ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເຮືອຂ້າມຟາກຫຼົ້ມ ຢູ່ ອິນໂດເນເຊຍ ຍັງມີ ຜູ້ຫາຍສາບສູນ ເກືອບ 180 ຄົນ


ຖົງສົບຄົນຕາຍ ບັນຈຸສົບ ຜູ້ເຄາະຮ້າຍ ຂອງເຮືອຂ້າມຟາກຫຼົ້ມ ຢູ່ນອກເກາະ ສຸລາເວຊີ ເມື່ອວັນເສົາທີ່ຜ່ານມາ ນອນຢູ່ເທິງຫຼັງເຮືອກູ້ໄພ ໃນອ່າວ ໂບເນ, ອິນໂດເນເຊຍ. 24 ທັນວາ, 2015.
ຖົງສົບຄົນຕາຍ ບັນຈຸສົບ ຜູ້ເຄາະຮ້າຍ ຂອງເຮືອຂ້າມຟາກຫຼົ້ມ ຢູ່ນອກເກາະ ສຸລາເວຊີ ເມື່ອວັນເສົາທີ່ຜ່ານມາ ນອນຢູ່ເທິງຫຼັງເຮືອກູ້ໄພ ໃນອ່າວ ໂບເນ, ອິນໂດເນເຊຍ. 24 ທັນວາ, 2015.

ປະຊາຊົນຫຼາຍເຖິງ 180 ຄົນຍັງຫາຍສາບສູນຢູ່ ຫຼັງຈາກເຮືອຂ້າມຟາກໄດ້ຫຼົ້ມໃນທະ
ເລສາບທີ່ມີຊື່ສຽງໃນເກາະ ສຸມາດຕາ ຂອງ ອິນໂດເນເຊຍ ເມື່ອຕົ້ນສັບປະດານີ້.

ບັນດາເຈົ້າໜ້າທີ່ໄດ້ສົ່ງນັກດຳນໍ້າ ແລະ ເຮືອດຳນໍ້າບໍ່ມີຄົນຂັບ ໄປຊອກຫາເຮືອຂ້າມ
ຟາກທີ່ຫຼົ້ມນັ້ນໃນທະເລສາບ ໂຕບາ ກວ້າງ 1,145 ຕາລາງກິໂລແມັດ, ເຮືອດັ່ງກ່າວ
ໄດ້ບັນທຸກຜູ້ໂດຍສານເກີນກຳນົດ ແລະ ລົດຈັກຫຼາຍສິບຄັນໃນເວລາທີ່ມັນຫຼົ້ມໃນ
ຕອນແລງຂອງວັນຈັນທີ່ຜ່ານມາ. ທະເລສາບ ໂຕບາ, ເຊິ່ງມັນໄດ້ຖ້ວມປາກພູໄປຂະ
ໜາດໃຫຍ່ທີ່ໄດ້ປະທຸຂຶ້ນເມື່ອຫຼາຍພັນປີທີ່ຜ່ານມາ, ແມ່ນສະຖານທີ່ໆໄດ້ຮັບຄວາມນິ
ຍົມ ແລະ ເປັນສະຖານທີ່ໆສວຍງາມ ສຳລັບພວກນັກທ່ອງທ່ຽວ.

ຜູ້ໂດຍສານ 18 ຄົນໄດ້ຮັບການຊ່ວຍເຫຼືອໃນບໍ່ເທົ່າໃດຊົ່ວໂມງຫຼັງຈາກເກີດອຸບັດຕິ
ເຫດນັ້ນ, ແຕ່ຄວາມພະຍາຍາມກູ້ໄພຕໍ່ໄປ ແມ່ນໄດ້ຖືກຂັດ ຂວາງໂດຍລົມພັດແຮງ
ແລະ ນໍ້າຟອງ. ບັນດາເຈົ້າໜ້າທີ່ເຊື່ອວ່າ ຜູ້ເຄາະຮ້າຍຫຼາຍຄົນແມ່ນຍັງຢູ່ໃນເຮືອຂ້າມ
ຟາກນັ້ນ.

ສົບຜູ້ເສຍຊີວິດ 3 ຄົນແມ່ນໄດ້ຖືກກູ້ຂຶ້ນມາຈາກທະເລສາບ ໂຕບາ ນັບຕັ້ງແຕ່ເຮືອໄດ້
ຫຼົ້ມ.

ການຫຼົ້ມຂອງເຮືອຂ້າມຟາກ ແມ່ນໂສກນາດຕະກຳທີ່ຖືວ່າເປັນຂອງທຳມະດາຢູ່ໃນ
ປະເທດ ອິນໂດເນເຊຍ, ເຊິ່ງແມ່ນປະເທດທີ່ປະກອບດ້ວຍເກາະເຖິງ 17,000 ເກາະ
ໃນມະຫາສະໝຸດອິນເດຍ, ຍ້ອນການບັງຄັບໃຊ້ລະບຽບການຮັກສາຄວາມປອດໄພທີ່
ບໍ່ເຂັ້ມງວດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG