ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານ ມຽນມາ ຕັດສິນ ຈຳຄຸກ ຊາວ​ມຸສລິ​ມ 7 ຄົນ


ຊາວມຸສລິມ ທີ່ຖືກກ່າວຫາວ່າ ສັງຫານຄູບາ ໃນລະຫວ່າງທີ່ເກີດຄວາມວຸ້ນວາຍ ພວມຍ່າງອອກມາຈາກສານ ທີ່ເມືອງ Meikhtila ໃນພາກກາງຂອງມຽນມາ (24 ເມສາ 2013)
ຊາວມຸສລິມ ທີ່ຖືກກ່າວຫາວ່າ ສັງຫານຄູບາ ໃນລະຫວ່າງທີ່ເກີດຄວາມວຸ້ນວາຍ ພວມຍ່າງອອກມາຈາກສານ ທີ່ເມືອງ Meikhtila ໃນພາກກາງຂອງມຽນມາ (24 ເມສາ 2013)
ສານ​ແຫ່ງ​ນຶ່ງ​ໃນ​ມຽນມາ ​ໄດ້​ຕັດສິນລົງ​ໂທດ ຊາວ​ມຸສລິ​ມ 7 ຄົນ
​ໃນ​ຖານ​ສັງຫານຄູບາ​ສາສະໜາ​ພຸດອົງ​ນຶ່ງ ​ໃນ​ຂະນະ​ທີ່​ເກີດ
ຄວາມ​ວຸ້ນວາຍ​ທາງ​ສາສະໜາ ​ຮ້າຍ​ແຮງຢູ່​ໃນ​ເມືອງໆ​ນຶ່ງ ​ທາງ
ພາກ​ກາງ​ຂອງ​ປະ​ເທດ ເມື່ອ​ຕົ້ນ​ປີ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພວກຈຳ​ເລີຍໄດ້​ຮັບໂທດຕິດ​ຄຸກ​ແຕ່​ສອງ
​ປີ​ຫາຕະຫຼອດ​ຊີວິດ ​ໃນ​ການ​ພົວພັນ​ຂອງເຂົາ​ເຈົ້າ ​ໃນ​ເຫດ​ຮ້າຍ​ເມື່ອ
​ວັນ​ທີ 20ເດືອນມີນາ ​ທີ່ ເມືອງ Meikhtila.

ຄວາມ​ບໍ່​ສະ​ຫງົບ​ໄດ້​ເລີ້ມ​ຂື້ນ ຫລັງ​ຈາກ​ການ​ຜິດ​ຖຽງກັນ ທີ່ຮ້ານ​ຄໍາ​
ແຫ່​ງນຶ່ງ​ຂອງ​ຊາວມຸສລິ​ມ​ ຊຶ່ງໄດ້​ກາຍມາ​ເປັນຄວາມຮຸນ​ແຮງ ​ແລະ
​ແຜ່ລາມ​ອອກໄປສູ່​ຖະໜົນ. ຄວາມ​ວຸ້ນວາຍ​ທີ່​ຕິດຕາມ​ມາ​ຊຶ່ງ​ສ່ວນ​ໃຫຍ່​ໄດ້ແນເປົ້າໝາຍໃສ່ຊາວ
​ມຸສລິ​ມທີ່​ເປັນ ຊົນກຸ່ມນ້ອຍໄດ້​ສັງຫານ​ຢ່າງ​ໜ້ອຍ 44ຄົນ​ແລະ​ເຮັດໃຫ້​ຫລາຍ​ກວ່າ12,000 ຄົນບໍ່​
ມີ​ທີ່ຢູ່​ອາໄສ.

​ເຈົ້າຂອງ​ຮ້ານ​ຄໍາ​ແລະ​ພະ​ນັກ​ງານ​ສອງ​ຄົນ​ຂອງ​ລາວທີ່​ເປັນ ​ຊາວ​ມຸສລິ​ມຄື​ກັນນັ້ນ ​ຕ່າງ​ກໍ​ໄດ້​ຮັບ
ໂທດ​ຕິດ​ຄຸກ 14 ປີ​ໃນ​ເດືອນ​ແລ້ວ​ນີ້. ນອກ​ນັ້ນຍັງ​ມີອີກ​ຫລາຍ​ສິບ​ໄດ້​ຖືກ​ຈັບແຕ່​ເຈົ້າ​ໜ້າ​ທີ່​ຍັງ​ບໍ່
​ທັນໄດ້​ປະກາດ​ ການ​ກ່າວ​ຫາໃດໆ​ຕໍ່ຊາວ​ພຸດ​ເທື່ອ.

ໃນ​ວັນ​ອັງຄານ​ມື້​ນີ້ ບັນດາ​ເຈົ້າ​ໜ້າ​ທີ່​ມຽນມາໄດ້​ປະຕິ​ເສດວ່າ ສາສະໜາບໍ່ມີສ່ວນ​ ໃດໆທີ່​ພາ​ໃຫ້​
ມີການຕັ້ງຂໍ້​ຫາ​ຕໍ່​ຊາວ​ມຸສລິ​ມ ​ແລະ​ໃຫ້​ຄໍາ​ໝັ້ນ​ສັນຍາ​ວ່າ ພວກ​ຮັບຜິດຊອບທັງ​ໝົດ ຈະຖືກ​ນໍາ​ຕົວ​
ມາ​ດຳ​ເນີນ​ຄະດີ.

ຄວາມ​ວຸ້ນວາຍ​ຫລາຍໆ​ຄັ້ງ​ໃນ​ເມືອງ Meikhtila ແມ່ນນໍາພາ​ໂດຍຄູບາ​ສາສະໜາ​ພຸດ​ຫົວ​ຮຸນແຮງ
ຈໍານວນ​ນຶ່ງ​ ຊຶ່ງ​ບາງ​ອົງ​ໃນ​ຈຳນວນ​ນີ້ຍັງໄດ້​ພົວພັນ​ໃນ​ການ​ປຸກລະດົມ​ຢູ່ໃນ​ຂົງ​ເຂດ ຮຽກຮ້ອງບໍ່​ໃຫ້
ຊື້ ຫຼືບອຍຄອດ​ຕໍ່ທຸ​ລະ​ກິດ​ຕ່າງໆທີ່ຊາວ​ມຸສລິ​ມ​ເປັນເຈົ້າ​ຂອງ.
XS
SM
MD
LG