ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເຫດວາງລະເບີດ ສະຫຼະຊີບ ຢູ່ໄນ​ຈີ​ເຣຍ ເຮັດໃຫ້ມີ ຄົນເສຍຊີວິດ 7 ຄົນ.


ຮູບແຜນທີ່ ຈຸ​ດເກີດເຫດ ຄືເມືອງຫຼວງ Damaturu, ລັດ Yobe, ປະ​ເທດ Nigeria.
ຮູບແຜນທີ່ ຈຸ​ດເກີດເຫດ ຄືເມືອງຫຼວງ Damaturu, ລັດ Yobe, ປະ​ເທດ Nigeria.

ໄດ້ເກີດເຫ​ດວາງ​ລະ​ເບີດ​ສະຫຼະ​ຊີບ​ໃນ​ພາ​ກຕາ​ເວັນອອກ
ສຽງ​ເໜືອ​ຂອງປະ​ເທດ Nigeria ເມື່ອ​ວັນ​ເສົາ​ວານ​ນີ້ ສົ່ງ​ຜົນ
​ໃຫ້ມີ 7 ຄົນເສຍ​ຊີວິດ ​ແລະ ອີກ 33 ຄົນ​ ບາດ​ເຈັບ​. ເຈົ້າ​ໜ້າ
​ທີ່​ເວົ້າ​ວ່າ ມື​ລະ​ເບີດຜູ້ຍິງ​ຄົນ​ໜຶ່ງ​ໄດ້​ລະ​ເບີດຕົນ​ເອງຢູ່​ສະຖານີ
ລົດ​ເມທີ່ແອ​ອັດແຫ່ງ​ໜຶ່ງ​ ໃນ​ເມືອງ Damaturu ເມືອງຫຼວງຂອງ
ລັດ Yobe. Mallam Audu ຜູ້​ເຫັນ​ເຫດການ​ຄົນ​ໜຶ່ງ ​ເວົ້າວ່າ
ບໍ່ມີໃຜ​ຄິ​ດວ່າ​ລາວ​ຈະ​ເປັນ​ໄພ​ຄຸກຄາມ ​ແລະ ຫຼາຍ​ຄົນກໍ່​ຄິ​ດວ່າ
ລາວ​ພຽງ​ແຕ່ພະຍາ​ຍາມ​ຊອກ​ຫາ​ຮ້ານ​ຄ້າ.

​ເຈົ້າ​ເມືອງ Yobe ທ່ານ Ibrahim Geidam ​ໄດ້​ໄປ​ຢ້ຽມຢາມ​ໂຮງໝໍ​ ​ບ່ອນທີ່ຜູ້ຖືກ​ເຄາະ​ຮ້າຍ​ສ່ວນ​ຫຼາຍ ຖືກ​ພາ​ໄປ​ຮັບ​ການປິ່ນປົວ. ທ່ານ​ກ່າວ​ເຖິງ​ການໂຈມ​ຕີຄັ້ງ​ນີ້ວ່າ ​ເປັນ “ຄວາມໂຊ​ກຮ້າຍ ​ແລະ ​ໄຮ້​ມະ​ນຸດ​ສະ​ທຳ." ​ແລະ​ ​ສັນຍາ​ວ່າ ລັດຖະບານ​ຈະຮັບຜິດຊອບ
ຄ່າປິ່ນປົວ​ໃຫ້ ພວກເຄາະຮ້າຍ.

​ເມືອງ Yobe ​ເຄີຍ​ຖືກ​ໂຈມ​ຕີ​ມາ​ກ່ອນແລ້ວ. ​ໄດ້​ມີການວາງ​ລະ​ເບີດ ສອງ​ຄັ້ງຊ້ອນ ​ໃນເດືອນມັງກອນ ​ຢູ່ໃນຕະຫຼາດ​ແຫ່ງ​ໜຶ່ງ ​ໂດຍເຫ​ດລະ​ເບີດ​ຄັ້ງ​ທີ​ສອງ​ນັ້ນ ໄດ້​ເກີດຂື້ນ​ໃນ​ຂະນະ​ທີ່​ໜ່ວຍ​ກູ້​ໄພກຳລັງ​ຟ້າວເຂົ້າ​ໄປ​ຊ່ວຍ​ເຫຼືອ​ຜູ້​ເຄາະຮ້າຍ​ ຈາກເຫດລະ​ເບີດ​ຄັ້ງ​ທີ​ໜຶ່ງ.

​ເຂດພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ Nigeria ​ເປັນ​ບ່ອນ​ທີ່ ການປະ​ທະ​ກັນກັບ​ພວກ​ກະບົດ Boko Haram ດຳ​ເນີນໄປຢູ່. ຊື່​ຂອງກຸ່ມ​ດັ່ງກ່າວ​ ​ໃນຄວາມ​ໝາຍ​ພາສາ Hausa ຂອງ​ທ້ອງ​ຖິ່ນນັ້ນ ​ແມ່ນແປ​ວ່າ “ການ​ສຶກສາ​ຂອງ​ຕາ​ເວັນ​ຕົກ ແມ່ນການ​ເຮັດ​ບາບ”.

ພວກ​ເຂົາ​ໄດ້​ເວົ້າ​ວ່າ ​ເປົ້າ​ໝາຍ​ຂອງພວກ​ເຂົາ​ເຈົ້າ​ແມ່ນ​ຈະບັງຄັບ​ໃຫ້​ມີ​ການຈັດ​ຕັ້ງ​ປະຕິບັດ​ກົດ​ໝາຍ​ Sharia ຂອງ​ສາສະໜາ​ອິສລາມ ​ໃຫ້​ເຂັ້ມ​ງວດ​ໄປ​ທົ່ວ Nigeria ເຊິ່ງ​ແບ່ງ​ແຍກ​ອອກ​ເປັນ​ສອງເຂດ​ລະຫວ່າງ ຊາວ Muslim ທີ່​ເປັນ​ຊົນ​ກຸ່ມ​ໃຫຍ່ ​ຢູ່​ພາກເໜືອ ​ແລະ ຊາວ Christian ຊົນ​ກຸ່ມ​ນ້ອຍ ຢູ່​ພາກ​ໃຕ້.

ເບິ່ງວີດີໂອ ກ່ຽວກັບການທຳລາຍບ້ານເຮືອນປະຊາຊົນ ຂອງພວກ​ ໂບໂກ ຮາຣາມ:

Displaced Nigerians Return Home to Find Ruin
please wait

No media source currently available

0:00 0:02:32 0:00

XS
SM
MD
LG