ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງທັບເຮືອ ສະຫະລັດ ປະຕິເສດ ທີ່ຈະບອກ ຈຳນວນສົບ ຜູ້ເສຍຊີວິດ ຈາກກຳປັ່ນ USS Fitzgerald


ຮອງພົນເຮືອເອກ ທ່ານ Joseph Aucoin, ຜູ້ບັນຊາການ
ກອງທັບເຮືອໝູ່ທີ 7 ກ່າວຄຳປາໄສ ໃນລະຫວ່າງກອງປະ
ຊຸມຖະແຫຼງຂ່າວພ້ອມກັບພາບດ້ານຫຼັງເປັນເຮືອພິຄາດ USS Fitzgerald ທີ່ໄດ້ຮັບຄວາມເສຍຫາຍ ຢູ່ຖານທັບເຮືອ ສະຫະ
ລັດ ໃນເມືອງ Yokosuka, ທິດໃຕ້ຂອງນະຄອນຫຼວງ ໂຕກຽວ ປະເທດ ຍີ່ປຸ່ນ. 18 ມິຖຸນາ, 2017.
ຮອງພົນເຮືອເອກ ທ່ານ Joseph Aucoin, ຜູ້ບັນຊາການ ກອງທັບເຮືອໝູ່ທີ 7 ກ່າວຄຳປາໄສ ໃນລະຫວ່າງກອງປະ ຊຸມຖະແຫຼງຂ່າວພ້ອມກັບພາບດ້ານຫຼັງເປັນເຮືອພິຄາດ USS Fitzgerald ທີ່ໄດ້ຮັບຄວາມເສຍຫາຍ ຢູ່ຖານທັບເຮືອ ສະຫະ ລັດ ໃນເມືອງ Yokosuka, ທິດໃຕ້ຂອງນະຄອນຫຼວງ ໂຕກຽວ ປະເທດ ຍີ່ປຸ່ນ. 18 ມິຖຸນາ, 2017.

ຜູ້ບັນຊາກການຂອງກອງທັບເຮືອໝູ່ທີ 7 ບໍ່ໄດ້ຢືນຢັນວ່າ ມີສົບຜູ້ເສຍຊີວິດຖືກກອບກູ້
ມາໄດ້ຫຼາຍປານໃດ ຈາກກຳປັ່ນ USS Fitzgerald, ເຮືອພິຄາດທີ່ໄດ້ຕຳກັບກຳປັ່ນສິນ
ຄ້າຂະໜາດໃຫຍ່ ຢູ່ນອກຊາຍຝັ່ງຂອງ ຍີ່ປຸ່ນ.

ຮອງພົນເຮືອເອກທ່ານ Joseph P Aucoin ມີແຕ່ເວົ້າໃນວັນອາທິດມື້ນີ້ວ່າ ສົບຂອງຜູ້
ເສຍຊີວິດຈຳນວນໜຶ່ງແມ່ນໄດ້ຖືກພົບເຫັນ ແລະ ກອງທັບເຮືອແມ່ນກຳລັງຕິດຕໍ່ກັບບັນ
ດາຄອບຄົວຂອງນັກເດີນເຮືອທີ່ເສຍຊີວິດນັ້ນຢູ່. ທ່ານ Aucoin ກ່າວວ່າ “ຍ້ອນຄວາມ
ເປັນຫ່ວງສຳລັບບັນດາຄອບຄົວ ແລະ ຂັ້ນຕອນຂອງການແຈ້ງໃຫ້ຮູ້.” ຂ້າພະເຈົ້າຈະປະ
ຕິເສດທີ່ຈະກ່າວວ່າ ມີຜູ້ເສຍຊີວິດຈັກຄົນທີ່ໄດ້ຖືກຄົ້ນພົບໃນເວລານີ້.”

ລູກເຮືອເຈັດຄົນ ຖືກລາຍງານວ່າໄດ້ເສຍຊີວິດໃນອຸບັດຕິເຫດຕຳກັນ ລະຫວ່າງ ເຮືອພິ
ຄາດ ກັບ ກຳປັ່ນ ACX Crystal.

ເຮືອພິຄາດ USS Fitzgeral ໄດ້ເດີນທາງກັບໄປທ່າເຮືອທີ່ເມືອງ Yokosuka ປະເທດ
ຍີ່ປຸ່ນ ໃນວັນເສົາວານນີ້.

ກຳປັ່ນ ACX Crystal ໄດ້ເດີນທາງໄປນະຄອນຫຼວງ ໂຕກຽວ ໃນຕອນບ່າຍຂອງວັນເສົາ
ວານນີ້ ດ້ວຍຄວາມເສຍຫາຍເລັກນ້ອຍຢູ່ຫົວຂອງເຮືອ. ສະມາຊິກເຮືອ 20 ຄົນຢູ່ກຳປັ່ນ
ທີ່ບັນຈຸຕູ້ຄອນເທນເນີ ປັກທຸງຊາດ ຟີລິບປິນ ຖືກລາຍງານວ່າ ບໍ່ມີໃຜໄດ້ຮັບບາດເຈັບ.

ທ່ານ Aucoin ໄດ້ກ່າວວ່າ ກອງທັບເຮືອຈະດຳເນີນການສືບສວນສອບສວນ ກ່ຽວກັບ
ການຕຳກັນນັ້ນ ຍ້ອນວ່າ “ພວກເຮົາມີິໜ້າທີ່ຕໍ່ຫຼາຍຄອບຄົວ ແລະ ໃຫ້ກອງທັບເຮືອເຂົ້າ
ໃຈວ່າ ແມ່ນຫຍັງໄດ້ເກີດຂຶ້ນແທ້.”

ທ່ານ Aucoin ກ່າວວ່າ “ບໍ່ເປັນຈັ່ງໂຊກ, ພວກເຮົາບໍ່ມີຂໍ້ມູນຫຽັງ ກ່ຽວກັບ ສະພາບການ
ໃນລະຫວ່າງເວລາສຸດທ້າຍ, ແຕ່ຫວັງວ່າການສືບສວນສອບສວນ ອາດຈະໃຫ້ຄວາມກະ
ຈ່າງແຈ້ງ ກ່ຽວກັບ ບັນຫາດັ່ງກ່າວ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG