ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

17 ຄົນ ເສຍຊີວິດ ຍ້ອນ ການໂຈມຕີ ທີ່ ອັຟການິສຖານ


ແຜນທີ່ ອັຟການິສຖານ
ແຜນທີ່ ອັຟການິສຖານ
ບັນດາ​ເຈົ້າ​ໜ້າ​ທີ່​ໃນອັ​ຟກາ​ນິສຖານ ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ
​ໄດ້​ສັງຫານ​ຢ່າງ ໜ້ອຍ 17 ຄົນ ​ຢູ່​ໃນ​ສາມແຫ່ງ.

​ພວກເຈົ້າໜ້າ​ທີ່​ເວົ້າວ່າ ພວກ​ກະບົດ​ໄດ້​ໂຈມ​ຕີ​ບ່ອນ​ກໍ່ສ້າງ​ແຫ່ງ​
ນຶ່ງ ​ໃນ​ຄືນ​ແລ້ວນີ້ ທີ່​ເມືອງ Karukh ​ໃນ​ແຂວງ Herat ​ໂດຍໄດ້
​ສັງຫານ​ພວກ​ຄົນ​ງານ 9 ຄົນ.

ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພົນລະ​ເຮືອນ​ 5 ຄົນຮວມ​ທັງ​ພວກ​ຜູ້​ຍິງ​ແລະເດັກນ້ອຍ ​ໄດ້ເສຍ​ຊີວິດ​ ທີ່ເມືອງ Marhag ​ໃນ​ແຂວງ Helmand ​ເວລາ​ລົດຕູ້ຂອງພວກ​ເຂົາ​ເຈົ້າ​ ຢຽບລະ​ເບີດຂ້າງ​ຖະໜົນ​ ໃນ​ວັນ​ເສົາ​ມື້​ນີ້.

​ນອກ​ນັ້ນ​ແລ້ວ ລະ​ເບີດ​ແຄມ​ທາງ​ອີກ​ລູກ​ນຶ່ງ​ຢູ່ແຂວງ Helmand ຍັງໄດ້​ສັງຫານ​ຜູ້​ຍິງ​ສາມ​ຄົນ ​ໃນ​ຕອນ​ແລງ​ຂອງ​ວັນ​ສຸກ​ວານ​ນີ້.

ພວກ​ທາ​ລິ​ບານ ​ໄດ້​ໃຊ້​ການວາງລະ​ເບີດ​ແຄມ​ທາງ ເພື່ອ​ສູ້​ລົບ​ກັບ​ລັດຖະບານ​ທີ່ ​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກສະຫະລັດ ​ແລະ​ກໍາລັງ​ທະຫານ​ນາໆ​ຊາດ. ລະ​ເບີດ​ມັກ​ຈະ​ສັງຫານ ​ແລະ​ເຮັດ​ໃຫ້​ພົນລະເຮືອນ​ໄດ້​ຮັບ​ບາດ​ເຈັບ.

ການ​ບາດ​ເຈັບ​ລົ້ມຕາຍ​ຂອງພົນ​ລະ​ເຮືອນ​ໄດ້​ສູງ​ຂື້ນ​ໃນ​ປີ​ນີ້ ​ເພາະວ່າຄວາມຮຸນ​ແຮງ​ໄດ້​ເພີ້ມທະວີ​ຂຶ້ນ. ອົງການສະຫະ​ປະຊາ​ຊາດກ່າວ​ຢູ່ໃນລາຍງານ​ກາງປີວ່າ ຜູ້​ໄດ້​ຮັບ​ບາດ​ເຈັບລົ້ມຕາຍ​ສູງ​ຂື້ນ​ 23 ​ເປີ​ເຊັນ ປຽບທຽບ​ໃສ່ ຫົກ​ເດືອນ​ທໍາ​ອິດ​ຂອງ​ປີ 2012.
XS
SM
MD
LG