ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

7-Eleven ຂອງອາເມຣິກາ ຈະຕັ້ງສາຂາຢູ່ລາວ ໃນມໍ່ໆນີ້ ຊຶ່ງເຮັດໃຫ້ ມີທາງເລືອກຫຼາຍຂຶ້ນ ແກ່ຜູ້ບໍລິໂພກ ແຕ່ກໍເຮັດໃຫ້ຫຼາຍຄົນເປັນຫ່ວງ


7-Eleven Free Slurpees
7-Eleven Free Slurpees

ບໍລິສັດ ອາເມຣິກັນ 7-Eleven ທີ່ເປັນທຸລະກິດຮ້ານຄ້າສະດວກຊື້ ທີ່ມີເຄືອຂ່າຍ ໃຫຍ່ທີ່ສຸດໃນໂລກ ຈະໄປຕັ້ງສາຂາຢູ່ໃນລາວ ເປັນເທື່ອທໍາອິດໃນມໍ່ໆນີ້ ຊຶ່ງເຮັດໃຫ້ບາງຄົນມີຄວາມເປັນຫ່ວງວ່າຈະເຮັດໃຫ້ການນໍາເຂົ້າສິນຄ້າ ຍິ່ງເພີ້ມຂຶ້ນອີກ ແລະຈະເຮັດໃຫ້ເງິນຕາຕ່າງປະເທດຂາດແຄນຫລາຍຂຶ້ນ ທັງ ອາດເຮັດໃຫ້ຮ້ານຄ້າເລັກນ້ອຍຂອງປະຊາຊົນໃນທ້ອງຖິ່ນປິດໄປ ຂະນະທີ່ ແມ່ຄ້າຍ່ອຍຂະໜາດນ້ອຍບາງຄົນຜັດຄິດວ່າ ມັນອາດຈະເປັນການດີ ເພາະ ອາດເຮັດໃຫ້ມີທາງເລືອກຜູ້ສະໜອງສິນຄ້າເພີ້ມຂຶ້ນ. ໄຊ​ຈະ​ເລີນ​ສຸກມີ​ລາຍ​ງານ​ເລື້ອງນີ້​ຈາກນັກຂ່າວຂອງພວກເຮົາ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ເຖິງແມ່ນສະພາບເງິນເຟີ້ຖີບຕົວສູງຂຶ້ນນັບມື້ ກໍຕາມ ແຕ່ບໍລິສັດອາເມຣິກັນ ເຊ ເວັນ-ອີເລເວັນ (7-Eleven) ທີ່ມີເຄືອຂ່າຍໃຫຍ່ສຸດໃນໂລກກໍຍັງຈະຂະຫຍາຍ ສາຂາໄປຕັ້ງໃນລາວ ເປັນເທື່ອທໍາອິດໃນມໍ່ໆນີ້. ສະພາບການນີ້ເຮັດໃຫ້ບາງຄົນ ມີຄວາມເປັນຫ່ວງວ່າ ມັນຈະເຮັດໃຫ້ມີການນໍາເຂົ້າສິນຄ້າເພີ້ມຂຶ້ນອີກ ແລະຈະ ເຮັດໃຫ້ເງິນຕາຕ່າງປະເທດຂາດແຄນຫລາຍຂຶ້ນ ແລະອາດເຮັດໃຫ້ຮ້ານຄ້ານ້ອຍຂອງປະຊາຊົນໃນທ້ອງຖິ່ນທີ່ບໍ່ມີທຶນຫລາຍ ແລະບໍ່ສາມາດແຂ່ງຂັນໄດ້ປິດໄປ ດັ່ງທີ່ນັກທຸລະກິດ ອະສັງຫາລິມະຊັບທ່ານນຶ່ງ ໃນນະຄອນຫລວງວຽງຈັນ ໃຫ້ຄໍາຄິດເຫັນວ່າ:

“ທຸກຢ່າງມັນຂົນເຄື່ອງເຂົາມາຂາຍເອົາເງິນເຮົາໄປແລກເງິນໄທ ເຮົາຊິຕາຍບ່ອນຫັ້ນ ແຕ່ວ່າ ມັນດີ ປະຊາຊົນມັນດີຫຍັງ ເງິນຂຶ້ນຄືເກົ່າແຕ່ມັນດີ ບ່ອນປະຊາຊົນມີທາງເລືອກຢາກຊື້ຫຍັງກະໄດ້ຊື້ ຖ້າເຊເວັນ-ເອເລເວັນ ຈະແຂ່ງກັບມີນີບິກຊິກມັນຈະແຂ່ງກັນ ແມ່ນຈະມີທາງເລືອກຄວາມສະດວກ ແຕ່ວ່າເວົ້າເລື້ອງເງິນພຸ້ນ.”

ຮ້ານ 7-Eleven ຂອງບໍລິສັດ Seven & Holdings ທີ່ມີສໍານັກງານໃຫຍ່ ຕັ້ງຢູ່ລັດເທັກຊັສ ສາຂາຮ້ານຄ້າຂາຍຍ່ອຍ ຫລືຮ້ານສະດວກຊື້ ຫລາຍກວ່າ 71,000 ຮ້ານຢູ່ໃນ 17 ປະເທດໃນໂລກ, ອີງຕາມເວັບໄຊທ໌ຂອງບໍລິສັດນີ້. ບໍລິສັດນີ້ມີສາຂາຕັ້ງຢູ່ໄທ ແລະຟີລິບປິນຕັ້ງແຕ່ຊຸມປີ 1980 ນັ້ນ ໄດ້ຂະຫຍາຍ ອອກໄປເກືອບໝົດທຸກປະເທດໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ໃນໄລຍະ ປະມານ 5 ປີຜ່ານມານີ້ ສ່ວນລາວນັ້ນ ຖືວ່າການທີ່ຮ້ານຄ້າດັ່ງກ່າວ ຈະເຂົ້າມາຕັ້ງຢູ່ໃນນະຄອນຫລວງວຽງຈັນ ໃນມໍ່ໆນີ້ ຖືວ່າຊັກຊ້າໄປປະມານ 1 ປີ ຖ້າທຽບໃສ່ ສັນຍາໃນປີ 2022 ຊຶ່ງໃນເດືອນສິງຫາຂອງປີນັ້ນ ບໍລິສັດ 7- Eleven ແລະບໍລິສັດພີຊີກຣຸບ (CP Group) ຂອງໄທໄດ້ປະກາດວ່າໄດ້ເຊັນສັນຍາເປັນສາຂາ ແບບແຟຣນຊາຍສ໌ ຫລື Master Franchise ສໍາລັບ 30 ປີ ແລະມີແຜນຈະເປີດຮ້ານທໍາອິດຂຶ້ນໃນ ປີ 2022.

ແຕ່ຢ່າງໃດກໍຕາມ ຍັງມີແມ່ຄ້າຂະໜາດນ້ອຍບາງຄົນຄິດວ່າ ການທີ່ມີຮ້ານຄ້າ ທີ່ເປັນຂອງສາຂາຕ່າງປະເທດມາຕັ້ງຢູ່ລາວ ບໍ່ໜ້າຈະເຮັດໃຫ້ມີຄວາມເປັນຫ່ວງ ອັນໃດຫລາຍດັ່ງທີ່ແມ່ຄ້າຮ້ານຂາຍເຄື່ອງຍ່ອຍຢູ່ຕາມບ້ານຫົວຂົວ, ເມືອງໄຊເສດຖາຊີ້ແຈງວ່າ ແນ່ນອນລາຄາສິນຄ້າໂດຍລວມ ມັນກໍຈະແພງຂຶ້ນໄປຕາມອັດຕາແລກປ່ຽນຂອງເງິນກີບ ກັບເງິນຕາຕ່າງປະເທດ ເຊັ່ນເງິນບາດຂອງໄທ ແລະເງິນໂດລາສະຫະລັດ ແລະການທີ່ມີຮ້ານຄ້າທີ່ເປັນສາຂາຂອງຕ່າງປະເທດ ມາຕັ້ງຢູ່ລາວຈະບໍ່ໄດ້ມີຜົນກະທົບຫຍັງຕໍ່ກິດຈະການຂາຍເຄື່ອງຢູ່ຮ້ານນ້ອຍໆ ຂອງນາງ ຊຶ່ງນາງໂອ້ລົມກັບພວກເຮົາດັ່ງນີ້:

“ມັນແພງຂຶ້ນລະເນາະຕາມເງິນບາດລະເນາະ ຂ້ອຍມັນຮ້ານນ້ອຍໆຂ້ອຍບໍ່ຢ້ານດອກ ບໍ່ຮ້ານນ້ອຍໆເຂົາຂາຍຖືກຂ້ອຍກະໄປຊື້ນໍາເຂົາມາຂາຍເນາະ ເອີມັນກະຖືກ ຄັນມັນຖືກກວ່າຂາຍສົ່ງເຮົາກະໄປຊື້ ບໍ່ໆໄດ້ກະທົບຫຍັງ”.

ປັດຈຸບັນ ລາວປະສົບກັບໄພເງິນເຟີ້ທີ່ສູງຂຶ້ນຢ່າງຕໍ່ເນື່ອງຊຶ່ງໃນເດືອນເມສາຜ່ານ ມາອັດຕາເງິນເຟີ້ຂອງລາວແມ່ນ 39.89 ເປີເຊັນ ເມື່ອທຽບໃສ່ເດືອນດຽວກັນ ໃນປີ 2022 ຊຶ່ງເປັນອັດຕາເງິນເຟີ້ທີ່ສູງຫລາຍທີ່ສຸດໃນຮອບ 23 ປີ ອີງຕາມສູນສະຖິຕິແຫ່ງຊາດລາວ. ທັງນີ້ແມ່ນເປັນຍ້ອນການເພີ້ມຂຶ້ນຂອງລາຄານໍ້າມັນເຊື້ອໄຟ, ອາຍແກັສ ແລະສິນຄ້ານໍາເຂົ້າອື່ນໆ ຊຶ່ງເຮັດໃຫ້ອັດຕາລາຄາໃນດ້ານຄົມ ມະນາຄົມ ແລະຂົນສົ່ງເພີ້ມຂຶ້ນ 49.9 ເປີເຊັນ ໃນເດືອນມັັງກອນ 2023 ເມື່ອທຽບ ກັບໄລຍະດຽວກັນໃນເມື່ອກ່ອນ ຈາກນັ້ນກໍໄດ້ເຮັດ ໃຫ້ມີຜົນກະທົບ ໄປໃສ່ພາກສ່ວນອື່ນຂອງເສດຖະກິດແບບເງົາຕາມຕົວ ໂດຍສະເພາະແມ່ນລາຄາອາຫານ ແລະເຄື່ອງດື່ມທີ່ບໍ່ແມ່ນທາດເຫລົ້າ ເພີ້ມຂຶ້ນ 47.1 ເປີເຊັນ ຂະນະທີ່ຄ່າປິ່ນປົວສຸຂະພາບ ແລະຢາເພີ້ມຂຶ້ນ 42.2 ເປີເຊັນ, ອີງຕາມວາລະສານອາເມຣິກັນ The Diplomat ສະບັບວັນທີ 8 ກຸມພາ 2023.

ເຫດຜົນທີ່ພາໃຫ້ລາຄາສິນຄ້າ ເພີ້ມຂຶ້ນຢ່າງວ່ອງໄວ ແມ່ນມາຈາກຄ່າເງິນກີບ ຫລຸດລົງຢ່າງໜັກ ຊຶ່ງຈະເຫັັນໄດ້ວ່າໃນວັນທີ 19 ພຶດສະພາຜ່ານມາ ອັດຕາ ແລກປ່ຽນແມ່ນ 1 ໂດລາ ຕໍ່ 17,561 ກີບ ຊຶ່ງເພີ້ມຂຶ້ນເກືອບຮອດ 5 ເປີເຊັນເມື່ອທຽບໃສ່ສາມເດືອນກ່ອນ ທີ່ມີແຕ່ 16,777 ກີບຕໍ່ໂດລາ ໃນເດືອນມັງກອນຜ່ານມາ, ອີງຕາມເວັບໄຊຂອງທະນາຄານການຄ້າຕ່າງປະເທດລາວ. ຖ້າທຽບ ໃສ່ສອງປີກ່ອນໜ້ານີ້ ຊຶ່ງກໍຄືວັນທີ 19 ພຶດສະພາ 2021 ທີ່ມີອັດຕາແລກປ່ຽນ 1 ໂດລາຕໍ່ 9,408 ກີບນັ້ນ ຄ່າຂອງເງິນກີບແມ່ນຫລຸດລົງຫລາຍກວ່າ 86.66 ເປີເຊັນ.

ບັນຫາສໍາຄັນອີກອັນນຶ່ງ ທີ່ພາໃຫ້ຄ່າເງິນກີບຕົກຕ່ຳ ກໍຄື ອຳນາດການຊື້ສິນຄ້າຈາກຕ່າງປະເທດຂອງລາວຫລຸດລົງ ລວມທັງການບໍ່ເຊື່ອໝັ້ນ ຂອງປະຊາຊົນລາວ ແລະຊາວຕ່າງຊາດຕໍ່ສະຖຽນລະພາບຂອງເງິນກີບອີກດ້ວຍ ເມື່ອເບິ່ງຕາມພາບການທີ່ວ່ານີ້ແລ້ວ ຍັງບໍ່ມີສິ່ງປາກົດໃຫ້ເຫັນຢ່າງຈະແຈ້ງວ່າ ການທີ່ຮ້ານຄ້າ ສະດວກຊື້ເຊເວັນ-ອີເລ ເວັນຈະໄປຕັ້ງສາຂາຢູ່ໃນລາວນັ້ນ ຈະເຮັດໃຫ້ຄ່າ ຂອງ ເງິນກີບລາວຫລຸດລົງຢ່າງໜັກ ໃນເມື່ອເສດຖະກິດລາວ ບໍ່ສາມາດຜະລິດສິນຄ້າ ບໍລິໂພກໃຫ້ພຽງພໍກັບຄວາມຕ້ອງການພາຍໃນຢູ່ແລ້ວ.

XS
SM
MD
LG