ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອະດີດປະທານາທິບໍດີ ຂອງ ສຫລ ຫຼາຍທ່ານ ເຂົ້າຮ່ວມໃນ ພິທີສົ່ງສະການ ທ່ານນາງ ບາບາຣາ ບຸສ


ອະດີດປະທານາທິບໍດີ ຈອກຈ໌ ດັບເບິລຢູ ບຸສ ແລະ ພໍ່ຂອງ
ເພິ່ນ ຄືອະດີດປະທານາທິບໍດີ ຈອກຈ໌ ເຮັຈ ດັບເບິລຢູ ບຸສ ແນມເບິ່ງຫີບສົບ ຂອງອະດີດສະຕີໝາຍເລກນຶ່ງ ທ່ານນາງ ບາບາຣາ ບຸສ ໃນຂະນະທີ່ເຄື່ອນຍ້າຍຂຶ້ນລົດບັນຈຸສົບ ຢູ່ທີ່ໂບດ St. Martin's Episcopal, ວັນທີ 21 ເມສາ 2018, ໃນນະຄອນ ຮິວສຕັນ ລັດເທັກຊັສ.
ອະດີດປະທານາທິບໍດີ ຈອກຈ໌ ດັບເບິລຢູ ບຸສ ແລະ ພໍ່ຂອງ ເພິ່ນ ຄືອະດີດປະທານາທິບໍດີ ຈອກຈ໌ ເຮັຈ ດັບເບິລຢູ ບຸສ ແນມເບິ່ງຫີບສົບ ຂອງອະດີດສະຕີໝາຍເລກນຶ່ງ ທ່ານນາງ ບາບາຣາ ບຸສ ໃນຂະນະທີ່ເຄື່ອນຍ້າຍຂຶ້ນລົດບັນຈຸສົບ ຢູ່ທີ່ໂບດ St. Martin's Episcopal, ວັນທີ 21 ເມສາ 2018, ໃນນະຄອນ ຮິວສຕັນ ລັດເທັກຊັສ.

ໃນວັນເສົາວານນີ້ ພາຍໃນບັນດາແຂກຜູ້ໄປໄວ້ອາໄລຫຼາຍຮ້ອຍຄົນ ທີ່ໄດ້
ໄປຄຳນັບເຄົາລົບສົບ ມື້ລາງອະດີດສະຕີໝາຍເລກນຶ່ງ ທ່ານນາງ ບາບາຣາ
ບຸສ ຜູ້ທີ່ໄດ້ເສຍຊີວິດ ໃນວັນອັງຄານຜ່ານມາ ໂດຍມີອາຍຸຄົບ 92 ປີ ນັ້ນ
ກໍມີອະດີດປະທານາທິບໍດີ ສະຫະລັດ ຈຳນວນນຶ່ງ.

ທ່ານນາງ ເປັນພັນລະຍາ ຂອງປະທານາທິບໍດີ ສະຫະລັດ ຄົນທີ 41 ຄື ທ່ານ
ໂຈຣຈ໌ ເຮັຈ ດັບເບິລຢູ ບຸສ ແລະ ທັງເປັນມານດາຂອງທ່ານ ໂຈຣຈ໌
ດັບເບິລຢູ ບຸສ ປະທານາທິບໍດີ ຄົນທີ 43 ດ້ວຍ.

ນອກຈາກ ສາມີຂອງທ່ານນາງ ແລະ ລູກຊາຍກົກແລ້ວ ກໍຍັງມີ ທ່ານບາຣັກ
ໂອບາມາ ແລະ ທ່ານ ບິລ ຄລິນຕັນ ໄດ້ເຂົ້າຮ່ວມໃນພິທີສົ່ງສະການ ຂອງ
ທ່ານນາງ ບຸສ ຢູ່ທີ່ ໂບດ St. Martin’s Episcopal ໃນນະຄອນ ຮິວສຕັນ
ຂອງລັດເທັກຊັສ ທາງພາກໃຕ້ ຂອງສະຫະລັດ.

ທ່ານນາງບຸສ ແລະສາມີຂອງທ່ານນາງ ໄດ້ເລີ່ມຕົ້ນ ເຂົ້າຮ່ວມໂບດດັ່ງກ່າວ
ຫຼັງຈາກທີ່ໄດ້ຍົກຍ້າຍໄປຢູ່ນະຄອນ ຮິວສຕັນ ໃນຊ່ວງປີ 1950.

ສ່ວນສະຕີໝາຍເລກນຶ່ງ ທ່ານນາງ ເມີລາເນຍ ທຣຳ ກໍໄດ້ໄປຮ່ວມໃນພິທີ
ສຳລັບແຂກທີ່ຖືກເຊື້ອເຊີນເທົ່ານັ້ນ ເຊັ່ນດຽວກັນກັບ ອະດີດສະຕີໝາຍ
ເລກນຶ່ງ ທ່ານນາງ ມິແຊລ ໂອບາມາ ແລະ ທ່ານນາງ ຮີລລາຣີ ຄລິນຕັນ.

ທ່ານນາງ ເມີລາເນຍ ທຣຳ ໄດ້ເປັນຕົວແທນໃຫ້ແກ່ ປະທານາທິບໍດີ ດໍໂນລ
ທຣຳ ຢູ່ໃນພິທີດັ່ງກ່າວ. ທ່ານປະທານາທິບໍດີ ໄດ້ຂຽນທວີດ ໃນວັນເສົາວານ
ນີ້ ວ່າ ທ່ານ ໄດ້ “ມຸ້ງໜ້າໄປຍັງ ທຳນຽບຂາວຢູ່ພາກໃຕ້” ໝາຍເຖິງ ບ້ານ
ພັກຣີສອດ Mar-a-Largo ຂອງທ່ານ ຢູ່ໃນລັດຟໍຣີດາ ເພື່ອຊົມພິທີສົ່ງ
ສະການ ຜ່ານທາງໂທລະພາບ.

ມື້ລາງອະດີດສະຕີໝາຍເລກນຶ່ງ ໄດ້ເລືອກເອົາ ລູກຊາຍຄົນທີສອງ ແລະ
ເປັນອະດີດຜູ້ປົກຄອງລັດຟໍຣີດາ ທ່ານ ເຈັຟ ບຸສ ໃຫ້ເປັນຜູ້ກ່າວສະດຸດີ
ພ້ອມດ້ວຍເພື່ອນຮັກແພງ ເປັນເວລາຍາວນານ ທ່ານນາງ ຊູແຊນ ເບກເກີ ພັນລະຍາຂອງອະດີດ ລັດຖະມົນຕີວ່າການຕ່າງປະເທດ ທ່ານ ເຈມສ໌
ເບກເກີ ທີ 3. ທ່ານ ຈອນ ມີຊຈຳ ນັກປະຫວັດສາດຜູ້ທີ່ໄດ້ຂຽນຊີວະປະຫວັດ
ຂອງສາມີຂອງທ່ານນາງ ກໍໄດ້ເຂົ້າຮ່ວມໃນການກ່າວສະດຸດີນຳດ້ວຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG