ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຂ່າວ ເທີກີ 7 ຄົນຖືກປ່ອຍຕົວ ອອກຈາກຄຸກ


ນັກເຄື່ອນໄຫວຄົນໜຶ່ງຖືໜັງສືພິມ Chumhuriyet ເດີນຂະ
ບວນໄປຍັງສານໃນນະຄອນ ອິສຕານບູລ, 24 ກໍລະກົດ, 2017.
ນັກເຄື່ອນໄຫວຄົນໜຶ່ງຖືໜັງສືພິມ Chumhuriyet ເດີນຂະ ບວນໄປຍັງສານໃນນະຄອນ ອິສຕານບູລ, 24 ກໍລະກົດ, 2017.

ນັກຂ່າວ ເທີກີ 7 ຄົນ ໄດ້ຖືກປ່ອຍຕົວອອກຈາກຄຸກໃນວັນເສົາວານນີ້ ຫຼັງຈາກ 9 ເດືອນ,
ແຕ່ພວກເຂົາເຈົ້າ ໄດ້ສະແດງຄວາມເສຍໃຈ ທີ່ເພື່ອນຮ່ວມງານຂອງເຂົາເຈົ້າ 4 ຄົນຍັງ
ຄົງຖືກຄວບຄຸມຕົວໄວ້ຢູ່ ໃນຂໍ້ຫາ ກ່ຽວກັບ ການຊ່ວຍເຫຼືອກຸ່ມກໍ່ການຮ້າຍ.

ສະມາຊິກພະນັກງານຈາກໜັງສືພິມ Chumhuriyet, ໜັງສືພິມຝ່າຍຄ້ານຂອງ ເທີກີ,
ໄດ້ຖືກປ່ອຍຕົວຈາກຄຸກ Silivri ຕັ້ງຢູ່ເຂດນອກ ຂອງນະຄອນ ອິສຕານບູລ ໃນວັນເສົາ
ວານນີ້. ພວກເຂົາເຈົ້າ ຍັງຕ້ອງຖືກນຳຕົວຂຶ້ນສານ, ດ້ວຍການພິຈາລະນາຄັ້ງຕໍ່ໄປ ຊຶ່ງ
ກຳນົດໃສ່ວັນທີ 11 ກັນຍາ ເດືອນໜ້ານີ້. ຖ້າຖືກຕັດສິນວ່າມີຄວາມຜິດ, ພວກເຂົາເຈົ້າ
ຈະປະເຊີນກັບການຖືກຂັງຄຸກດົນເຖິງ 43 ປີ.

ພວກນັກຂ່າວໄດ້ຖືກກ່າວຫາວ່າລາຍງານຂ່າວ ເພື່ອສະໜັບສະໜູນ 3 ກຸ່ມທີ່ ເທີກີ ຖື
ວ່າເປັນອົງການກໍ່ການຮ້າຍຄື ພັກກຳມະກອນ ເຄີດິສຖານ, ຫຼື PKK, ຝ່າຍຊ້າຍ ພັກ
ປະຕິວັດປົດປ່ອຍປະຊາຊົນ, ແລະ ຜູ້ຕິດຕາມ ຜູ້ນຳທາງສາສະໜາທີ່ອາໄສຢູ່ ສະຫະ
ລັດ, ທ່ານ Fethullah Gulen, ທີ່ຖືກກ່າວຫາ ກ່ຽວກັບ ການໜູນຫຼັງຄວາມພະຍາຍາມ
ກໍ່ລັດຖະປະຫານໃນປີກາຍນີ້.

ນັກຂຽນພາບກາຕູນ ທ່ານ Musa Kart ໄດ້ກ່າວໃນລາຍງານສະບັບໜຶ່ງວ່າ “ເວົ້າຈາກ
ໃຈຈິງແລ້ວ, ຂ້າພະເຈົ້າຄິດວ່າ ຂ້າພະເຈົ້າຈະຮູ້ສຶກດີໃຈຫຼາຍ ໃນເວລາທີ່ຂ້າພະເຈົ້າຖືກປ່ອຍຕົວ, ແຕ່ຂ້າພະເຈົ້າບໍ່ສາມາດເວົ້າໄດ້ວ່າ ຂ້າພະເຈົ້າດີໃຈຫຼາຍໃນມື້ນີ້. ໂຊກບໍ່ດີ,
ທີ່ໝູ່ຂອງພວກເຮົາ 4 ຄົນຍັງຖືກກັກຂັງຢູ່ໃນຄຸກ Silivri. ຂ້າພະເຈົ້າບໍ່ຄິດວ່າ ຮູບພາບ
ຂອງນັກຂ່າວຢູ່ໃນຄຸກ ແມ່ນສິ່ງທີ່ໄດ້ກາຍເປັນປະເທດນີ້.”

ສານ ອິສຕານບູລ ໄດ້ຕັດສິນໃນວັນສຸກທີ່ຜ່ານມາວ່າ ນັກຂ່າວ 7 ຄົນຄວນຖືກປ່ອຍຕົວ,
ແຕ່ເຂົາເຈົ້າໄດ້ຮັກສານັກຂ່າວໜັງສືພິມ Chumhuriyet ຄົນສຳຄັນທີ່ສຸດໄວ້ຢູ່ໃນຄຸກຄື
ຜູ້ບັນຍາຍຂ່າວ ທ່ານ Kadri Gursel, ນັກຂ່າວສືບສວນສອບສວນທ່ານ Ahmet Sik,
ຫົວໜ້າບັນນາທິການ ທ່ານ Murat Sabuncu, ແລະ ຜູ້ບໍລິຫານລະດັບສູງ ທ່ານ Akin Atalay.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG