ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

7 ຄົນ ເສຍຊີວິດ ໃນການໂຈມຕີ ສະລະຊີບ ຢູ່ ປາກິສຖານ (ສະ​ໄລ​ດ໌/ວີດີໂອ)


ເແຜນທີ່ ປາກິສຖານ
ເແຜນທີ່ ປາກິສຖານ
ບັນດາ​ເຈົ້າ​ໜ້າ​ທີ່ ​ໃນ​ພາກຕາ​ເວັນ​ຕົກສຽງ​ເໜືອ​ ຂອງປາ​
ກິ​ສຖານ ກ່າວ​ວ່າ ຜູ້​ວາງລະ​ເບີດສະລະ​ຊີບ ​ໄດ້ແນ​ເປົ້າ
​ໝາຍ​ໃສ່​ລົດ​ຫຸ້ມ​ເກາະ​ຕຳ ຫລວດ ​ໂດຍ​ໄດ້​ສັງຫານ​ເຈັດ​
ຄົນ ​ແລະ​ໄດ້​ຮັບ​ບາດ​ເຈັບ​ອີກຢ່າງ​ໜ້ອຍ 28 ຄົນ.

ພວກ​ເຈົ້າ​ໜ້າ​ທີ່ ກ່າວ​ວ່າ ລະ​ເບີດ​ໄດ້​ແຕກ​ຂື້ນ​ໃນ​ວັນ​ສຸກ
​ມື້​ນີ້ ທີ່​ເມືອງ Sarban ​ໃກ້​ກັບ​ເມືອງ Peshawar ຕິດ​ກັບ​
ຂົງ​ເຂດ​ຊົນເຜົ່າ​ທີ່​ບ້ານ​ເມືອງ​ບໍ່​ມີ​ຂື່ບໍ່​ມີ​ແປ ທີ່​ເປັນ​ຫລົບ​ລີ້​
ຂອງ ພວກ​ຫົວ​ຮຸນ​ແຮງ Taliban ​ແລະກໍ່​ການ​ຮ້າຍ al-
Qaida.



ຍັງ​ບໍ່​ມີ​ການ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ​ໃນ​ທັນ​ໃດ ກ່ຽວ​ກັບ​ການ​ໂຈມ​ຕີຄັ້ງນີ້.

ລະ​ເບີ​ດ​ແຕກ​ຂຶ້ນ ທ່າມກາງ​ການເຈ​ລະ​ຈາສັນຕິພາບລົ້ມ​ແຫຼວ ​ລະຫວ່າງ ລັດ
ຖະບານ ປາ​ກິ​ສຖານ ​ແລະ​ພວກຫົວ​ຮຸນ​ແຮງ Taliban.

ການ​ເຈລະຈາ​ ​ໄດ້​ຖືກລົບ​ກວນ ຈາກການ​ໂຈມ​ຕີ ຊ້ຳ​ແລ້ວ​ຊ້ຳອີກຂອງພວກ​
ຫົວ​ຮຸນ​ແຮງ ຈາກ​ເຂດ​ພາກ ຕາ​ເວັນ​ຕົກ​ສຽງ​ເໜືອ ຕໍ່ນະຄອນຫລວງ Islamabad ​ແລະນະຄອນ Karachi ທີ່​ພາກ​ໃຕ້. ທະຫານ ​ໄດ້​ຕອບ​ໂຕ້​ໂດຍ​ການ​ສົ່ງ ​ເຮືອບິນ
​ລົບ ​ແລະ ​ເຮ​ລີຄອບ​ເຕີ ຕິດ​ອາວຸດ ​ເຂົ້າ​ໂຈມຕີ​ບ່ອນ​ລີ້​ຊ່ອນ​ພວກ​ຫົວ​ຮຸນ​ແຮງ.

PAKISTAN VIOLENCE VO
please wait
Embed

No media source currently available

0:00 0:00:55 0:00
XS
SM
MD
LG