ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອາກາດ ຮ້າຍແຮງ ປັ່ນປ່ວນທົ່ວ ອາເມຣິກາ


ລົດສຸກເສີນ ຂັບຜ່ານຄຸ້ມບ້ານແຫ່ງໜຶ່ງໃນເມືອງ Rowlett, ລັດ Texas, ຕອນເຊົ້າຂອງມື້ໜຶ່ງຫຼັງຈາກຖືກພັດໂດຍພາຍຸທໍເນໂດ. 27 ທັນວາ, 2015,
ລົດສຸກເສີນ ຂັບຜ່ານຄຸ້ມບ້ານແຫ່ງໜຶ່ງໃນເມືອງ Rowlett, ລັດ Texas, ຕອນເຊົ້າຂອງມື້ໜຶ່ງຫຼັງຈາກຖືກພັດໂດຍພາຍຸທໍເນໂດ. 27 ທັນວາ, 2015,

ສະພາບອາກາດທີ່ຮຸນແຮງໃນທ້າຍສັບປະດາໄດ້ພັດທະລົ່ມບໍລິ ເວນກວ້າງໃຫຍ່ ໃນພາກໃຕ້ ແລະ ພາກກາງຂອງ ສະຫະລັດ, ເຮັດ ໃຫ້ມີຄົນເສຍຊີວິດຢ່າງໜ້ອຍ 43 ຄົນ.

ພາຍຸທໍເນໂດຫຼືລົວຫົວກຸດໄດ້ເອົາຊິວິດຜູ້ຄົນໄປຢ່າງໜ້ອຍ 11 ຄົນ ໃນລັດ Texas ໃນຂະນະທີ່ພື້ນທີ່ອື່ນໆຂອງປະເທດກໍຕຽມພ້ອມ ຮັບມືກັບຄວາມເປັນໄປໄດ້ຂອງພາຍຸລະດູໜາວ ແລະ ນ້ຳຖ້ວມສຸກ ເສີນ.

ພາຍຸທໍເນໂດລູກໜຶ່ງຈາກຈຳນວນຫຼາຍໆລູກ ທີ່ໄດ້ພັດຜ່ານທາງໃນ ແລະ ໃກ້ກັບເມືອງ Dallas ໃນຕອນແລງຂອງວັນເສົາທີ່ຜ່ານມາມີລົມພັດແຮງໄວກວ່າ 320 ກິໂລແມັດຕໍ່ຊົ່ວໂມງ, ເຮັດໃຫ້ມີຢ່າງໜ້ອຍ 8 ຄົນເສຍຊີວິດ. ອີກ 3 ຄົນໄດ້ເສຍຊີວິດໃນບໍລິ ເວນໃກ້ຄຽງ, ໃນຂະນະທີ່ອາຄານທີ່ພັກຂອງຊາວບ້ານ ໃນເຂດນອກເມືອງທາງພາກເໜືອໄດ້ ຖືກທຳລາຍ ແລະ ລົດຫຼາຍຄັນໄດ້ຖືກພັດຂຶ້ນເທິງສະພານລອຍຂອງຖະໜົນຫຼວງ.

ປະຊາຊົນພາກັນແລ່ນໃນຂະນະທີ່ພາຍຸກຳລັງພັດຢ່າງແຮງ ໃນຕົວເມືອງ Dallas. 26 ທັນວາ 2015.
ປະຊາຊົນພາກັນແລ່ນໃນຂະນະທີ່ພາຍຸກຳລັງພັດຢ່າງແຮງ ໃນຕົວເມືອງ Dallas. 26 ທັນວາ 2015.

ບັນດາເຈົ້າໜ້າທີ່ກ່າວວ່າປະຊາຊົນຄົນອື່ນໆອີກຫຼາຍຄົນ ແມ່ນໄດ້ຮັບບາດເຈັບ ຢູ່ໃນພາກພື້ນ ດັ່ງກ່າວ, ພຽງໜຶ່ງມື້ຫຼັງຈາກພາຍຸທໍເນໂດໄດ້ຂ້າຄົນຢ່າງໜ້ອຍ 19 ຄົນໃນພາກຕາເວັນຕົກສຽງ ໃຕ້ຂອງປະເທດ.

ໃນຂະນະທີ່ປະຕິບັດການຟື້ນຟູພື້ນທີ່ໄດ້ຂະຫຍາຍອອກໄປໃນວັນອາທິດວານນີ້, ບັນດານັກ ພະຍາກອນອາກາດ ໄດ້ປະກາດຄຳແນະນຳເຖິງສະພາບອາກາດຮ້າຍແຮງ ສຳລັບພື້ນທີ່ສ່ວນ ໃຫຍ່ຂອງພາກໃຕ້ ແລະ ພາກກາງຂອງ ສະຫະລັດ, ລວມທັງຄຳເຕືອນກ່ຽວກັບພາຍຸຫິມະສຳ ລັບພາກສ່ວນຂອງລັດ New Mexico, ພາກເໜືອລັດ Texas, Oklahoma ແລະ Kansas.

ເຈົ້າຄອງລັດ New Mexico ທ່ານນາງ Susana Martinez ໄດ້ປະກາດໃຫ້ພື້ນທີ່ທັງໝົດ ຂອງລັດຢູ່ໃຕ້ພາວະສຸກເສີນ, ໃນຂະນະທີ່ປະຊາຊົນໄດ້ຕຽມພ້ອມຮັບມືກັບຫິມະຕົກໜັກເຖິງ 60 ຊັງຕີແມັດ.

ພ້ອມກັນນັ້ນ, ການເຕືອນໄພກ່ຽວກັບນ້ຳຖ້ວມສຸກເສີນໄດ້ຂະຫຍາຍຈາກລັດ Texas ແລະ New Mexico ໄປຫາລັດ Indiana ຢູ່ພາກເໜືອກາງ. ໄພນ້ຳຖ້ວມໄດ້ເຮັດໃຫ້ປະຊາຊົນເສຍ ຊີວິດ 13 ຄົນໃນລັດ Missouri ແລະ Illinois ທີ່ຢູ່ໃກ້ຄຽງ.

XS
SM
MD
LG