ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

17 ຄົນ ເສຍຊີວິດ ຍ້ອນໄຟໄໝ້ ລົດໂຮງຮຽນ ຢູ່ປາກິສຖານ (ວີດີໂອ)


ລົດເມໂຮງຮຽນເກີດລະເບີດໄຟໄໝ້ ເຮັດໃຫ້ເດັກນ້ອຍນັກຮຽນ 16 ຄົນ ແລະນາຍຄູນຶ່ງຄົນ ເສຍຊີວິດ.
ລົດເມໂຮງຮຽນເກີດລະເບີດໄຟໄໝ້ ເຮັດໃຫ້ເດັກນ້ອຍນັກຮຽນ 16 ຄົນ ແລະນາຍຄູນຶ່ງຄົນ ເສຍຊີວິດ.
ເກີດລ​ະ​ເບີດຢູ່​ເທິງລົດໂຮງຮຽນ​ຄັນ​ນຶ່ງ​ ທີ່​ພາກ​ຕາ​ເວັນ​ອອກ​ຂອງ
ປາ​ກິ​ສຖານ​ໃ​ນວັນ​ເສົາ​ມື້​ນີ້ ​ເຮັດ​ໃຫ້​ເດັກ​ນ້ອຍ 16 ຄົນ​ ແລະ​ນາຍ
​ຄູ​ນຶ່ງ​ຄົນ ເສຍ​ຊີວິດ ​.

ຕໍາຫລວດ​ຄົນ​ນຶ່ງ​ ຢູ່​ໃນ​ເມືອງ Gujrat ກ່າວ​ວ່າ ຜູ້​ເຄາະ​ຮ້າຍ 17
ຄົນ​ໄດ້​ຖືກ​ໄຟໄໝ້​ຕາຍ ​ເວລາ​ລົດ​ເມ​ເກີດ​ລະ​ເບີດ. ຕໍາຫລວດ​ກ່າວ
​ວ່າ ​ເດັກນ້ອຍ​ອີກ​ຈໍານວນ​ນຶ່ງ​ໄດ້​ຮັບ​ບາດ​ເຈັບ ​ແລະສົ່ງ​ເຂົ້າໂຮ​ງໝໍ
​ເພື່ອ​ຮັບ​ການ​ປິ່ນປົວ.

ລາຍ​ງານໃນຕອນ​ຕົ້ນກ່າວ​ວ່າ ຜູ້​ເຄາະ​ຮ້າ​ຍ​ແມ່ນເດັກນ້ອຍ​ທັງ​ໝົດ.
​ເຂົາ​ເຈົ້າ​ພວມພາກັນ​ໄປ​ໂຮງຮຽນ ໃນ​ເວລາເກີດເຫດຮ້າຍ​ດັ່ງກ່າວ.

ລົດ​ເມຄັນນີ້​ແມ່ນ​ແລ່ນ​ດ້ວຍ​ແກັ​ສທໍາ​ມະ​ຊາດ ແລະ​ນໍ້າມັນ. ​ເຈົ້າ​ໜ້າ
ທີ່​ທ້ອງ​ຖິ່ນ​ກ່າວ​ວ່າ ​ສາ​ເຫດ​ທີ່​ພາ​ໃຫ້​ໄຟ​ໄໝ້​ແມ່ນ​ມາ​ຈາກ​ໄຟ​ຊັອດ ​
ເວລາ​ຄົນ​ຂັບ​ລົດ​ປ່ຽນ​ຈາກ​ການ​ໃຊ້​ເຊື້ອໄຟຢ່າງນຶ່ງ ​ໄປ​ຫາ​ອີກຢ່າງ​ນຶ່ງ.

​ເມືອງ Gujrat ຕັ້ງ​ຢູ່​ປະມານ 200 ກິ​ໂລ​ແມັດ ທາງ​ພາກຕາ​ເວັນ​ອອກ
ສຽງ​ໃຕ້ ຫ່າງ​ຈາກ​ນະຄອນຫຼວງ Islamabad.

Pakistan
please wait
Embed

No media source currently available

0:00 0:00:44 0:00

ກ່ຽວຂ້ອງກັນ

XS
SM
MD
LG