ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

17 ຄົນ ເສຍຊີວິດ ໃນເຫດການ ໄຟໄໝ້ ບ້ານພັກ ຜູ້ສູງອາຍຸ ຂອງ ຢູເຄຣນ


ພະນັກງານກະຊວງເຫດການສຸກເສີນ ທຳການຄົ້ນຫາສະຖານທີ່ເກີດໄຟໄໝ້ ທີ່ເມືອງ Litchi,ນະຄອນຫຼວງ Kyiv, ປະເທດ ຢູເຄຣນ.
ພະນັກງານກະຊວງເຫດການສຸກເສີນ ທຳການຄົ້ນຫາສະຖານທີ່ເກີດໄຟໄໝ້ ທີ່ເມືອງ Litchi,ນະຄອນຫຼວງ Kyiv, ປະເທດ ຢູເຄຣນ.

ໜ່ວຍບໍລິການເຫດການສຸກເສີນຂອງ ຢູເຄຣນ ກ່າວວ່າ ປະຊາຊົນ 17 ຄົນໄດ້ເສຍຊີວິດ ໃນ ເຫດການໄຟໄໝ້ໃນຕຶກທີ່ຢູ່ອາໄສຊົ່ວຄາວຂອງຄົນອາວຸໂສ.

ບັນດາເຈົ້າໜ້າທີ່ກ່າວວ່າ ແປວໄຟໄດ້ເກີດຂຶ້ນໃນຕອນເຊົ້າຂອງວັນອາທິດມື້ນີ້ໃນອາຄານ ສອງຊັ້ນທີ່ບ້ານ Litochky, ປະມານ 40 ກິໂລແມັດໄປທາງພາກເໜືອ ຫ່າງຈາກນະຄອນ ຫຼວງ Kyiv.

ໜ່ວຍບໍລິການເຫດສຸກເສີນກ່າວວ່າ ປະຊາຊົນ 35 ຄົນໄດ້ຕິດຢູ່ໃນທີ່ພັກແຫ່ງດັ່ງກ່າວໃນ ເວລາທີ່ໄຟໄດ້ເລີ່ມໄໝ້ຂຶ້ນ. ພວກເຂົາເຈົ້າກ່າວວ່າ 18 ຄົນໄດ້ຖືກຊ່ວຍເຫຼືອອອກມາຈາກ ໄຟ, ແຕ່ວ່າ 5 ຄົນໃນນັ້ນ “ໄດ້ຖືກນຳສົ່ງເຂົ້າໂຮງໝໍດ້ວຍບາດແຜໄຟໄໝ້ໃນລະດັບຂອງ ຄວາມ ຮ້າຍແຮງທີ່ແຕກຕ່າງກັນ.”

ນາຍົກລັດຖະມົນຕີ ທ່ານ Volodymyr Grovsman ໄດ້ກ່າວວ່າ ເຫດໄຟໄໝ້ນີ້ແມ່ນ “ເຫດການທີ່ຮ້າຍແຮງ” ແລະ ໄດ້ຮຽກຮ້ອງໃຫ້ມີການສືບສວນສອບສວນຢ່າງຮີບດ່ວນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG