ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວຕ່າງດ້າວເຈັດຄົນ ຖືກລັກພາໂຕທີ່ ໄນຈີເຣຍ


ພະ​ນັກ​ງານ​ຕ່າງ​ດ້າວ ​ມັກ​ຈະຕົກ​ເປັນ​ເປົ້າ​ໝາຍ ຂອງ​ການ​​ລັກພາ​ໂຕ​ເພື່ອ​ຮຽກຄ່າ​ໄຖ່ ຢູ່​ໃນ​ເຂດ​ພາກ​ໃຕ້ ຂອງໄນ​ຈີ​ເຣຍ.
ພະ​ນັກ​ງານ​ຕ່າງ​ດ້າວ ​ມັກ​ຈະຕົກ​ເປັນ​ເປົ້າ​ໝາຍ ຂອງ​ການ​​ລັກພາ​ໂຕ​ເພື່ອ​ຮຽກຄ່າ​ໄຖ່ ຢູ່​ໃນ​ເຂດ​ພາກ​ໃຕ້ ຂອງໄນ​ຈີ​ເຣຍ.
ມື​ປືນ​ກຸ່ມ​ນຶ່ງ​ໄດ້​ບຸກ​ເຂົ້າ​ໂຈມ​ຕີ ບ່ອນ​ກໍ່​ສ້າງ​ແຫ່ງ​ນຶ່ງ​ ຢູ່​ພາກ​ເໜືອ​
ຂອງ ໄນ​ຈີ​ເຣຍ ແລ້ວລັກພາໂຕ​ພະນັກງານ​ຕ່າງ​ດ້າວ​ໄປ​ເຈັດ​ຄົນ ​
ແລະ​ສັງຫານຄົນຍາມ​ນຶ່ງ​ຄົນ ​ໃນ​ການ​ໂຈມ​ຕີ​ທີ່​ຮ້າຍ​ແຮງ​ທີ່​ສຸດ
ບັ້ນ​ນຶ່ງ​ຂອງ​ພວກ​ກໍ່ການ​ຮ້າ​ຍ ​ໃນ​ຂົງເຂ​ດທີ່​ວຸ້ນວາຍ​ແຫ່ງ​ນັ້ນ.

ຕໍາຫລວດໄນ​ຈີ​ເຣຍ ກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ພວກຄົນ​ທີ່​
ຖືກ​ລັກພາ​ໂຕໄປ ຈາກ​ບ່ອນ​ກໍ່ສ້າງ ໃນເມືອງ Jama’are ​ລັດ
Bauchi ນັ້ນ​ມີ​ຄົນສັນຊາດ ອິຕາ​ລີ ກຣີກ ອັງກິດ ​ແລະ​ເລ​ບາ​
ນອນ. ບັນດາ​ປະ​ເທດ​ດັ່ງກ່າວຮັບ​ຮູ້​ວ່າ ​ເຂົາ​ເຈົ້າໄດ້​ຮັບ​ແຈ້ງ​
ໃຫ້​ຊາບ​ ກ່ຽວ​ກັບການລັກພາ​ໂຕພວກ​ຄົນ​ເຫລົ່າ​ນັ້ນ​ແລ້ວ.

ຕໍາຫລວດ​ກ່າວ​ວ່າ ພວກ​ມື​ປືນ​ໄດ້ພາກັນ​ໂຈມຕີ​ປ້ອມ​ຍາມ​ຕໍາ
ຫລວດ ​ແລະ​ຄຸກ​ແຫ່ງ​ນຶ່ງ​ໃນ​ຕອນ​ແລງ​ຂອງ​ວັນ​ເສົາ ກ່ອນ​ຈະ
ບຸກ​ໂຈມ​ຕີ​ບ່ອນ​ກໍ່​ສ້າງຂອງ​ສາຂາທ້ອງ​ຖິ່ນ​ ຂອງບໍລິສັດ​ກໍ່ສ້າງ Setraco ຂອງເລ​ບານອນ
ຊຶ່ງ​ພວກເຂົາ​ໄດ້​ສັງຫານຄົນຍາມກ່ອນ​ທີ່​ຈະ​ຫລົບໜີໄປ ພ້ອມ​ກັບພວກພະນັກ​ງານ​ຊາວ
​ຕ່າງ​ດ້າວ.

ຍັງ​ບໍ່​ທັນ​ມີ​ກຸ່ມ​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບໃນທັນ​ທີ​ເທື່ອ. ພະ​ນັກ​ງານ​ຕ່າງ​ດ້າວມັກຈະ
​ເປັນ​ເປົ້າ​ໝາຍຂອງ​ການລັກພາ​ໂຕ​ເພື່ອ​ຮຽກຄ່າ​ໄຖ່ ຢູ່​ໃນ​ເຂດ​ພາກ​ໃຕ້ທີ່​ອຸດົມສົມ​ບຸນໄປ
ດ້ວຍບໍ່​ນໍ້າມັນ ຂອງໄນ​ຈີ​ເຣຍ.

​ແຕ່​ວ່າ ກຸ່ມ​ຫົວ​ຮຸ່ນ​ແຮງ​ອິສລາມ Boko Haram ​ແມ່ນ​ມັກ​ເຄື່ອນໄຫວ​ຢ່າງເຂັ້ມແຂງຢູ່​ໃນພາກ​ເໜືອ ບ່ອນ​ທີ່​ເຂົາ​ເຈົ້າ​ທໍາ​ການ​ໂຈມຕີ​ຕໍ່ຊາວ​ຄຣິສຕຽນ​ເປັນ​ປະ​ຈໍາ ​ແລະຕໍ່ຊາວ​ຕ່າງ​ດ້າວເປັນບາງ​ຄັ້ງ​ບາງ​ຄາວ. ເມື່ອ​ບໍ່​ເທົ່າໃດ​ເດືອນ​ຜ່ານ​ມານີ້ ກຸ່ມ​ນຶ່ງ​ທີ່​ຊື່​ວ່າ Ansaru ທີ່​ພົວພັນ​ກັບ ກຸ່ມ Boko Haram ​ໄດ້​ອ້າງ​ເອົາ​ຄວາມ​ຮັບ​ຜິດຊອບໃນ​ການ​ລັກພາ​ໂຕຄົນສັນຊາດ​ຝຣັ່ງຄົນ​ນຶ່ງ ທີ່​ຍັງຫາຍ​ສາບ​ສູນຢູ່.

“Boko Haram” ​ແປ​ວ່າ “ການສຶກສາຂອງຕາເວັນຕົກ ເປັນບາບ”​ ໃນ​ພາສາ​ Hausa ຂອງທ້ອງ​ຖິ່ນ​ນັ້ນ.
XS
SM
MD
LG