ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

72​ ຄົນເສຍຊີວິດ ໃນການກໍ່ຈະລາຈົນ ຢູ່ປະເທດ ອາຟຣິກາໃຕ້


ໄຟກຳລັງເຜົາໄໝ້ ຮ້ານຊັບພະສິນຄ້າ Campsdrift Park ລຸນຫຼັງການປະທ້ວງ ທີ່ໄດ້ກາຍເປັນການປຸ້ນສະດົມໃນເມືອງ ປີເຕີມາຣິດສເບີກ, ປະເທດ ອາຟຣິກາໃຕ້, 13 ກໍລະກົດ 2021. (Courtesy Sibonelo Zungu/via Reuters)
ໄຟກຳລັງເຜົາໄໝ້ ຮ້ານຊັບພະສິນຄ້າ Campsdrift Park ລຸນຫຼັງການປະທ້ວງ ທີ່ໄດ້ກາຍເປັນການປຸ້ນສະດົມໃນເມືອງ ປີເຕີມາຣິດສເບີກ, ປະເທດ ອາຟຣິກາໃຕ້, 13 ກໍລະກົດ 2021. (Courtesy Sibonelo Zungu/via Reuters)

72 ຄົນ ໄດ້ຖືກຂ້າຕາຍໃນການຈະລາຈົນ ແລະ ການປຸ້ນສະດົມໃນປະເທດ ອາຟຣິກາໃຕ້, ທ່າມ ກາງການປະທ້ວງ ກ່ຽວກັບ ການຂັງຄຸກອະດີດປະທານາທິບໍດີເຈຄັອບ ຊູມາ ອີງຕາມການກ່າວຂອງຕຳຫຼວດໃນວັນອັງຄານວານນີ້.

ຄວາມຮຸນແຮງໄດ້ເລີ່ມຂຶ້ນໃນເມື່ອອາທິດທີ່ຜ່ານມາ ເວລາອະດີດປະທານາທິບໍດີ ຊູມາ ໄດ້ເລີ່ມ ເຂົ້າຮັບໃຊ້ໂທດຂັງຄຸກ 15 ເດືອນສຳລັບການດູໝິ່ນສານ.

ໃນຄວາມວຸ້ນວາຍທີ່ຮ້າຍແຮງທີ່ສຸດຂອງປະເທດໃນຮອບຫຼາຍປີນັ້ນ, ພວກນັກ ປຸ້ນສະດົມໄດ້ທຳ ລາຍສິ່ງຂອງໃນຫ້າງຊັບພະສິນຄ້າ, ຮ້າຍຂາຍເຄື່ອງຫຍ່ອຍອື່ນໆ ແລະ ທຸລະກິດໃນແຂວງ ໂດເຕັງ, ລວມທັງນະຄອນ ໂຈແຮນເນັສເບີກ ເຊິ່ງແມ່ນເມືອງທີ່ໃຫຍ່ທີ່ສຸດຂອງປະເທດນັ້ນ. ກອງກຳ ລັງຮັກສາຄວາມປອດໄພເບິ່ງຄືວ່າຈະບໍ່ສາມາດປ້ອງກັນການປຸ້ນສະດົມ ແລະ ການໂຈມຕີຕ່າງໆໄດ້, ເຊິ່ງຍັງໄດ້ເກີດຂຶ້ນໃນແຂວງ ຄວາຊູລູ-ນາທາລ ທີ່ເປັນບ້ານຂອງທ່ານ ຊູມາ ໃນແຂວງ ໂຊເວໂຕ ນັ້ນ.

ແຕ່ພວກປະທ້ວງຍັງໄດ້ພາກັນລົງໄປສູ່ຖະໜົນ ເພື່ອກ່າວປະນາມຄວາມຍາກລຳບາກທາງເສດຖະ ກິດ ເຊິ່ງໄດ້ເພີ່ມຂຶ້ນໃນລະຫວ່າງໂຣກລະບາດໃນປີທີ່ຜ່ານມາ.

ຈຳນວນຜູ້ເສຍຊີວິດໄດ້ເພີ່ມສູງຂຶ້ນ ໃນຂະນະທີ່ ອາຟຣິກາໃຕ້ ໄດ້ປະກາດວ່າເຂົາເຈົ້າຈະສົ່ງກອງທະຫານຫຼາຍພັນຄົນໄປຊ່ວຍພວກເຈົ້າໜ້າທີ່ຕຳຫຼວດທີ່ຖືກຄອບງຳໃນສອງລັດນັ້ນ.

ຕຳຫຼວດໄດ້ກ່າວໃນວັນອັງຄານວານນີ້ວ່າ ການເສຍຊີວິດສ່ວນຫຼາຍແມ່ນຜົນຂອງການຢຽບກັນຕາຍ ຢູ່ໃນບໍລິເວນຂອງເຫດປຸ້ນສະດົມ. ຫຼາຍກວ່າ 1,000 ຄົນໄດ້ຖືກຈັບກຸມນັບຕັ້ງແຕ່ການປະ ທ້ວງໄດ້ເລີ່ມຂຶ້ນເມື່ອອາທິດແລ້ວນີ້.

ໃນການກ່າວຄຳປາໄສຕໍ່ປະເທດຊາດໃນຄືນວັນຈັນທີ່ຜ່ານມາ, ປະທານາທິບໍດີ ຊີຣິລ ຣາມາໂຟຊາ ໄດ້ກ່າວປະນາມຄວາມຮຸນແຮງ ແລະ ການປຸ້ນສະດົມ ແລະ ໄດ້ຮຽກຮ້ອງໃຫ້ມີຄວາມສະຫງົບ.

ທ່ານ ຣາມາໂຟຊາ ໄດ້ກ່າວວ່າ “ເສັ້ນທາງຂອງຄວາມຮຸນແຮງ, ການປຸ້ນສະດົມ ແລະ ຄວາມວຸ້ນ ວາຍ ຈະນຳໄປສູ່ຄວາມຮຸນແຮງເພີ່ມຂຶ້ນ ແລະ ການພັງພິນາດເທົ່ານັ້ນ.”

ແຕ່ມູນນິທິຂອງທ່ານ ຊູມາ ໄດ້ກ່າວໃນວັນອັງຄານວານນີ້ວ່າມັນຈະບໍ່ມີຄວາມສະຫງົບ ຕາບໃດທີ່ອະດີດນັກລົບຕໍ່ຕ້ານການແບ່ງແຍກຜິວພັນຍັງຖືກຂັງຄຸກຢູ່.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG