ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ບັນຊາການ ລະດັບສູງຂອງກຸ່ມ ຮາມາສ ຫຼາຍຄົນຖືກຂ້າຕາຍ ໃນການໂຈມຕີທາງອາກາດ ຂອງ ອິສຣາແອລ


ປະຊາຊົນສຳຫຼວດເບິ່ງຊາກຫັກພັກຂອງຕຶກທີ່ຢູ່ອາໄສທີ່ຖືກທຳລາຍໂດຍການໂຈມຕີທາງອາກາດຂອງ ອິສຣາແອລ. 12 ພຶດສະພາ, 2021.
ປະຊາຊົນສຳຫຼວດເບິ່ງຊາກຫັກພັກຂອງຕຶກທີ່ຢູ່ອາໄສທີ່ຖືກທຳລາຍໂດຍການໂຈມຕີທາງອາກາດຂອງ ອິສຣາແອລ. 12 ພຶດສະພາ, 2021.

ຜູ້ບັນຊາການຫຼາຍຄົນຂອງກຸ່ມຫົວຮຸນແຮງ ຮາມາສ ໄດ້ຖືກຂ້າຕາຍໃນການໂຈມຕີທາງອາກາດຂອງ ອິສຣາແອລ ໃນເຂດ ກາຊາ, ກຸ່ມ ຮາມາສ ແລະ ອິສຣາແອລ ໄດ້ປະກາດໃນວັນພຸດວານນີ້, ໃນຂະນະທີ່ການປະທະກັນລະຫວ່າງທັງສອງຝ່າຍໄດ້ຮຸນແຮງຂຶ້ນ.

ກຸ່ມ ຮາມາສ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ ຜູ້ນຳຂອງໜ່ວຍປະຕິບັດການທະຫານຂອງພວກເຂົາໃນເມືອງ ບາສເຊັມ ອິສຊາ ຂອງເຂດ ກາຊາ ແລະ ເຈົ້າໜ້າທີ່ທະຫານອາວຸໂສຄົນອື່ນໆໄດ້ຖືກຂ້າຕາຍໃນການໂຈມຕີ.

ອົງການຮັກສາຄວາມປອດໄພພາຍໃນ ອິສຣາແອລ ໄດ້ກ່າວໃນວັນພຸດວານນີ້ວ່າ ຜູ້ບັນຊາການທະ ຫານລະດັບສູງໃນເມືອງ ອິສຊາ ແລະ ໃນກຸ່ມ ຮາມາສ, ລວມທັງຫົວໜ້າດ້ານວິຊະວະກອນຂອງກຸ່ມ ແລະ ຫົວໜ້າດ້ານສົງຄາມທາງໄຊເບີ ແລະ ການພັດທະນາຈະຫຼວດ ໄດ້ຖືກຂ້າຕາຍ. ລວມແລ້ວ, ລັດຖະບານ ອິສຣາແອລ ໄດ້ກ່າວວ່າເຂົາເຈົ້າໄດ້ຂ້າສະມາຊິກ 16 ຄົນ ຂອງທະຫານຕິດ ອາວຸດ ຮາມາສ ໃນການໂຈມຕີຫຼາຍຄັ້ງ.

ການສັງຫານດັ່ງກ່າວໄດ້ມີຂຶ້ນຫຼັງຈາກ ອິສຣາແອລ ໄດ້ເປີດການໂຈມຕີທາງອາກາດຮອບໃໝ່ໃນເຂດ ກາຊາ ໃນຕອນເຊົ້າວັນພຸດວານນີ້, ທີ່ແນເປົ້າໃສ່ຕຳຫຼວດ ແລະ ສະຖານທີ່ຮັກສາຄວາມປອດໄພຕ່າງໆ. ຕຶກທີ່ຢູ່ອາໄສຫຼາຍຊັ້ນ ແລະ ຫ້ອງການແມ່ນໄດ້ຮັບຄວາມເສຍຫາຍຢ່າງຮຸນແຮງ. ແຕ່ບໍ່ມີໃຜຢູ່ໃນຕຶກໃນເວລານັ້ນ.

ການປະທະກັນຕ່າງໆລະຫວ່າງ ຊາວປາແລັສໄຕນ ແລະ ອິສຣາແອລ ໃນເຂດ ກາຊາ ແລະ ເຈຣູຊາແລັມ ໄດ້ຮຸນແຮງຂຶ້ນນັບຕັ້ງແຕ່ວັນຈັນເປັນຕົ້ນມາ.

ການໂຈມຕີທາງອາກາດຕ່າງໆ, ເຊິ່ງກອງກຳລັງທະຫານ ອິສຣາແອລ ໄດ້ກ່າວວ່າແນເປົ້າໃສ່ສະ ຖານທີ່ຍິງຈະຫຼວດຂອງພວກຫົວຮຸນແຮງ, ຫ້ອງການສືບລັບ ແລະ ບ້ານເຮືອນຂອງພວກຜູ້ນຳກຸ່ມ ຮາມາສ ນັ້ນ, ໄດ້ສັງຫານຊາວ ປາແລັສ ໄຕນ໌ 65 ຄົນ, ລວມທັງເດັກນ້ອຍ 16 ຄົນ ແລະ ແມ່ຍິງ 5 ຄົນ, ອີງຕາມກະຊວງສາທາລະນະສຸກ. ຢ່າງໜ້ອຍ 365 ຄົນໄດ້ຮັບບາດເຈັບ.

ໃນຂະນະດຽວກັນ, ຊາວ ອິສຣາແອລ 6 ຄົນໄດ້ເສຍຊີວິດໃນການໂຈມຕີດ້ວຍຈະຫຼວດຂອງກຸ່ມ ຮາມາສ ເມື່ອວັນອັງຄານທີ່ຜ່ານມາ ແລະ ຕອນເຊົ້າຂອງວັນພຸດວານນີ້, ລວມມີສອງຄົນຈາກເມືອງ ແອສເກລອນ, ອີງຕາມບັນດາເຈົ້າໜ້າທີ່ສາທາລະນະສຸກ. ກຸ່ມ ຮາມາສ ໄດ້ຍິງຈະຫຼວດ ຫຼາຍຮ້ອຍລູກເຂົາເຈົ້າໃສ່ນະຄອນຫຼວງ ແທລ ອາວີຟ ຂອງ ອິສຣາແອລ ແລະ ເຂດຊານເມືອງ ນັບຕັ້ງ ແຕ່ວັນຈັນເປັນຕົ້ນມາ, ລວມທັງການໂຈມຕີດ້ວຍລູກສອນໄຟ 130 ລູກໃນຕອນຄໍ່າຂອງວັນອັງ ຄານທີ່ຜ່ານມາໃນການຕອບໂຕ້ຕໍ່ການທຳລາຍຕຶກສູງຫຼາຍຊັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG