ຕຳຫຼວດໃນລັດຄາລໍຟໍເນຍໄດ້ກ່າວວ່າ 7 ຄົນໄດ້ເສຍຊີວິດໃນວັນຈັນວານນີ້ໃນເຫດການຍິງກັນ ທີ່ກ່ຽວຂ້ອງກັນ ຢູ່ສະຖານທີ່ກະສິກຳສອງແຫ່ງ.
ການຍິງກັນໄດ້ເກີດຂຶ້ນໃນເມືອງ ຮາຟ ມູນ ເບ (Half Moon Bay) ທາງພາກໃຕ້ຂອງນະຄອນ ແຊນ ແຟຣນຊິສໂກ. ບັນດາເຈົ້າໜ້າທີ່ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ 4 ຄົນຖືກພົບເສຍຊີວິດ ແລະ ຄົນທີຫ້າມີບາດແຜຖືກ ປືນຍິງຢູ່ສະຖານທີ່ແຫ່ງນຶ່ງ, ໃນຂະນະທີ່ 3 ຄົນຖືກພົບເສຍຊີວິດຢູ່ສະຖານທີ່ແຫ່ງທີສອງຫຼາຍກິໂລແມັດຫ່າງອອກໄປ.
ຜູ້ກຳກັບການຕຳຫຼວດເມືອງ ແຊນ ມາເຕໂອ ທ່ານນາງ ຄຣິສຕີນາ ຄໍປັສ (Christina Corpus) ໄດ້ລະບຸຕົວມືປືນວ່າທ້າວ ຊຸນລີ ສາວ (Chunli Zhao) ອາຍຸ 67 ປີ, ແລະ ໄດ້ກ່າວວ່າ ລາວໄດ້ເຮັດວຽກຢູ່ນຶ່ງໃນສອງສະຖານທີ່ການຍິງກັນນັ້ນ.
ບັນດາເຈົ້າໜ້າທີ່ໄດ້ກ່າວວ່າຜູ້ຕ້ອງສົງໄສແມ່ນຖືກຈັບ ຫຼັງຈາກເບິ່ງຄືວ່າໄດ້ຂັບລົດໄປປ້ອມຫຼວດ ເພື່ອມອບຕົວລາວເອງ. ອາວຸດແມ່ນຖືກພົບເຫັນຢູ່ໃນລົດ.
ທ່ານນາງ ຄຣິສຕີນາ ຄໍປັສ ໄດ້ກ່າວວ່າຜູ້ຕ້ອງສົງໄສແມ່ນໄດ້ໃຫ້ການຮ່ວມມືກັບບັນດານັກສືບສວນສອບສວນ, ແຕ່ແຮງຈູງໃຈແມ່ນຍັງບໍ່ກະຈ່າງແຈ້ງເທື່ອ.
ສະມາຊິກສະພາສູງລັດ ທ່ານ ຈອສ ເບັກເກີ (Josh Becker), ຜູ້ທີ່ເປັນຜູ້ແທນຂອງເຂດດັ່ງກ່າວ ແລະ ໄດ້ເອີ້ນມັນວ່າເປັນຊຸມຊົນກະສິກຳທີ່ “ເປັນກຸ່ມຕິດແໜ້ນ” ຫຼາຍກ່າວວ່າ “ພວກເຮົາຍັງພະຍາຍາມທີ່ຈະເຂົ້າໃຈຢ່າງແນ່ນອນວ່າແມ່ນຫຍັງໄດ້ເກີດຂຶ້ນ, ແລະ ເປັນຫຍັງ, ແຕ່ມັນເສົ້າສະຫຼົດໃຈເປັນຢ່າງຍິ່ງ.”
ການຍິງກັນໃນວັນຈັນວານນີ້ໄດ້ເກີດຂຶ້ນຫຼັງຈາກການຍິງສັງຫານໝູ່ເມື່ອວັນເສົາທີ່ຜ່ານມາໃນເມືອງ ມອນເຕຣີ ພາກ ທາງພາກໃຕ້ຂອງລັດຄາລິຟໍເນຍ ທີ່ໄດ້ເຮັດໃຫ້ 11 ຄົນເສຍຊີວິດ ແລະ ອີກ 9 ຄົນບາດເຈັບ.
ຜູ້ປົກຄອງລັດ ຄາລິຟໍເນຍ ທ່ານ ແກວິນ ນິວຊຳ ໄດ້ຂຽນຂໍ້ຄວາມໃນທວິດເຕີວ່າ ທ່ານໄດ້ຢູ່ໂຮງໝໍແຫ່ງນຶ່ງເພື່ອພົບປະກັບຄົນຜູ້ທີ່ໄດ້ຮັບບາດເຈັບໃນການຍິງກັນເມື່ອວັນເສົາທີ່ຜ່ານມາ ເວລາທີ່ທ່ານໄດ້ຍິນ ກ່ຽວກັບ ການໂຈມຕີຂອງວັນຈັນວານນີ້.
ທ່ານໄດ້ຂຽນວ່າ “ໂສກນາດຕະກຳຕໍ່ໂສກນາດຕະກຳ.”