ບັນດາເຈົ້າໜ້າທີ່ໃນລັດ ໂຄໂລຣາໂດ ທີ່ຕັ້ງຢູ່ພາກຕາເວັນຕົກຂອງ ສະຫະລັດ ເວົ້າວ່າ
ນັກຮຽນຊາຍສອງຄົນທີ່ພົກພາປືນສັ້ນ ໄດ້ສັງຫານເພື່ອນຮ່ວມຫ້ອງຄົນນຶ່ງ ແລະ ບາດ
ເຈັບອີກ 8 ຄົນໃນການໂຈມຕີທີ່ໂຮງຮຽນລັດແຫ່ງນຶ່ງ.
ການຍິງກັນໄດ້ເກີດຂຶ້ນໃນສອງບໍລິເວນຕ່າງກັນ ຂອງໂຮງຮຽນ STEM Highland
Ranch, ຕັ້ງຢູ່ພາກໃຕ້ຂອງເມືອງຫຼວງ ນະຄອນ ເດັນເວີ.
ຜູ້ບັນຊາການຕຳຫຼວດປະຈຳເມືອງ ດັກກລາສ ທ່ານ ໂທນີ ສເປີລັອກ ໄດ້ກ່າວຕໍ່ບັນດາ
ນັກຂ່າວວ່າ ເຈົ້າໜ້າທີ່ຕຳຫຼວດໄດ້ໄປຮອດໂຮງຮຽນດັ່ງກ່າວ ພຽງບໍ່ເທົ່າໃດນາທີ ຫຼັງ
ຈາກມີລາຍງານການຍິງກັນ, ແລະ ວ່າເຂົາເຈົ້າໄດ້ຈັບຜູ້ຕ້ອງສົງໄສສອງຄົນຫຼັງຈາກ
ການຕໍ່ສູ້ດີ້ນຮົນ.
ຜູ້ຕ້ອງສົງໄສຄົນນຶ່ງມີອາຍຸ 18 ປີ, ໃນຂະນະທີ່ອີກຄົນນຶ່ງ ແມ່ນເຍົາວະຊົນ. ທ່ານ
ສເປີລັອກ ໄດ້ກ່າວວ່າບັນດາເຈົ້າໜ້າທີ່ບໍ່ເຄີຍຮູ້ຈັກສອງຄົນນັ້ນມາກ່ອນ.
ບັນດາພໍ່ແມ່ຜູ້ປົກຄອງທີ່ໄດ້ຟ້າວໄປໂຮງຮຽນດັ່ງກ່າວຫຼັງຈາກມີລາຍງານ ກ່ຽວກັບ ການ
ຍິງກັນນັ້ນ ໄດ້ຖືກສົ່ງໄປສູນເຮັດກິດຈະກຳທີ່ຢູ່ໃກ້ຄຽງ ເພື່ອຮັບເອົາລູກຂອງເຂົາເຈົ້າຜູ້
ທີ່ຖືກລົດເມຂົນສົ່ງໄປ ຫຼັງຈາກໄດ້ອົບພະຍົບອອກຈາກໂຮງຮຽນ.
ນາງ ຊາຣາ ມາກສ໌ ຜູ້ເປັນແມ່ຂອງນັກຮຽນໄດ້ກ່າວຕໍ່ອົງການຂ່າວ AP ວ່າ “ລູກຂອງ
ຂ້າພະເຈົ້າທັງສາມຄົນໄດ້ເຂົ້າຮຽນຢູ່ໂຮງຮຽນ STEM ນັ້ນ ແລະ ເມື່ອເຈົ້າບໍ່ຮູ້ວ່າມັນ
ເກີດຫຍັງຂຶ້ນ ແລະ ພວກລູກໆຂອງເຈົ້າສົ່ງຂໍ້ຄວາມຫາເຈົ້າວ່າເຂົາເຈົ້າລີ້ຢູ່ກ້ອງໂຕະ
ແລະ ມີລູກປືນຍິງຖືກປ່ອງຢ້ຽມຂອງເຂົາເຈົ້າ ຫຼື ສິ່ງຕ່າງໆໄປຕຳປ່ອງຢ້ຽມຂອງເຂົາ
ເຈົ້ານັ້ນ, ມັນເປັນຄວາມຮູ້ສຶກທີ່ເປັນຕາຢ້ານຫຼາຍ.”
ຜູ້ປົກຄອງລັດ ທ່ານ ຈາເຣັດ ໂພລິສ ໄດ້ກ່າວວ່າ “ຫົວອົກຫົວໃຈຂອງຊາວ ໂຄໂລຣາໂດ
ທຸກຄົນແມ່ນຢູ່ກັບຜູ້ເຄາະຮ້າຍ ແລະ ຄອບຄົວຂອງເຂົາເຈົ້າ.”
ທຳນຽບຂາວໄດ້ສະແດງການໃຫ້ກຳລັງໃຈຂອງເຂົາເຈົ້າ ສຳລັບຊຸມຊົນດັ່ງກ່າວ ແລະ
ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ ໃນຂະນະທີ່ເຂົາເຈົ້າທຳການສືບສວນສອບສວນການ
ໂຈມຕີນັ້ນ.
ໂຄສົກ ທ່ານນາງ ຈູດ ເດຍ ໄດ້ກ່າວວ່າ “ພວກເຮົາຂໍສູດມົນພາວະນາໃຫ້ຜູ້ເຄາະຮ້າຍ,
ສະມາຊິກຄອບຄົວ, ແລະ ຜູ້ທີ່ໄດ້ຮັບຜົນກະທົບຈາກການຍິງກັນໃນມື້ນີ້. ໜ້າເສົາສະ
ຫຼົດໃຈ, ຊຸມຊົນນີ້ ແລະ ຜູ້ທີ່ຢູ່ອ້ອມແອ້ມມັນ ຮູ້ກັນເປັນຢ່າງດີ ກ່ຽວກັບ ຄວາມຄຽດຊັງ
ແລະ ການໃຊ້ຄວາມຮຸນແຮງທີ່ເປັນຕາຢ້ານນີ້.”
ໂຮງຮຽນແຫ່ງນຶ່ງທີ່ຕັ້ງຢູ່ປະມານ 10 ກິໂລແມັດຫ່າງຈາກການໂຈມຕີໃນວັນອັງຄານ
ວານນີ້ ແມ່ນຈຸດເກີດເຫດຂອງການໂຈມຕີໂຮງຮຽນ ໃນປີ 1999 ບ່ອນທີ່ນັກຮຽນສອງ
ຄົນໄດ້ສັງຫານ 13 ຄົນ.