ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

7 ຄົນ​ຫາຍ​ສາບ​ສູນ ຍ້ອນ​ເຮືອ​ຫຼົ້ມ ຢູ່ນອກ​ຝັ່ງ​ໝູ່​ເກາະ​​ທີ່​ມີ​ການ​ຂັດ​ແຍ້ງ ຂອງ​ຍີ່​ປຸ່ນ


ແຟ້ມ - ເກາະ​ດອນທີ່​ມີ​ການ​ຂັດ​ແຍ້ງ​, ເທິງ​ແມ່ນ​ເກາະ Uotsuri, ລຸ່ມ​ແມ່ນ​ເກາະ Minamikojima ແລະ​ເກາະ Kitakojima ຊຶ່ງ​ຮູ້​ກັນ​ໃນ​ຊື່​ໝູ່​ເກາະ​ເຊັນ​ກາ​ກຸ ໃນ​ພາ​ສາ​ຍີ່​ປຸ່ນ ແລະ​ດຽວ​ຢູ​ໃນ​ພາ​ສາ​ຈີນ ຢູ່ທະ​ເລ​ຈີນ​ຕາ​ເວັນ​ອອກ ຊຶ່ງ​ຮູບນີ້​ແມ່ນ​ຖ່າຍ​ໂດຍ Kyodo, ເມື່ອ​ເດືອນ​ກັນ​ຍາ 2012.
ແຟ້ມ - ເກາະ​ດອນທີ່​ມີ​ການ​ຂັດ​ແຍ້ງ​, ເທິງ​ແມ່ນ​ເກາະ Uotsuri, ລຸ່ມ​ແມ່ນ​ເກາະ Minamikojima ແລະ​ເກາະ Kitakojima ຊຶ່ງ​ຮູ້​ກັນ​ໃນ​ຊື່​ໝູ່​ເກາະ​ເຊັນ​ກາ​ກຸ ໃນ​ພາ​ສາ​ຍີ່​ປຸ່ນ ແລະ​ດຽວ​ຢູ​ໃນ​ພາ​ສາ​ຈີນ ຢູ່ທະ​ເລ​ຈີນ​ຕາ​ເວັນ​ອອກ ຊຶ່ງ​ຮູບນີ້​ແມ່ນ​ຖ່າຍ​ໂດຍ Kyodo, ເມື່ອ​ເດືອນ​ກັນ​ຍາ 2012.

ໜ່ວຍ​ຍາມ​ຝັ່ງ​ຂອງ​ຍີ່​ປຸ່ນ ກາວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ຕົນ​ພວມ​ຊອກ​ຄົ້ນ​ຫາເຈັດ​ຄົນ ທີ່​ຫາຍ​ສາບ​ສູນ ຫຼັງ​ຈາກ​ເຮືອ​ເຂົາ​ເຈົ້າ​ໄດ້​ຫຼົ້ມແລະ​ມີ​ລາຍ​ງານ​ວ່າ​ຢູ່​ໃນ​ເຂດ​ນ່ານ​ນ້ຳນອກ​ແຄມ​ຝັ່ງ​ຂອງ​ເກາະ​ເຊັນ​ກາ​ກຸ​ທີ່​ຄວບ​ຄຸມ​ໂດຍ​ຍີ່​ປຸ່ນ ຊຶ່ງ​ກໍ​ອ້າງ​ກຳ​ມະ​ສິດ​ໂດຍ​ຈີນເຊັ່ນ​ກັນ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ AFP.

ເຮືອ​ທີ່​ຫຼົ້ມ​ໃນ​ຕອນ​ບ່າຍ​ວັນ​ອາ​ທິດ​ວານນີ້ແມ່ນລ່ອງ​ລອຍ​ຢູ່​ເຂດ​ນ່ານ​ນ້ຳ​ທາງ​ເໜືອ​ຂອງ​ໝູ່​ເກາະ​ທີ່​ກຳ​ປັ່ນ​ລາດ​ຕະ​ເວັນຂອງກອງ​ທັບ​ເຮືອ​ຍີ່​ປຸ່ນ​ພວມ​ປະ​ຕິ​ບັດ​ງານ​ຢູ່ ອີງ​ຕາມ​ຄຳ​ເວົ້າ​ຂອງ​ທ່ານໄກ​ສຸ​ເກະ ນາ​ກາ​ໂອະ ໂຄ​ສົກ​ຂອງ​ໜ່ວຍ​ຍາມ​ຝັ່ງ​ຍີ່​ປຸ່ນ ແຈ້ງ​ໃຫ້​ອົງ​ການ​ຂ່າວ AFP.

ທ່ານ​ກ່າວ​ຕື່ມ​ວ່າ ແມ່ນ​ເປັນ​ຄົນ​ໄຕ້​ຫວັນ​ຜູ້​ນຶ່ງ ແລະ​ອິນ​ໂດ​ເນ​ເຊຍ 6 ຄົນ.

“ພວກ​ເຮົາ​ກຳ​ລັງ​ຊອກ​ຄົ້ນ​ຫາ​ໃນ​ບໍ​ລິ​ເວນ​ດັ່ງ​ກ່າວ​ດ້ວຍ​ກຳ​ປັ່ນ​ລາດ​ຕະ​ເວນ​ ແລະ​ເຮືອ​ບິນ​ເຮ​ລີ​ຄອບ​ເຕີ້ ນັບ​ແຕ່​ໄດ້​ຮັບ​ຂໍ້​ມູນ​ໃນ​ຕອນ​ເຊົ້າ 1:30 ໂມງ ຕາມ​ເວ​ລາ​ໃນ​ເວ​ລາ​ທ້ອງ​ຖິ່ນ​ຂອງມື້​ວັນ​ອາ​ທິດ” ຈາກ​ໜ່ວຍ​ຍາມ​ຝັ່ງ​ຂອງ​ກຳ​ລັງ​ປ້ອງ​ກັນ​ໂຕ ໂຄ​ສົກ​ກ່າວ.

ສື່ມວນ​ຊົນ​ທ້ອງ​ຖິ່ນ​ໃນ​ຍີ່​ປຸ່ນ​ລາຍ​ງານ​ວ່າ ເຮືອ​ລຳ​ນີ້​ເປັນ​ຂອງ​ໄຕ້​ຫວັນ ແຕ່​ໜ່ວຍ​ຍາມ​ຝັ່ງ​ເວົ້າ​ວ່າ ​ຕົນ​ບໍ່​ມີ​ລາຍ​ລະ​ອຽດ​ກ່ຽວ​ກັບ​ເລື້ອງ​ເຮືອ ແຕ່​ແນວ​ໃດ​ກໍ​ຕາມ ມັນ “ເບິ່ງ​ຄື​ວ່າ​ເປັນ​ເຮືອ​ປະ​ມົງ.”

ທ່ານ​ນາ​ກາ​ໂອະກ່າວ​ວ່າ ເຈົ້າ​ໜ້າ​ທີ່​ຍີ່​ປຸ່ນ​ກຳ​ລັງ​ປະ​ສານ​ງານ​ກັບ​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ ຊຶ່ງ​ກໍ​ອ້າງ​ເອົາ​ກຳ​ມະ​ສິດ​ຕໍ່​ໝູ່​ເກາະ​ນ້ອຍໆ​ດັ່ງ​ກ່າວນີ້​ເຊັ່ນ​ດຽວ​ກັນ. ປັກ​ກິ່ງ​ເອີ້ນ​ໝູ່​ເກາະ​ທີ່​ບໍ່​ມີ​ຄົນ​ອາ​ໄສ​ຢູ່​ດັ່ງ​ກ່າວນີ້​ວ່າ ດຽວ​ຢູ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG