ໃນ​ການ​ສະໜັບສະໜຸນ​ພາກສະໜາມຂອງ​ສະ
ຫະ​ປະຊາ​ຊາດ ກ່າວ​ຢູ່ກອງ​ປະຊຸມ​ ​ໃນ​ວັນ​ສຸກ​ວານ​ນີ້​ວ່າ “ຜູ້ໃດ​ກໍ​ຕາມທີ່​ຮັບ​ໃຊ້​ພາຍໃຕ້​ທຸງ
​ຂອງສະຫະ​ປະຊາ​ຊາດ ທີ່ສວຍ​ໃຊ້​ພວກ​ທີ່​ຕົກ​ຢູ່​ໃນ​ອັນຕະລາຍ​ນັ້ນ​ ເປັນສິ່ງ​ທີ່​ໜ້າ​ລັງກຽດ​
ແທ້ໆ ພວກ​ເຮົາ​ຈະ​ບໍ່​ແລະ​ບໍ່​ເຫັນ​ພ້ອມນຳ​ເດັດຂາດ ຕໍ່​ການ​ທີ່ຜູ້ປົກປ້ອງ​ຄຸ້ມ​ຄອງກາຍ​ເປັນ ຜູ້​ປຸ້ນ​ສະດົມ.” ທ່ານ​ກ່າວ​ວ່າ ສະຫະ​ປະຊາ​ຊາດ ​ຈະ​ປະຕິ​ບັດງານ​ ເພື່ອ​ໃຫ້​ເປັນ​ທີ່​ແນ່ນ​ອນ ວ່າມາດຕະ​ການ​ປ້ອງ​ກັນທີ່​ແຂງ​ແຮງແລະ​ບ່ອນ​ທີ່​ເກີດ​ອຸບັດ​ເຫດ​ທີ່ເກີດ​ຂື້ນບັນດາ​ຜູ້​ເຄາະ​
ຮ້າ​ຍ ​ໄດ້ຮັບ​ການ​ສະໜັບສະ​ໜູນ ແລະ​ການ​ກ່າວ​ຫາ​ ຈະ​ໄດ້​ຮັບ​ການສືບ​ສວນ ​ຢ່າງ​ເຕັມທີ່
​ເພື່ອ​ນຳເອົາ​ຜູ້​ກະທຳ​ຜິດ​ມາ​ລົງ​ໂທດ.

ກຳລັງຮັກສາສັນຕິພາບ ​ສະຫະປະຊາ​ຊາດ ທີ່ນະຄອນຫຼວງ Abidjan ປະເທດ Ivory Coast.
ກຳລັງຮັກສາສັນຕິພາບ ​ສະຫະປະຊາ​ຊາດ ທີ່ນະຄອນຫຼວງ Abidjan ປະເທດ Ivory Coast.

ສະຫະ​ປະຊາ​ຊາດ ​ໄດ້​ສັ່ງ​ໃຫ້​ຫາ​ທາງ​ປົວ​ແປງ ​ຕໍ່​ບັນດາ​ຜູ້​ເຄາະ​ຮ້າຍ ຮວມທັງການ ຈ່າຍ​ເງິນຊົດ​ເຊີຍ ​ແລະ​ຈັດຕັ້ງກົນ​ໄກ ​ເພື່ອ​ໃຫ້ການ​ຊ່ວຍ​ເຫລືອ ແລະຊຸກຍູ້​ ໃຫ້ບັນດາ​ຜູ້​ເຄາະ​ຮ້າຍ ລາຍ​ງານ​ການ​ກະທຳ​ຜິດ​ຕ່າງໆ.

UN Sex Abuse
please wait
Embed

No media source currently available

0:00 0:00:50 0:00

XS
SM
MD
LG