ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້ສະໜັບສະໜູນ ຝ່າຍຄ້ານ 7 ຄົນ ບາດເຈັບ ໃນລະຫວ່າງ ການໂຮມຊຸມນຸມ ຢູ່ກຳປູເຈຍ


ທ່ານນາງ Mu Sochua ສະມາຊິກສະພາ ພັກຝ່າຍ​ຄ້ານ ກຳປູເຈຍ
ທ່ານນາງ Mu Sochua ສະມາຊິກສະພາ ພັກຝ່າຍ​ຄ້ານ ກຳປູເຈຍ
ເຈັດ​ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ວັນ​ຈັນ​ວານ​ນີ້ ​ເວລາ​ຜູ້​ສະ​
ໜັບສະ​ໜູນ ສະມາຊິກ ສະພາພັກຝ່າຍ​ຄ້ານ ທີ່​ໄດ້ຮັບ
ເລືອກ​ຕັ້ງທ່ານນາງ Mu Sochua ​ປະ​ທະ​ກັນ​ກັບຍາມ
ຮັກສາ​ຄວາມ​ປອດ​ໄພ​ເອກ​ກະ​ຊົນ ຢູ່​ນອກສວນ​ເສລີ
ພາບ ​ໃນນະຄອນ​ພະນົມ​ເປັນ.

ບັນດາ​ຜູ້​ເຫັນເຫດການ ກ່າວ​ວ່າ ຍາມ​ຮັກສາ​ຄວາມ​ສະ
ຫງົບ​ພົນລະ​ເຮືອນ ທີ່ມີ ​ໄມ້ຄ້ອນເປັນອາວຸດ ​ໄດ້​ທຸບ​ຕີ
ທຸກ​ຄົນ​ທີ່ຢູ່​ໃກ້ໆ​ກັບສະມາຊິກສະພາ ​ໃນ​ຂະນະ​ທີ່ ທ່ານ
​ນາງ ພະຍາຍາມເຂົ້າ​ໄປ​ໃນ​ສວນ. ສວນ​ດັ່ງກ່າວ ​ໄດ້​ຕັ້ງ​
ຂື້ນ​ມາ ເພື່ອ​ເປັນ​ບ່ອນ​ເຕົ້າ​ໂຮມ ຂອງສາທາລະນະ ​ແຕ່​
ໄດ້​ຖືກ​ປິດ​ລົງ ​ບໍ່ໃຫ້ປະຊາຊົນເຂົ້າໄປ ນັບ​ຕັ້ງ​ແຕ່​ມີ​ການ​ທັບ​ມ້າງ ການ​ປະ​ທ້ວງ​ ໃນ
​ເດືອນ​ມັງກອນຜ່ານມາ.

ມີຢ່າງໜ້ອຍ​ນຶ່ງ​ຄົນ ​ໄດ້​ຮັບ​ບາດ​ເຈັບສາຫັດ.

ທ່ານ ​ນາງ Mu Sochua ຮ້​ອງການ​ໂຈມຕີນີ້​ວ່າ “​ໂຫດຮ້າຍທີ່​ສຸດ.” ຊຶ່ງທ່ານ ນາງ​ໄດ້​
ກ່າວ​ເພີ້​ມ​ເຕີມ​ວ່າ “ນີ້​ບໍ່ແມ່ນ​ເທຶ່ອທຳ​ອິດທີ່ລັດຖະບານຮຸນ​ເຊ​ນ ​ໄດ້ໃຊ້ ກຳລັງຮັກສາ​
ຄວາມ​ປອດ​ໄພ​ເອກ​ກະ​ຊົນ ທັບ​ມ້າງ ​ແລະ​ປິດ​ປາກ​ປິດສຽງພວກທີ່​ລຸກ​ຂື້ນ​ທ້າ​ທາຍ.

​ເວລາ​ໃດ​ທີ່ນາຍເໜືອຫົວ​ຂອງເຂົາ​ເຈົ້າ​ໄດ້​ອອກ​ຄຳ​ສັ່ງ ​ເຂົາ​ເຈົ້າກໍ​ເລີ້ມ​ພາກັນ ​ລາກແກ່ຜູ້
ຄົນໜີອອກໄປ ​ແລະ​ທຸບ​ຕີ​ເຂົາ​ເຈົ້າ​ຢ່າງ​ບໍ່​ມີ​ຄວາມ​ປານີ.”
XS
SM
MD
LG