ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກແມ່ຍິງ ໂຣຮິງຢາ ເລົ່າເຖິງ ການຖືກ ຂົ່ມຂືນ ຢ່າງ 'ກວ້າງຂວາງ' ແລະ 'ມີແບບແຜນ'


ພວກແມ່ຍິງ ໂຣຮິງຢາ ມຸສລິມພ້ອມດ້ວຍລູກເຕົ້າຂອງພວກ
ເຂົາເຈົ້າ ຜູ້ທີ່ໄດ້ຂ້າມໜີອອກມາຈາກມຽນມາ ເຂົ້າໄປໃນ
ປະເທດບັງກລາແດັສ, ຄອຍຖ້າການເດີນທາງມາເຖິງ ຂອງ ພະລາຊີນີ ຣາເນຍ ຂອງຈໍແດນ ຢູ່ທີ່ສູນອົບພະຍົບ ກູຕູປາລອງ ໃນປະເທດບັງກລາແດັສ, ວັນທີ 23 ຕຸລາ 2017.
ພວກແມ່ຍິງ ໂຣຮິງຢາ ມຸສລິມພ້ອມດ້ວຍລູກເຕົ້າຂອງພວກ ເຂົາເຈົ້າ ຜູ້ທີ່ໄດ້ຂ້າມໜີອອກມາຈາກມຽນມາ ເຂົ້າໄປໃນ ປະເທດບັງກລາແດັສ, ຄອຍຖ້າການເດີນທາງມາເຖິງ ຂອງ ພະລາຊີນີ ຣາເນຍ ຂອງຈໍແດນ ຢູ່ທີ່ສູນອົບພະຍົບ ກູຕູປາລອງ ໃນປະເທດບັງກລາແດັສ, ວັນທີ 23 ຕຸລາ 2017.

ການຂົ່ມຂືນ ພວກແມ່ຍິງຊາວໂຣຮິງຢາ ໂດຍກຳລັງຮັກສາຄວາມປອດໄພ ຂອງມຽນມາ
ໄດ້ເກີດຂຶ້ນ ຢ່າງ “ກວ້າງຂວາງ” ແລະ ຢ່າງ “ມີແບບແຜນ” ອີງຕາມລາຍງານ ໂດຍ
ອົງການຂ່າວ ເອພີ.

ອົງກ່ານຂ່າວນີ້ ກ່າວວ່າ “ເຫດການທີ່ເປັນຕາໜ່າຍແບບຄືໆກັນ” ໄດ້ກ່າວອອກມາ
ຈາກການສຳພາດຂອງພວກແມ່ຍິງ ແລະເດັກຍິງ ທີ່ມີອາຍຸ ຕັ້ງແຕ່ ລະຫວ່າງ 13 ຫາ
35 ປີ ຜູ້ທີ່ໄດ້ຫລົບໜີ ໄປປະເທດບັງກລາແດັສ ຈາກມຽນມາ.

ພວກທະຫານມຽນມາ ເດີນທາງໄປເຖິງ ທ່າເຮືອ ບູທີດວງ ຫລັງຈາກ ກອງທັບເພື່ອຄວາມຢູ່ລອດ ຂອງ ຊາວໂຣຮິງຢາ ອາຣັກຄານ (ARSA) ໂຈມຕີ ເມືອງ ບູທີດວງ, ຂອງ ມຽນມາ, ວັນທີ 29 ສິງຫາ 2017.
ພວກທະຫານມຽນມາ ເດີນທາງໄປເຖິງ ທ່າເຮືອ ບູທີດວງ ຫລັງຈາກ ກອງທັບເພື່ອຄວາມຢູ່ລອດ ຂອງ ຊາວໂຣຮິງຢາ ອາຣັກຄານ (ARSA) ໂຈມຕີ ເມືອງ ບູທີດວງ, ຂອງ ມຽນມາ, ວັນທີ 29 ສິງຫາ 2017.

ແມ່ຍິງແຕ່ລະຄົນ ໄດ້ກ່າວວ່າ ເຂົາໄດ້ຖືກຂົ່ມຂືນ ໂດຍກຸ່ມພວກຜູ້ຊາຍ.

ແມ່ຍິງໝົດທຸກຄົນ ຍົກເວັ້ນແຕ່ຜູ້ດຽວ ໄດ້ກ່າວວ່າ ຜູ້ຂົ່ມຂືນ ໄດ້ໃສ່ຊຸດແບບທະຫານ.
ຜູ້ຍິງຄົນນຶ່ງ ທີ່ກ່າວວ່າ ພວກຄົນຮ້າຍຂອງນາງ ໄດ້ໃສ່ເຄື່ອງທຳມະດາ ແລະ ຍັງໄດ້
ກ່າວອີກວ່າ ພວກເພື່ອນບ້ານຂອງນາງ ຈື່ໜ້າພວກຜູ້ຊາຍນັ້ນ ວ່າປະຈຳການຢູ່ທີ່
ປ້ອມຍາມ ໃນທ້ອງຖິ່ນ.

ພວກແມ່ຍິງຫຼາຍໆຄົນ ໄດ້ກ່າວວ່າ ເຄື່ອງແບບຂອງພວກຄົນຮ້າຍ ໄດ້ມີດາວ ຫຼື
ລູກສອນ ຕິດຢູ່ໃນນັ້ນ. ອົງການຂ່າວ ເອພີ ກ່າວວ່າ ພວກທ່ານໝໍ ແລະ ພວກພະ
ນັກງານຊ່ອຍເຫຼືອ ພາກັນ “ຕື່ນຕົກໃຈ” ເຖິງປະລິມານຂອງ ການຂົ່ມຂືນ ຫາກແຕ່
“ສົງໄສວ່າ ມີແມ່ຍິງພຽງເຄິ່ງດຽວ ອອກມາແຈ້ງ” ການ.

ແມ່ຍິງ ຊາວໂຣຮິງຢາ ມຸສລິມ, ຜູ້ທີ່ ຂ້າມໜີອອກຈາກມຽນມາ ເຂົ້າໄປໃນປະເທດບັງກລາແດັສ, ອຸ້ມລູກຊາຍ ອາຍຸ 10 ເດືອນ ຢູ່ໃນສະຖານທີ່ພັກຊົ່ວຄາວ ໃນສູນອົບພະຍົບ ຖຽນຄາລີ ຂອງບັງກລາແດັສ, ວັນເສົາ ທີ 21 ຕຸລາ 2017.
ແມ່ຍິງ ຊາວໂຣຮິງຢາ ມຸສລິມ, ຜູ້ທີ່ ຂ້າມໜີອອກຈາກມຽນມາ ເຂົ້າໄປໃນປະເທດບັງກລາແດັສ, ອຸ້ມລູກຊາຍ ອາຍຸ 10 ເດືອນ ຢູ່ໃນສະຖານທີ່ພັກຊົ່ວຄາວ ໃນສູນອົບພະຍົບ ຖຽນຄາລີ ຂອງບັງກລາແດັສ, ວັນເສົາ ທີ 21 ຕຸລາ 2017.

ອົງການທ່ານໝໍໄຮ້ພົມແດນ ໄດ້ບອກອົງການຂ່າວ ເອພີ ວ່າ ພວກເຂົາເຈົ້າໄດ້ຮັກສາ
ປິ່ນປົວ ຜູ້ລອດຊີວິດ ຈາກການທຳຮ້າຍທາງເພດ ຈຳນວນ 113 ຄົນ ນັບຕັ້ງແຕ່ເດືອນ
ສິງຫາ ເປັນຕົ້ນມາ ເຊິ່ງ ນຶ່ງໃນສາມຂອງພວກແມ່ຍິງດັ່ງກ່າວ ແມ່ນມີອາຍຸ ຕ່ຳກວ່າ 18
ປີ ແລະ ຜູ້ທີ່ມີອາຍຸຕ່ຳສຸດແມ່ນ 9 ປີ.

ທ່ານນາງ ຄຣິສໂຕລ ແວນ ລີອູເວນ ເຈົ້າໜ້າທີ່ຂອງ ອົງການທ່ານໝໍໄຮ້ພົມແດນ ກ່າວ
ວ່າ “ເລື່ອງລາວຕ່າງໆ ທີ່ພວກເຂົາເຈົ້າໄດ້ເລົ່າສູ່ພວກເຮົາຟັງ ແລະ ບໍ່ພຽງແຕ່
ພວກຜູ້ເຄາະຮ້າຍເອງ ແຕ່ວ່າ ພວກຄົນອື່ນໆ ກໍເລົ່າໃຫ້ພວກເຮົາຟັງ ກ່ຽວກັບ
ການເຫັນເຫດການ ຂອງການທຳຮ້າຍທາງເພດ ຢູ່ໃນມຽນມາ ເຊິ່ງໄດ້ເຮັດໃຫ້
ພວກເຮົາຮູ້ສຶກວ່າ ພວກເຮົາພຽງໄດ້ຮັບຮູ້ແຕ່ສ່ວນນ້ອຍໆຂອງພວກຜູ້ເຄາະຮ້າຍ
ເທົ່ານັ້ນ.”

Myanmar Bangladesh Rape
please wait

No media source currently available

0:00 0:03:36 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG